ນາຍົກອອກຄຳສັ່ງ ໃຫ້ທຳລາຍທຸກສິ່ງກີດຂວາງ ຕໍ່ທຸລະກິດ SMEs ແລະ ພາກການຜະລິດ - ອິດສະຫຼະ

ນາຍົກອອກຄຳສັ່ງ ໃຫ້ທຳລາຍທຸກສິ່ງກີດຂວາງ ຕໍ່ທຸລະກິດ SMEs ແລະ ພາກການຜະລິດ



ສປປ.ລາວ ຖືເປັນປະເທດໜຶ່ງທີ່ຍັງອ່ອນນ້ອຍໃນດ້ານການພັດທະນາ ແລະ ສົ່ງເສີມທຸລະກິດ SMEs ໂດຍສະເພາະໃນພາກການຜະລິດ ເຊິ່ງເຮັດໃຫ້ຕ້ອງເພິ່ງພາການນຳເຂົ້າຈາກຕ່າງປະເທດດ້ວຍມູນຄ່າມະຫາສານ ແລະ ເຮັດໃຫ້ຂາດດຸນການຄ້າຕະຫຼອດມາ.

ເມື່ອວັນທີ 23 ສິງຫາ 2018 ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ເລກທີ 12/ນຍ ໃຫ້ຈັດຕັ້ງປະຕິບັດ 8 ມາດຕະການເພື່ອຊຸກຍູ້ເສດຖະກິດ ເຊິ່ງໜຶ່ງໃນມາດຕະການທີ່ໄດ້ເນັ້ນເປັນພິເສດຄື ມາດຕະການການພັດທະນາທຸລະກິດ SMEs ແລະ ການສົ່ງເສີມພາກການຜະລິດ.

ໂດຍມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າເປັນໃຈກາງໃນການປະສານສົມທົບກັບກະຊວງການເງິນ, ກະຊວງກະສິກຳ ແລະ ປ່າໄມ້, ທະນາຄານແຫ່ງ ສປປ.ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດໜ້າວຽກຕ່າງໆດັ່ງນີ້:

ໃຫ້ປັບປຸງດຳລັດວ່າດ້ວຍກອງທຶນສົ່ງເສີມ SMEs ເພື່ອຍົກລະດັບນະໂຍບາຍ, ກົນໄກ ແລະ ເຄື່ອງມືໃນການພັດທະນາ SMEs ໃຫ້ມີປະສິດທິຜົນກວ່າເກົ່າ, ຈັດຕັ້ງການຄົ້ນຄວ້ານະໂຍບາຍເພື່ອໃຫ້ບູລິມະສິດແກ່ກຸ່ມ SMEs ທີ່ມີທ່າແຮງ ເພື່ອກະຕຸ້ນເສດຖະກິດ ແລະ ສ້າງລາຍຮັບເຂົ້າປະເທດ.

ໃຫ້ຂະຫຍາຍກອງທຶນ SMEs ແລະ ຊຸກຍູ້ໃຫ້ທະນາຄານລັດ ແລະ ທະນາຄານທຸລະກິດລະດົມທຶນ ເພື່ອສະໜອງສິນເຊື່ອໃຫ້ແກ່ SMEs ທີ່ມີຄວາມອາດສາມາດສູງ ໃນການຜະລິດເປັນສິນຄ້າ.

ໃຫ້ຊຸກຍູ້ການຮຽນຮູ້, ນຳໃຊ້ຄວາມຮູ້ເຕັກນິກ, ເຕັກໂລຊີທີ່ທັນສະໄໝ ແລະ ນະວັດຕະກຳເຂົ້າໃນການຜະລິດ ເພື່ອຍົກສູງຄວາມອາດສາມາດແຂ່ງຂັນທຸລະກິດພາຍໃນ.

ໃຫ້ແກ່ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງກີດຂວາງຕ່າງໆທີ່ເປັນຕົ້ນທຶນຂອງການຜະລິດ ແລະ ການບໍລິການ ແລະ ຮີບຮ້ອນແກ້ໄຂໃຫ້ມີຄວາມຄືບໜ້າໂດຍໄວ.

ໃຫ້ຈັດຕັ້ງວິຊາການທີ່ມີຄວາມຮູ້ ແລະ ປະສົບການໄປຊ່ວຍແນະນຳທາງດ້ານເຕັກນິກ ເພື່ອຍົກລະດັບຄວາມສາມາດຂອງຜູ້ປະກອບການ ແລະ ຜູ້ທຳການຜະລິດ.

ໃຫ້ສະໜອງແນວພັນ, ຝຸ່ນ, ວັດຖຸຈຳເປັນ ແລະ ອື່ນໆໃຫ້ພຽງພໍຕາມຄວາມຕ້ອງການ ໂດຍສະເພາະໃນເຂດຈຸດສຸມສົ່ງອອກ.

ໃຫ້ສືບຕໍ່ສ້ອມແປງລະບົບຊົນລະປະທານບ່ອນເປ່ເພ ໃຫ້ສາມາດນຳໃຊ້ ເພື່ອສະໜອງນ້ຳໃຫ້ພຽງພໍຕໍ່ການຜະລິດທັງສອງລະດູ.

ໃຫ້ກະກຽມ ແລະ ປ້ອງກັນການລະບາດຂອງສັດຕູພືດ ພ້ອມທັງຄົ້ນຄວ້າທິດທາງເພື່ອປ້ອງກັນ ເພື່ອຮັບມືກັບບັນຫາດັ່ງກ່າວໃນໄລຍະຍາວ.

ໃຫ້ກວດກາ, ເຈລະຈາ ແລະ ຫາວິທີແກ້ໄຂບັນດາມາດຕະການກີດກັນຕ່ງາໆຂອງການຄ້າຂາຍຊາຍແດນຕໍ່ການສົ່ງອອກສິນຄ້າກະສິກຳຂອງລາວ ກັບ ປະເທດເພື່ອນບ້ານເຊັ່ນ: ການສົ່ງອອກສາລີ, ກາເຟ, ມັນຕົ້ນ, ພືດຜັກ, ໝາກໄມ້ ແລະ ອື່ນໆ.

ໃຫ້ສ້າງຄຳແນະນຳກ່ຽວກັບນະໂຍບາຍດ້ານພາສີ, ອາກອນມູນຄ່າເພີ່ມ ແລະ ນະໂຍບາຍປິ້ນອ້ອມອື່ນໆໃຫ້ລະອຽດ ຈະແຈ້ງ ແລະ ມີຜົນບັງຄັບໃຊ້ໄວ.

ໃຫ້ກວດກາ ແລະ ດັດປັບຄືນບັນດາຕົ້ນທຶນ ທີ່ຕິດພັບກັບການຜະລິດເຊັ່ນ: ຄ່າໄຟຟ້າ, ຄ່າຂົນສົ່ງ ແລະ ຄ່າທຳນຽມອື່ນໆ ທີ່ຊາວກະສິກອນ ແລະ ຜູ້ປະກອບການຍັງແບກຫາບພາລະຫຼາຍ ເພື່ອຄົ້ນຄວ້າວິທີການ ແລະ ມາດຕະການແກ້ໄຂໃຫ້ທັນສະພາບການ.

ທຸລະກິດ SMEs ຖືເປັນພື້ນຖານເສດຖະກິດທີ່ສຳຄັນຂອງຊາດ ຫາກໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກຮອບດ້ານຢ່າງເຕັມທີ່ຈາກພາກລັດດ້ວຍຄວາມຮັບຜິດຊອບສູງ ແລະ ເຫັນແກ້ຜົນປະໂຫຍດຂອງຊາດເປັນຫຼັກຂອງເຈົ້າໜ້າທີ່ລັດຜູ້ຮັບຜິດຊອບຕໍ່ວຽກງານດັ່ງກ່າວ ຈະຖືເປັນບາດລ້ຽວໜຶ່ງແຫ່ງການພັດທະນາ ແລະ ຊຸກດັນໃຫ້ເສດຖະກິດຂອງ ສປປ.ລາວ ສາມາດແຂ່ງຂັນກັບບັນດາປະເທດໃນພາກພື້ນ ແລະ ສາກົນໄດ້ຢ່າງພາກພູມ.



No comments

Powered by Blogger.