ການທົດແທນຄ່າເສຍຫາຍຂອງໂຄງການພັດທະນາ

ການທົດແທນຄ່າເສຍຫາຍຂອງໂຄງການພັດທະນາ ເປັນບັນຫາໜຶ່ງທີ່ສັງຄົມໃຫ້ຄວາມສົນໃຈ ເຊິ່ງປະຊາຊົນຜູ້ໄດ້ຮັບຜົນກະທົບຕ່າງກໍ່ຄາດຫວັງວ່າຈະໄດ້ຮັບການທົດແທນຕາມກົດໝາຍ, ສາມາດມີສ່ວນຮ່ວມໃນການຕັດສິນໃຈ, ມີສິດມີສຽງໃນການສະເໝີບັນຫາ ແລະ ຕ້ອງການໄດ້ຮັບການແກ້ໄຂ ພ້ອມທັງຕ້ອງການມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ ໂດຍອີງຕາມດຳລັດວ່າດ້ວຍ ການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ຈາກໂຄງການພັດທະນາເລກທີ 84/ລບ, ລົງວັນທີ 5 ເມສາ 2016

ມາດຕາ 5 ຫຼັກການພື້ນຖານກ່ຽວກັບການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ
ການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້:
1. ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ໄດ້ຮັບຜົນກະທົບ
2. ມີຄວາມສະເໝີພາບ, ຖືກຕ້ອງ, ໂປ່ງໃສ, ເປີດເຜີຍ ແລະ ຍຸດຕິທຳ
3. ມີການປະສານສົມທົບ, ປຶກສາຫາລື ແລະ ເຂົ້າຮ່ວມລະຫວ່າງເຈົ້າຂອງໂຄງການ, ຜູ້ໄດ້ຮັບຜົນກະທົບ, ການຈັດຕັ້ງພາກລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ

ມາດຕາ 25 ພັນທະຂອງເຈົ້າຂອງໂຄງການ ໃນການແກ້ໄຂຂໍ້ສະເໜີຂອງຜູ້ໄດ້ຮັບຜົນກະທົບ
ເຈົ້າຂອງໂຄງການມີພັນທະໃນການແກ້ໄຂຂໍ້ສະເໝີຂອງຜູ້ໄດ້ຮັບຜົນກະທົບດັ່ງນີ້:
1. ຮັບ ແລະ ຈົດບັນທຶກຂໍ້ສະເໜີທັງໝົດທັງປາກເປົ່າ ແລະ ເປັນລາຍລັກອັກສອນຂອງຜູ້ໄດ້ຮັບຜົນກະທົບຈາກໂຄງການ
2. ເຂົ້າຮ່ວມໃນການແກ້ໄຂຂໍ້ສະເໜີໃນທຸກຂັ້ນຕອນ, ໃນທຸກລະດັບຕາມທີ່ກຳນົດໄວ້ໃນມາດຕາ 24 ຂອງດຳລັດສະບັບນີ້, ໃຫ້ການຮ່ວມມື, ສ້າງເງື່ອນໄຂສະດວກແກ່ການແກ້ໄຂຂໍ້ສະເໜີດ້ວຍເຈດຕະນາດີ, ໂປ່ງໃສ ແລະ ເປີດເຜີຍ
3. ຮັບຜິດຊອບການໃຊ້ຈ່າຍທັງໝົດ ຂອງຜູ້ໄດ້ຮັບຜົນກະທົບ ແລະ ການຈັດຕັ້ງຂອງລັດທີ່ກ່ຽວຂ້ອງກັບການແກ້ໄຂຂໍ້ສະເໜີໃນທຸກຂັ້ນຕອນ, ທຸກລະດັບ

ຂັ້ນຕອນການແກ້ໄຂຂໍ້ສະເໜີຂອງຜູ້ໄດ້ຮັບຜົນກະທົບໂຄງການພັດທະນາ
ມາດຕາ 24 ຂັ້ນຕອນການແກ້ໄຂຂໍ້ສະເໜີຂອງຜູ້ໄດ້ຮັບຜົນກະທົບ ຫຼື ເຈົ້າຂອງໂຄງການ
ການແກ້ໄຂຂໍ້ສະເໜີຂອງຜູ້ໄດ້ຮັບຜົນກະທົບ ຫຼື ເຈົ້າຂອງໂຄງການໃຫ້ປະຕິບັດຢ່າງເຂັ້ມງວດໄປຕາມຂັ້ນຕອນດັ່ງນີ້:
1. ກ່ອນອື່ນ ຜູ້ໄດ້ຮັບຜົນກະທົບຍື່ນຂໍ້ສະເໜີຕໍ່ໜ່ວຍງານປະຕິບັດງານການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ແລະ ໜ່ວຍງານຄຸ້ມຄອງການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນໄປຕາມລຳດັບ ເພື່ອໃຫ້ໜ່ວຍງານດັ່ງກ່າວປະສານສົມທົບກັບເຈົ້າຂອງໂຄງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄົນຄວ້າພິຈາລະນາແກ້ໄຂກ່ອນ; ຖ້າຜູ້ໄດ້ຮັບຜົນກະທົບຍັງບໍ່ເຫັນດີນຳການແກ້ໄຂນັ້ນ ຫຼື ໜ່ວຍງານຄຸ້ມຄອງການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ຫາກເຫັນວ່າໜ່ວຍງານຕົນບໍ່ມີຄວາມສາມາດພິຈາລະນາແກ້ໄຂໄດ້ ຜູ້ໄດ້ຮັບຜົນກະທົບ ຫຼື ໜ່ວຍງານດັ່ງກ່າວກໍ່ມີສິດ ຍື່ນຂໍ້ສະເໜີຕໍ່ຄະນະຮັບຜິດຊອບການທົດແທນຄ່າເຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນແຂວງ, ນະຄອນ ເພື່ອປະສານສົມທົບກັບເຈົ້າຂອງໂຄງການສືບຕໍ່ພິຈາລະນາແກ້ໄຂ ແລະ ຖືວ່າຄະນະນີ້ເປັນຜູ້ພິຈາລະນາແກ້ໄຂຂັ້ນສຸດທ້າຍ
2. ໃນກໍລະນີບັນຫາເກີດຂຶ້ນ ເຊິ່ງບໍ່ໄດ້ກຳນົດໄວ້ໃນແຜນການທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຖ້າຜູ້ໄດ້ຮັບຜົນກະທົບ ຫຼື ເຈົ້າຂອງໂຄງການບໍ່ເຫັນດີນຳການແກ້ໄຂຕາມຂັ້ນຕອນທີ່ກຳນົດໄວ້ໃນຂໍ້ທີ 1 ຂອງມາດຕານີ້ ຝ່າຍທີ່ບໍ່ເຫັນດີກໍ່ມີສິດສະເໜີຕໍ່ລັດຖະບານ ໂດຍຜ່ານການຄົ້ນຄວ້ານຳສະເໜີຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາແກ້ໄຂຂັ້ນສຸດທ້າຍ
3. ຖ້າຫາກຍັງບໍ່ເຫັນດີນຳການແກ້ໄຂຂອງລັດຖະບານ ຝ່າຍທີ່ບໍ່ເຫັນດີກໍ່ມີສິດຮ້ອງຂໍຄວາມເປັນທຳ ຕໍ່ສະພາແຫ່ງຊາດ ຫຼື ຮ້ອງຟ້ອງຕໍ່ສານ ເພື່ອພິຈາລະນາຕາມຂະບວນການຍຸດຕິທຳ

ສິດຂອງຜູ້ຮ້ອງທຸກໃນການເຂົ້າເຖິງຄວາມຍຸດຕິທຳ
ມາດຕາ 11 ເນື້ອໃນຄຳຮ້ອງທຸກ
ຄຳຮ້ອງທຸກຕ້ອງມີເນື້ອໃນຕົ້ນຕໍ່ດັ່ງນີ້:
1. ຊື່ ແລະ ສະຖານທີ່ຂອງອົງການທີ່ກ່ຽວຂ້ອງ ເຊິ່ງຜູ້ຮ້ອງທຸກຍື່ນເຖິງ
2. ຊື່ ແລະ ນາມສະກຸນ, ສັນຊາດ, ວັນເດືອນປີເກີດ, ອາຊີບ, ທີ່ຢູ່ປັດຈຸບັນ, ເລກໂທລະສັບ ແລະ ທີ່ຢູ່ທາງເອເລັກໂຕຣນິກຂອງຜູ້ຮ້ອງທຸກ ແລະ ຜູ້ຖືກຮ້ອງທຸກ (ຖ້າຫາກມີ)
3. ຄວາມເປັນມາຂອງເຫດການ ຫຼື ຂໍ້ຂັດແຍ່ງ, ຜົນການແກ້ໄຂຂອງອົງການທີ່ກ່ຽວຂ້ອງ, ບັນຫາທີ່ຕ້ອງການໃຫ້ແກ້ໄຂໂດຍອີງເຫດຜົນ ແລະ ຂໍ້ມູນຫຼັກຖານອ້າງອີງ
4. ສະຖານທີ່, ວັນທີ, ລາຍເຊັນ ແລະ ລາຍໂປ້ມື້ຂອງຜູ້ຮ້ອງທຸກ ຫຼື ຜູ້ຕາງໜ້າທີ່ຖືກຕ້ອງຕາມກົດໝາຍ.

ຄຳຮ້ອງທຸກຕ້ອງເຮັດເປັນພາສາລາວທີ່ສາມາດອ່ານ ແລະ ເຂົ້າໃຈເນື້ອໃນໄດ້ງ່າຍ
ສຳລັບຄຳຮ້ອງທຸກທີ່ເປັນພາສາຕ່າງປະເທດ ຕ້ອງແປເປັນພາສາລາວ ໂດຍມີການຢັ້ງຢືນຖືກຕ້ອງຈາກອົງການທະບຽນສານ

ມາດຕາ 13 ສິດ ແລະ ພັນທະຂອງຜູ້ຮ້ອງທຸກ
ຜູ້ຮ້ອງທຸກມີສິດຕົ້ນຕໍ່ດັ່ງນີ້:
1. ຍື່ນຄຳຮ້ອງທຸກໂດຍຕົນເອງ ຫຼື ໂດຍຜູ້ຕາງໜ້າ ທີ່ຖືກຕ້ອງຕາມກົດໝາຍ
2. ໄດ້ຮັບການປົກປ້ອງຈາກການບັງຄັບ, ນາບຂູ່ ແລະ ໄດ້ຮັບການຮັກສາເປັນຄວາມລັບໃນສິ່ງທີ່ຕົນໄດ້ລາຍງານ ລວມທັງຊື່, ນາມສະກຸນ, ທີ່ຢູ່ຂອງຕົນ
3. ໄດ້ຮັບການຟື້ນຟູຄືນກ່ຽວກັບສິດຂອງຕົນທີ່ຖືກລະເມີດ ແລະ ໄດ້ຮັບການໃຊ້ແທນຄ່າເສຍຫາຍຈາກຜູ້ຖືກລະເມີດຕາມກົດໝາຍ ແລະ ລະບຽບການ
4. ຖອນຄຳຮ້ອງທຸກຂອງຕົນ ໃນທຸກຂັ້ນຕອນຂອງການພິຈາລະນາແກ້ໄຂ
5. ຮັບຊາບຜົນຂອງການແກ້ໄຂຄຳຮ້ອງທຸກຢ່າງເປັນລາຍລັກອັກສອນຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ