ສານຈາກຮອງນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

– ບັນດາທ່ານທີ່ນັບຖື.
– ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ.

ໃນບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ຢ່າງເປັນຂະບວນຟົດຟື້ນ ແລະ ຈັດຕັ້ງເປົ້າໝາຍການພັດທະນາແບບຍືນຍົງ ຫຼື ເອີ້ນຫຍໍ້ວ່າ SDG, ປີນີ້ເປັນປີທຳອິດ ທີ່ ສປປ ລາວ ຈັດຕັ້ງປະຕິບັດເປົ້າໝາຍສະຫັດສະຫວັດດ້ານການພັດທະນາແບບຍືນຍົງ ໂດຍສະເພາະແມ່ນ ການບັນລຸເປົ້າໝາຍທີ 5 ການບັນລຸຄວາມສະເໝີພາບ ລະຫວ່າງເພດ ແລະ ການສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກຍິງ ເຊິ່ງເປັນໃຈກາງຂອງທັງໝົດ ໃນເປົ້າໝາຍການພັດທະນາແບບຍືນຍົງ ທີ່ຈະຕ້ອງເຮັດໃຫ້ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃຫ້ໝົດໄປ ທີ່ເປັນຂີດໝາຍ ແລະ ບາດກ້າວສໍາຄັນ ເພື່ອພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ເຮັດໃຫ້ “ປະຊາຊົນຮັ່ງມີຜາສຸກ, ປະເທດຊາດໝັ້ນຄົງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”.

ໃນວັນທີ 25 ພະຈິກ ນີ້ເປັນວັນໜຶ່ງ ທີ່ທົ່ວໂລກໄດ້ໃຫ້ຄວາມສໍາຄັນ ເພື່ອລະນຶກເຖິງວັນສາກົນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ເປັນການໂຄສະນາປຸກລະດົມ ແລະ ປູກຈິດສຳນຶກໃນທົ່ວປວງຊົນໃຫ້ໄດ້ຮັບຮູ້ເຂົ້າໃຈ ແລະ ເຫັນເຖິງບັນຫາຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ວ່າເປັນການຈຳແນກຕໍ່ແມ່ຍິງ, ການລ່ວງລະເມີດຕໍ່ສິດທິຂອງແມ່ຍິງ ກໍຄື ສິດທິຂອງມະນຸດ.

– ບັນດາທ່ານທີ່ຮັກແພງທັງຫຼາຍ.

ດັ່ງທີ່ພວກເຮົາຮູ້ດີແລ້ວວ່າ: ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ເກີດຂຶ້ນມາດົນນານແລ້ວ ຮາກເຫງົ້າຂອງຄວາມຮຸນແຮງຕໍ່ແມ່ຍິງ ແມ່ນຍ້ອນການຈຳແນກຕໍ່ແມ່ຍິງ ທີ່ປະຫວັດສາດໄດ້ປະໄວ້, ການປະຕິບັດຮີດ ຄອງປະເພນີແບບເກົ່າແກ່ຫຼ້າ ຫຼັງ, ການເຊື່ອຖືງົມງວາຍ, ຄວາມທຸກຍາກຂາດເຂີນ, ລະດັບການສຶກສາທີ່ຍັງຕໍ່າ, ທັດສະນະຄະຕິຕໍ່ການໃຫ້ຄຸນຄ່າແມ່ ຍິງແລະ ຜູ້ຊາຍທີ່ແຕກຕ່າງກັນ ແລະ ສິ່ງຫຍໍ້ທໍ້ອື່ນໆ ທີ່ມີຕໍ່ ແມ່ຍິງຢູ່ໃນສັງຄົມ. ຄວາມຮຸນແຮງທີ່ເກີດຂຶ້ນມັນໄດ້ ສົ່ງຜົນກະທົບທາງດ້ານຮ່າງກາຍ, ຈິດໃຈ ແລະ ເປັນອຸປະສັກກີດຂວາງ ເຮັດໃຫ້ແມ່ຍິງບໍ່ໄດ້ເຂົ້າຮ່ວມໃນການພັດທະນາ, ນອກຈາກນີ້ ຄວາມຮຸນແຮງຕໍ່ແມ່ຍິງ ສົ່ງຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ເປັນອຸປະ ສັກອັນໃຫຍ່ຫຼວງ ທີ່ກີດຂວາງຄວາມສະເໝີພາບ ຍິງ-ຊາຍ.

ອີງຕາມຂໍ້ມູນ ແລະ ສະຖິຕິການສຳຫຼວດ ກ່ຽວກັບສະພາບຄວາມຮຸນແຮງຕໍ່ແມ່ຍິງໃນລະດັບໂລກ ໃຫ້ເຫັນວ່າແມ່ຍິງ 1 ໃນ 3 ຄົນ ແມ່ນເຄີຍມີປະສົບການຖືກຄວາມຮຸນແຮງ ທາງຮ່າງກາຍ ຫຼື ທາງເພດ ສ່ວນໃຫຍ່ແມ່ນ ຖືກຄວາມຮຸນແຮງ ຈາກຜູ້ເປັນຜົວ ຫຼື ຄູ່ນອນ; ໃນ 35% ຂອງແມ່ຍິງ ແລະ ເດັກຍິງ ໃນໂລກທີ່ມີປະສົບການຖືກຄວາມຮຸນແຮງທາງເພດ ແລະ ທາງຮ່າງກາຍ ໃນຊວງຊີວິດ ໜຶ່ງຂອງເຂົາເຈົ້າ ເຊິ່ງໃນນັ້ນໃນບາງປະເທດມີແມ່ຍິງເຖິງ 7 ໃນ 10 ຄົນທີ່ກຳລັງປະເຊີນ ກັບການຖືກລ່ວງລະເມີດທາງເພດ. ປະຈຸບັນ ໃນທົ່ວໂລກມີແມ່ຍິງຫຼາຍກວ່າ 700 ລ້ານຄົນ ແມ່ນຖືກບັງຄັບໃຫ້ແຕ່ງງານແຕ່ອາຍຸຍັງນ້ອຍ ແລະ ເດັກຍິງເຖິງ 250 ລ້ານ ຄົນແມ່ນໄດ້ແຕ່ງງານກ່ອນອາຍຸ 15 ປີ ແລະ ແມ່ຍິງທີ່ແຕ່ງງານກ່ອນອາຍຸ 18 ປີ ແມ່ນຮຽນບໍ່ຈົບ ແລະ ມີຄວາມສ່ຽງຖືກຄວາມຮຸນແຮງໃນຄອບຄົວຫຼາຍ ແລະ ມີອາການສົນໃນເວລາເກີດລູກ ເຊັ່ນ: ເສຍເລືອດຫຼາຍ, ລູກເກີດກ່ອນກຳນົດ, ເດັກມີ ນໍ້າໜັກໜ້ອຍ. ໃນທົ່ວໂລກມີຫຼາຍກວ່າ 50% ຂອງການລະເມີດທາງເພດ ແມ່ນເກີດຂື້ນຕໍ່ເດັກຍິງ ທີ່ມີອາຍຸຕ່ຳກວ່າ 16 ປີ. ໃນທຸກປະເທດ ມີພຽງ 4 ໃນ 10 ຄົນ ຂອງຜູ້ເຄາະຮ້າຍຈາກຄວາມຮຸນແຮງ ທີ່ໄດ້ຊອກຫາຄວາມຊ່ວຍເຫຼືອທາງດ້ານກົດໝາຍ, ສຸຂະພາບ ແລະ ຄວາມປອດໄພ.

ອີງຕາມ ການສຳຫຼວດກ່ຽວກັບສຸຂະພາບ ແລະ ປະສົບການຊີວິດຂອງແມ່ຍິງ ໃນປີ 2014 ຂອງ ສປປ ລາວ ພົບວ່າແມ່ຍິງ 1 ໃນ 3 ຄົນ ທີ່ເຄີຍມີຄູ່ຊີວິດ ໄດ້ລາຍງານວ່າ ເຂົາເຈົ້າເຄີຍຖືກຄວາມ ຮຸນແຮງຢ່າງໜ້ອຍ 1 ປະເພດ; 7% ເຄີຍຖືກຄວາມຮຸນແຮງທາງ ເພດຈາກຜົວ ຫຼື ຄູ່ຮ່ວມຊີວິດໃນຊ່ວງຊີວິດ ແລະ 12% ເຄີຍຖືກຄວາມຮຸນແຮງທາງຮ່າງກາຍ. ເດັກຍິງ 1 ໃນ 10 ຄົນ ອາຍຸລະຫວ່າງ 10-19 ປີ ແມ່ນໄດ້ແຕ່ງງານ ແລະ ກາຍເປັນແມ່ແລ້ວ. ອີງຕາມການສຳ ຫຼວດຄວາມຮຸນແຮງຕໍ່ເດັກ, ສປປ ລາວ ເປັນປະເທດທີ່ມີຕົວເລກຂອງການເກີດລູກ ໃນໄວໜຸ່ມສູງທີ່ສຸດ ໃນພາກພື້ນຄື 94 ຄົນ ຕໍ່ການເກີດໃນ 1.000 ຄົນ ທີ່ເປັນໄວໜຸ່ມອາຍຸລະຫວ່າງ 10-19 ປີ ແລະ ປະມານ 5% ຂອງເດັກເຫຼົ່ານັ້ນ ແມ່ນ ຍັງບໍ່ມີຄວາມຕ້ອງການມີເພດສຳພັນຄັ້ງທຳອິດ ກ່ອນທີ່ຈະມີອາຍຸຮອດ 18 ປີ.

ບັນດາທ່ານທີ່ຮັກແພງທັງຫຼາຍ
ເພື່ອແກ້ໄຂບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃນສາກົນອົງການສະຫະປະຊາຊາດ ຈຶ່ງໄດ້ອອກກົດໝາຍສາກົນ ຫຼື ທີ່ຮູ້ກັນແມ່ນ ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ໃນປີ 1979 ແລະ ມີຜົນບັງຄັບໃຊ້ໃນປີ 1981 ເຊິ່ງມີທັງໝົດ189 ປະເທດເຂົ້າຮ່ວມເປັນພາຄີ. ນອກນີ້ ຍັງມີຖະແຫຼງການ ແລະ ແຜນປະຕິບັດງານຕ່າງໆ ກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ ໃນດ້ານຕ່າງໆ. ສຳລັບອາຊຽນ ກໍ່ໄດ້ມີຖະແຫຼງການອາຊຽນ ວ່າດ້ວຍການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ ໃນປີ 2013.

ສຳລັບ ສປປ ລາວ ແມ່ນໄດ້ມີນະໂຍບາຍສົ່ງເສີມ ແລະ ພັດທະນາແມ່ຍິງ ແລະ ເດັກຍິງ ເພື່ອຮັບປະກັນສິດ ແລະ ການພັດທະນາ ທີ່ສະເໝີພາບ ແລະ ເທົ່າທຽມກັນລະຫວ່າງຍິງ-ຊາຍ ທາງດ້ານການ ເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ; ຫຼຸດຜ່ອນການຈຳແນກ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ເອົາໃຈໃສ່ການປົກປ້ອງ,ຊ່ວຍເຫຼືອເດັກ, ການພັດທະນາ ແລະ ການມີ ສ່ວນຮ່ວມຂອງເດັກ; ຊຸກຍູ້ສົ່ງເສີມໃຫ້ໂອກາດແກ່ເດັກຍິງ ໄດ້ປະກອບສ່ວນ ເຂົ້າໃນຂະບວນການພັດທະນາໃຫ້ຫຼາຍຂຶ້ນ; ບັນດານິຕິກຳ ແລະ ນະໂຍບາຍທີ່ໄດ້ຮັບຮອງແລ້ວມີ: ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ແຜນດຳເນີນງານແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃນ ສປປລາວ 2014-2020. ພວກເຮົາຍັງໄດ້ເອົາໃຈໃສ່ ສ້າງ ກົນໄກ ແລະ ມາດຕະການຈຳນວນໜຶ່ງ ເພື່ອໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ເນື່ອງໃນໂອກາດ ລະນຶກວັນສາກົນລຶບລ້າງ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ປີ 2016 ນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາຂະແໜງການ ທັງພາກລັດ ແລະ ເອກະຊົນ ລວມເຖິງ ອົງການປົກຄອງທ້ອງຖິ່ນ ແລະ ພົນລະເມືອງລາວທຸກທົ່ວໜ້າ ຈົ່ງເອົາໃຈໃສ່ໃຫ້ຄວາມສຳຄັນ ດັ່ງນີ້:

1. ເພີ່ມທະວີ ແລະ ເອົາໃຈໃສ່ໂຄສະນາ, ເຜີຍແຜ່ ແລະ ປູກຈິດສຳນຶກໃນຂອບເຂດທົ່ວປະເທດ ໃຫ້ສັງຄົມມີການປັບປ່ຽນທັດສະນະຄະຕິ, ພຶດຕິກຳ ແລະ ຈິນຕະນາການເກົ່າ ຂອງຄົນຈໍານວນໜຶ່ງ ໃນສັງຄົມ ທີ່ຍັງຍອມຮັບ ແລະ ໃຫ້ອາໄພຕໍ່ ຄວາມຮຸນແຮງຕໍ່ແມ່ຍິງ ແນ່ໃສ່ແກ້ໄຂສາເຫດທີ່ກໍ່ໃຫ້ເກີດຄວາມຮຸນແຮງຕໍ່ ແມ່ຍິງ
2. ເອົາໃຈໃສ່ ໃຫ້ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ໄດ້ຮັບການຊ່ວຍເຫຼືອໃຫ້ຄຳປຶກສາ, ດ້ານສຸຂະພາບ, ດ້ານຈິດໃຈ, ທີ່ພັກເຊົາທີ່ປອດໄພ, ການຊ່ວຍເຫຼືອທາງດ້ານກົດໝາຍ ຈາກເຈົ້າໜ້າ ທີ່ຍຸຕິທຳ, ເຈົ້າໜ້າທີ່ຕຳຫຼວດ, ໄອຍະການ ແລະ ສານ ລວມເຖິງ ການສ້າງເງື່ອນໄຂ ແລະ ໂອກາດໃຫ້ແມ່ຍິງບັນດາເຜົ່າ ໄດ້ເຂົ້າເຖິງການສຶກສາ, ໄດ້ຮັບການຝຶກອົບຮົມດ້ານການເມືອງ ແລະ ດ້ານເຕັກນິກວິຊາ ຊີບ, ໄດ້ມີວຽກເຮັດງານທຳ, ໄດ້ເຂົ້າເຖິງແຫຼ່ງທຳມາຫາກິນ ເປັນຕົ້ນ ແຫຼ່ງທຶນເພື່ອດຳເນີນການບໍລິການ ແລະ ການຜະລິດຫັນເປັນສິນຄ້າເທື່ອລະກ້າວ ເພື່ອສ້າງລາຍຮັບປະກອບສ່ວນ ເຂົ້າໃນແຫຼ່ງລາຍຮັບລວມ ຂອງຄອບຄົວ ເຊິ່ງຈະເປັນເງື່ອນໄຂຮັບປະກັນ ການປັບປຸງສະຖາບັນຄອບຄົວ ໃຫ້ມີຄວາມເຂັ້ມແຂງ ແລະ ຍົກສູງຄຸນນະພາບຊີວິດ ຂອງທຸກຄົນໃນຄອບຄົວ ເພື່ອປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ຫຼຸດ ຜ່ອນຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ກໍຄື ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.
3. ຮັບປະກັນ ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ເພື່ອປ້ອງກັນ, ປາບປາມການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ໄປຮອດໄປເຖິງປະຊາຊົນບັນດາເຜົ່າ ໂດຍ ຜ່ານຂະບວນການຈັດຕັ້ງປະຕິບັດມາດ ຖານການສ້າງຄອບຄົວ ແລະ ບ້ານ, ປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ປາສະຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.
4. ເອົາໃຈໃສ່ ສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມສັກສິດຂອງລະບຽບກົດໝາຍ ແລະ ການຈັດຕັ້ງປະຕິບັດກົນໄກ ປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງແມ່ ຍິງ ແລະ ເດັກນ້ອຍໃຫ້ມີປະສິດທິຜົນ.
5. ເພີ່ມທະວີ ການຮ່ວມມືໃນລະດັບພາກພື້ນ ລວມທັງ ການຮ່ວມມືໃນກອບຂອງອາຊຽນ ແລະ ການຮ່ວມມືສອງຝ່າຍ ກັບບັນດາປະເທດໄກ້ຄຽງ ກໍ່ຄື ການຮ່ວມມືໃນລະດັບສາກົນ ໃນວຽກງານ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເພື່ອແລກປ່ຽນບົດຮຽນ ແລະ ລະດົມການຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນເຂົ້າໃນວຽກງານດັ່ງກ່າວ ໃຫ້ນັບມື້ນັບຫຼາຍຂຶ້ນ.

ທ້າຍສຸດນີ້, ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງເຂົ້າຮ່ວມໃນຂະບວນການດັ່ງກ່າວ ຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແນວ ທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ສົນທິສັນຍາ ສາກົນວ່າດ້ວຍການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ໄດ້ຮັບໝາກຜົນຕົວຈິງ.

ຂໍຂອບໃຈ !

ຈາກ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ