ປະຫວັດ ພະທາດຫຼວງ (ພະເຈດີໂລກະຈຸລາມະນີ)

ປະຫວັດພະທາດຫຼວງວຽງຈັນ ຫຼື ພະເຈດີໂລກະຈຸລາມະນີ

1. ພະເຈົ້າຈັນທະບູລີປະສິດທິສັກ ຊົງສ້າງທາດຫຼວງຄັ້ງທຳອິດ

ພະທາດຫຼວງ ຫຼື ພະເຈດີໂລກະຈຸລາມະນີ ອັນເປັນປູຊະນີຍະວັດຖຸ ສຳຄັນຍິ່ງຂອງນະຄອນຫຼວງວຽງຈັນ ມີປະຫວັດກ່າວໄວ້ໃນໜັງສືອຸລັງຄະທາດວ່າ ໄດ້ສ້າງຂຶ້ນໃນສະໄໝດຽວກັນກັບການຕັ້ງເມືອງວຽງຈັນຄັ້ງທຳອິດ ຫຼັງຈາກການສ້າງພະທາດພະນົມແລ້ວ. ຜູ້ສ້າງຄັ້ງທຳອິດແມ່ນພະເຈົ້າຈັນທະບູລີປະສິດທິສັກ ເຈົ້ານະຄອນວຽງຈັນຄົນທຳອິດ ພ້ອມພະອະລະຫັນ 5 ອົງ ດັ່ງມີຂໍ້ຄວາມກ່າວໄວ້ໃນໜັງສືອຸລັງຄະທາດດັ່ງນີ້:
“ເມື່ອພະໂຄດົມສຳມາສຳພຸດທະເຈົ້າປະລິນິພານແລ້ວໄດດແປດປີປາຍ ພະມະຫາກັດສະປະເຖລະ ໄດ້ນຳເອົາອຸລັງຄະທາດຄືກະດູກຫົວອົກຂອງພະພຸດທະເຈົ້າມາປະດິດສະຖານໄວ້ທີ່ພູກ່ຳພ້າ ເຊິ່ງຮຽກວວ່າ ດອຍກະປະນະຄິຣີ (ຄືທາດພະນົມ ທຸກມື້ນີ້) ໃນເວລາກໍ່ຄັ້ງທຳອິດທີ່ພູກຳພ້ານັ້ນໄດ້ມີພະກະສັດທັງ 5 ນະຄອນມາຮ່ວມຊຸມນຸມກັນຄື:
1. ພະຍາສຸວັນນະພິງຄານ ເຈົ້າເມືອງໜອງຫານຫຼວງ
2. ພະຍາຄຳແດງ ເຈົ້າເມືອງໜອງຫານນ້ອຍ
3. ພະຍານັນທະເສນ ເຈົ້າເມືອງມະລຸກຂະນະຄອນຄື ເມືອງທ່າແຂກເກົ່າ
4. ພະຍາອິນທະປັດຖະນະຄອນ ເມືອງອິນທະປັດຖະ ປະເທດກຳປູເຈຍ
5. ພະຍາຈຸນລະນີພົມມະທັດ ເຈົ້າເມືອງແກວປະກັນ (ຄືແຂວງຊຽງຂວາງ)

ຕໍ່ມາເມື່ອພະຍາສຸວັນນະພິງຄານ ເມືອງໜອງຫານຫຼວງ ແລະ ພະຍາຄຳແດງເມືອງໜອງຫານນ້ອຍ ສຸລະຄຸດຈຸຕິຕາຍໄປແລ້ວ ເລີຍເກີດນ້ຳຖ້ວມເມືອງທັງສອງໄຫຼລ່ວງເຖິງກັນຊາວເມືອງທັງສອງຈຶ່ງອົບພະຍົບໜີຂຶ້ນມາຕັ້ງຢູ່ແຄມນ້ຳຂອງ. ໃນກຸ່ມຜູ້ອົບພະຍົບນີ້ມີຊາຍຄົນໜຶ່ງຊື່ ທ້າວ ຄຳບາງ ເປັນນ້າບ່າວຂອງພະຍາສຸວັນນະພິງຄານ ເມືອງໜອງຫານຫຼວງ ໄດ້ພາບ່າວໄພ່ບໍລິວານຂຶ້ນມາຕັ້ງເມືອງໃໝ່ຢູ່ແຄມຫ້ວຍເກົ້າລ້ຽວໃກ້ແມ່ນ້ຳຂອງໃສ່ຊື່ເມືອງໃໝ່ນີ້ວ່າ ເມືອງສຸວັນນະພູມ ສ່ວນບ່າວໄພ່ບໍລິວານກໍ່ພາກັນແຍກຍ້າຍໄປຕັ້ງບ້ານຢູ່ອ້ອມແອ້ມເມືອງນັ້ນ ໃນເວລານັ້ນມີຊາຍຄົນໜຶ່ງຊື່ ບູລີຈັນ ໄດ້ພາຍາດພີ່ນ້ອງມາຕັ້ງບ້ານຢູ່ແຄມຮ່ອງແກປາກໜອງຄັນແທເສືອນ້ຳເຊິ່ງຮຽກວ່າບ້ານໜອງຄັນແທເສື້ອນ້ຳ ໃນປາງນັ້ນມີພະອໍລະຫັນສອງອົງໄດ້ມາໂຜດຊາວບ້ານໜອງຄັນແທ ອົງໜຶ່ງຊື່ວ່າ ມະຫາພຸດທະວົງທ່ານຜູ້ນີ້ພັກເຊົາຢູ່ແຄມນ້ຳຂອງອີກອົງໜຶ່ງຊື່ ມະຫາສັດສະດີ ທ່ານຜູ້ນີ້ພັກເຊົາຢູ່ປາໂພນ ເໜືອນ້ຳບຶງ (ອາດຈະແມ່ນບໍລິເວນທາດຝຸ່ນທຸກວັນນີ້) ບູລີຈັນ ຫົວໜ້າບ້ານໜອງຄັນແທໄດ້ເປັນຜູ້ອຸປະຖາກພະອໍລະຫັນທັງສອງອົງນີ້.

ໃນສະໄໝດຽວກັນນີ້ທາງເມືອງສາເກດຕະນະຄອນ (ເມືອງຮ້ອຍເອັດ) ກໍ່ເກີດຄວາມວຸ້ນວາຍ ເນື່ອງຈາກມີຂ້າເສິກຊາວເມືອງກຸລຸນທະນະຄອນຄື ທວາລາວະດີອະນຸທະຍາ ຍົກມາຮາວີຮົບກວນ ຊາວເມືອງສາເກດຕະນະຄອນຈຶ່ງແຕກໜີຂຶ້ນມາເພິ່ງທ້າວ ຄຳບາງ ໝື່ນຫຼວງກາງໂຮງ ກັບ ໝື່ນນັນທະວາລາມໄດ້ພາເອົາເຈົ້າສັງຂະວິຊາກຸມມານກັບຄົວບ່າວໄພ່ສອງແສນຄົນໜີຂຶ້ນມາ ໃນເວລານັ້ນ ເຈົ້າສັງຂະວິຊາໄດ້ພາບ່າວໄພ່ແສນຄົນ ຕັ້ງບ້ານໜອງຄາຍ ແລະ ຢາຍມາຕາມຮິມຂອງຮອດຫ້ວຍບັງພວນ ໜື່ນຫຼວງກາງໂຮງພາຄົວຫ້າໝື່ນມາຕັ້ງຢູ່ຫ້ວຍຄູຄຳ, ໝື່ນນັນທະອາລາມ ພາຄົວຫ້າໝື່ນຄົນມາຕັ້ງຢູ່ແຄມຫ້ວຍນົກຍຸງ ຫຼື ຫ້ວຍນ້ຳໂມງ ບໍລິເວນແຖວນີ້ຈຶ່ງມີຄົນໜາແໜ້ນຕໍ່ມາ.

ຢູ່ຕໍ່ມາທ້າວ ບູລີຈັນ ຫົວໜ້າບ້ານໜອງຄັນແທມາໄດ້ກັບນາງ ອິນທະສວາງ ທິດາຂອງທ້າວຄຳບາງ ເຈົ້າເມືອງສຸວັນນະພູມ ແລ້ວບູລີຈັນ ຈຶ່ງຕັ້ງບ້ານໜອງຄັນແທຂຶ້ນເປັນເມືອງຮຽກວ່າ ເມືອງຈັນທະບູລີ ຕາມນາມຂອງຕົນ ຕັ້ງເມືອງຂຶ້ນແລ້ວຈຶ່ງຈັດແຈງແຕ່ງເຄື່ອງລາຊະບັນນາການໄປຖວາຍພະເຈົ້າສຸມິດຕະທຳມະວົງ ພະເຈົ້າແຜ່ນດິນແຫ່ງເມືອງມະລຸກຂະນະຄອນ (ຄືເມືອງທ່າແຂກ ຫຼື ສີໂຄດຕະບູນ) ອົງເປັນເຈົ້າແຜ່ນດິນເອກະລາດ ພະເຈົ້າສຸມິດຕະທຳມະວົງຈຶ່ງແຕ່ງໃຫ້ພາມ 5 ຄົນຂຶ້ນມາ ອະພິເສກບູລີຈັນໃຫ້ເປັນເຈົ້າຄອງນະຄອນຈັນທະບູລີ ມີພະນາມວ່າ ພະເຈົ້າຈັນທະບູລີປະສິດທິສັກ ພ້ອມກັນນີ້ຍັງໄດ້ພະລາຊະທານນາງ ກັນລະຍານີ ທີ່ເປັນເຊື້ອຊາດແຂກ (ຂອມ) ມາໃຫ້ສອງນາງ ແລ້ວພະເຈົ້າສຸມິດຕະທຳມະວົງ ຈຶ່ງກຳນົດເຂດແດນເມືອງຈັນທະບູລີຄື ໃຫ້ທາງໃຕ້ນັບແຕ່ນ້ຳກະດິງຂຶ້ນມາ ແລະ ທາງຟາກນ້ຳຂອງນັບແຕ່ຫ້ວຍບາງບາດຂຶ້ນມາ

ບູລີຈັນ ເມື່ອໄດ້ເປັນເຈົ້າຄອງນະຄອນແລ້ວ ຈຶ່ງ້ສາງຂົວຂ້າມນ້ຳບຶງ ອອກໄປຫາບ້ານເກົ້າ ແລະ ສ້າງວັດຂຶ້ນມາໃນບ້ານເກົ້ານັ້ນຮຽກວ່າວັດສວນອ່ວຍລ່ວຍ, ສ້າງວິຫານຂຶ້ນອີກ 2 ຫຼັງທີ່ປ່າໃຕ້ ແລະ ປ່າເໜືອ ສຳລັບໃຫ້ພະອໍລະຫັນ 2 ອົງນັ້ນຢູ່ ຕໍ່ມາພະມະຫາພຸດທະວົງ ຈຶ່ງໄປນຳຂໍເອົາທາດພະອໍລະຫັນ ມາບັນຈຸໄວ້ໃນວັດປ່າມະຫາພຸດທະວົງ ໄດ້ກົ່ນດິນລົງເລິກ 5 ວາ ກວ້າງ 3 ວາກໍ່ດ້ວຍດິນຈີ່ເປັນຮູບຜາສາດ ເອົາແຜ່ນເງິນລຽງປູຮອງໄວ້ ຈຶ່ງເອົາທາດລົງບັນຈຸ ແລ້ວເອົາຫິນໝາກຄອມຖົມໃຫ້ແໜ້ນ ແລະ ຝັງສີລາໝາຍໄວ້ ສີລານັ້ນສູງ 3 ວາ ກວ້າງ 1 ວາ”

ໃນການຕໍ່ມາຈຶ່ງມີພະອໍລະຫັນ 5 ອົງ ໄດ້ນຳເອົາພະບໍລົມມະທາດຂອງ ພະພຸດທະເຈົ້າ ມາຈາກເມືອງລາຊະຄຶ ປະເທດອິນເດຍ ພະທາດທີ່ນຳມານັ້ນຄື ພະທາດຫົວເນົ່າ 27 ອົງ, ທາດແຂວງຝາກ 7 ອົງ, ທາດຝ່າຕີນຂວາ 9 ອົງ. ເວລາພະອໍລະຫັນ 5 ອົງມານັ້ນໄດ້ຜ່ານກາຍທາງເມືອງລະໂວ້ (ລົບບູລີ) ແລະ ເມືອງໂຄລາດ ເພິ່ນໄດ້ເອົາພະບໍລົມມະທາດໄປບັນຈຸໄວ້ໃນທີ່ຕ່າງໆດັ່ງນີ້:
– ພະທາດຫົວເນົ່າ ບັນຈຸໄວ້ທີ່ພູເຂົາຫຼວງ ຫຼື ພູເຂົາລວງ (ເຂົ້າໃຈວ່າແມ່ນທາດຫຼວງນີ້ເອງ ເພາະໃນສີລາຈາລຶກທາດຫຼວງຮຽກວ່າ ຄູຫະຖູປາໂຍ ແປວ່າທາດທີ່ລັບຄືດູກຫົວເນົ່າ ແຕ່ໃນໜັງສືຕຳນານ ພະທາດບັງພວນຢູ່ບ້ານຫ້ວຍບັງພວນ ຈັງຫວັດໜອງຄາຍ ທີ່ຂຽນເປັນອັກສອນທຳຮຽກວ່າ ພູເຂົາລວງ, ຄຳວ່າລວງແປວ່ານາກ ດັ່ງນັ້ນ, ຄຳວ່າພູເຂົາລວງອາດຈະແປວ່າໂພນນາກ ຫຼື ວ່າໂພນຂີ້ນາກກໍ່ໄດ້)

– ທາດ (ດູກ-ອັດຖິ) ຝ່າຕີນຂວາ ບັນຈຸໄວ້ທີ່ເມືອງຫຼ້າໜອງຄາຍ (ທາດໜອງຄາຍພັງລົງນ້ຳແລ້ວ)

– ທາດແຂ້ວຝາງ ບັນຈຸໄວ້ທີ່ວຽງງົວ ແລະ ທ່າຫໍແພ (ເຂົ້າໃຈວ່າແມ່ນບ້ານພະໂຄວຽງຄຸກ ຄືທາດບັງພວນ ທຸກວັນນີ້)

ໃນການບັນຈຸພະທາດຫົວເນົ່າ 27 ອົງໄວ້ທີ່ພູເຂົາຫຼວງນັ້ນພະເຈົ້າຈັນທະບູລີປະສິດທິສັກເຈົ້າຄອງນະຄອນວຽງຈັນໄດ້ເປັນປະທານ ພະອົງໄດ້ໃຫ້ກໍ່ອຸໂມງຫິນກວມໄວ້ເຕົ້າຝາອຸໂມງທັງສີ່ດ້ານນັ້ນກວ້າງດ້ານລະ 5 ວາ ແລະ ໜາ 2 ວາ ລວມສູງໄດ້ 4 ວາ 3 ສອກ ເມື່ອໄດ້ທຳການບັນຈຸພະບໍລົມມະທາດແລ້ວ ພະເຈົ້າຈັນທະບູລີ ຈຶ່ງໄດ້ມີອາຍາໃຫ້ເສນາອາມາດສ້າງວິຫານຂຶ້ນໃນວຽງຈັນ 5 ຫຼັງເພື່ອໃຫ້ເປັນທີ່ຢູ່ຈຳວັດສາຂອງພະອໍລະຫັນ 5 ອົງນັ້ນ, ຕໍ່ມາພະອໍລະຫັນ 2 ອົງທີ່ຢູ່ກ່ອນນັ້ນຄື ພະມະຫາພຸດທະວົງ ທີ່ຢູ່ວັດປ່າມະຫາພຸດທະວົງ ແລະ ພະມະຫາສັດສະດີ ກໍ່ເຖິງແກ່ການນິບພານໄປ ພະເຈົ້າຈັນທະບູລີໄດ້ກະທຳການຊາປະນະກິດສຳເລັດແລ້ວຈຶ່ງໄດ້ເອົາອັດຖິທາດຂອງພະອໍລະຫັນ 2 ອົງນັ້ນມາບັນຈຸໄວ້ໃນວັດສວນອ່ວຍລ່ວຍ ທີ່ພະອົງໄດ້ສ້າງໄວ້ແຕ່ກ່ອນ”

ປະຫວັດການສ້າງພະທາດຫຼວງຄັ້ງທຳອິດ ຕາມທີ່ກ່າວໄວ້ໃນໜັງສືອຸລັງຄະທາດ ພະທາດຫຼວງອົງເດີມ ຫຼື ອົງທຳອິດທີ່ພະຍາຈັນທະບູລີ ສ້າງນີ້ສູງພຽງແຕ່ 4 ວາ 3 ສອກ ກວ້າງດ້ານລະ 4 ວາເທົ່ານັ້ນ ແລະ ພະທາດລູກນີ້ສ້າງບັນຈຸພະທາດຫົວເນົ່າ ຄືກະດູກໂມມຂອງພະພຸດທະເຈົ້າ ເຊິ່ງພະອໍລະຫັນ 5 ອົງໄດ້ນຳມາແຕ່ເມືອງລາຊະຄຶປະເທດອິນເດຍ

2. ສົມເດັດພະເຈົ້າໄຊຍະເສດຖາທິລາດ ຊົງສ້າງພະທາດຫຼວງຕໍ່ມາ
ປະຫວັດການສ້າງນະຄອນວຽງຈັນ ແລະ ພະທາດຫຼວງວຽງັຈນ ແຕ່ດັ້ງເດີມນັ້ນແມ່ນ ພະເຈົ້າຈັນທະບູລີປະສິດທິສັກ ແລະ ຄົງໄດ້ສ້າງຂຶ້ນແຕ່ໃນລະຫວ່າງ ພ.ສ 236 ດັ່ງໄດ້ກ່າວມາແລ້ວແຕ່ໃນສະໄໝຕໍ່ມາ ຊື່ຂອງນະຄອນວຽງຈັນ ກໍ່ບໍ່ໄດ້ປາກົດໃນໜັງສືເລື່ອງໃດອີກ ທັງຄວາມສຳຄັນຂອງວຽງຈັນ ຕະຫຼອດຮອດເຫດການບ້ານເມືອງໃນເຂດແຂວງນີ້ ກໍ່ບໍ່ມີເລື່ອງໃດກ່າວເຖິງ ແຕ່ເຖິງຢ່າງໃດນັ້ນ ເມືອງວຽງຈັນກໍ່ຍັງຄົມເປັນເມືອງຢູ່ຕໍ່ມາ ເພາະວ່າໃນລະຫວ່າງປີ ຄ.ສ 1285 ເມື່ອຂຸນລາມຄຳແຫງໄດ້ຂຶ້ນເປັນເຈົ້າແຜ່ນດິນໃນເມືອງສຸໂຂໄທແລ້ວ ພະອົງໄດ້ເຮັດສີລາຈາລຶກບອກເຂດແດນເມືອງສຸໂຂໄທໄວ້ວ່າ “ເຂດແດນເມືອງສຸໂຂໄທນີ້ ດ້ານຕາເວັນອອກເຖິງເມືອງວຽງຈັນ ແລະ ວຽງຄຳ ເປັນທີ່ແລ້ວ” ດັ່ງນີ້ຕາມຈາລຶກນີ້ເປັນເວລາກ່ອນພະຍາຟ້າງຸ່ມລົງມາຕີໄດ້ວຽງຈັນ ແລະ ວຽງຄຳເຖິງ 72 ປີ. ສະນັ້ນ, ຈຶ່ງເປັນອັນຮູ້ໄດ້ວ່າວຽງຈັນ ແລະ ວຽງຄຳນີ້ເປັນເມືອງເກົ່າທີ່ມີຊື່ມາແລ້ວແຕ່ບູຮານນັບເປັນພັນໆປີ ທັງມີເຈົ້າເປັນຜູ້ປົກຄອງສືບຕໍ່ກັນມາ ຫາກແຕ່ບໍ່ປາກົດໄດ້ເປັນເມືອງເອກະລາດ ຫຼື ເມືອງຫຼວງຂອງປະເທດ ແຕ່ຄົງເປັນເມືອງມີອິດສະຫຼະສ່ວນໜຶ່ງ ດັ່ງຈະຂໍນຳເອົາລາຍຊື່ຂອງຜູ້ເປັນເຈົ້າເມືອງວຽງຈັນ ຕາມທີ່ສືບຮູ້ໃນປະຫວັດສາດ ນັບແຕ່ໄລຍະພະເຈົ້າຟ້າງຸ່ມລົງມາ ມີດັ່ງນີ້:
1. ທ້າວ ຊຽງມຸງ ເປັນເຈົ້ານະຄອນວຽງຈັນ ຄ.ສ 1356
2. ພະເຈົ້າຟ້າງຸ່ມ ຕີວຽງຈັນໄດ້ແລ້ວໄດ້ຕັ້ງໃຫ້ ບາຄຸ້ມ ເປັນໜື່ນຈັນ ແລະ ເປັນເຈົ້າວຽງຈັນແທນທ້າວ ຊຽງມຸງ ຄ.ສ 1357
3. ທ້າວວັງບູລີ ໂອລົດຂອງພະຍາສາມແສນໄທໄດ້ຮັບຕຳແໜ່ງເປັນພະຍາເມືອງຂວາ ຄອງນະຄອນວຽງຈັນໃນລະຫວ່າງປີ 1427
4. ເຂົ້າຊາຍມຸ່ຍ (ໂອລົດຂອງໃຜບໍ່ຮູ້) ເປັນເຈົ້າວຽງຈັນໃນໄລຍະໜຶ່ງ
5. ພະຍາຈັນຫງອກ (ຫຼານພະເຈົ້າໄຊຍະຈັກກະພັດ) ປົກຄອງວຽງຈັນໃນລະຫວ່າງປີ ຄ.ສ 1479
6. ພະຍາແສນສຸລິນທະລີໄຊ (ທ່ານຜູ້ນີ້ເປັນຄົນເມືອງໜອງຄາຍ ພາຍລຸນມາໄດ້ເປັນເຈົ້າແຜ່ນດິນວຽງຈັນ ສືບຕໍ່ຈາກພະເຈົ້າໄຊຍະເສດຖາທິລາດ) ຄ.ສ 1481
7. ພະຍາສີສັດທຳມະໄຕໂລກ 1550 ທ່ານຜູ້ນີ້ໄດ້ສ້າງວັດຈັນທະບູລີ ແລະ ເພຍວັດ

ບຸກຄົນຜູ້ເປັນເຈົ້າວຽງຈັນແຕ່ສະໄໝພະຍາຟ້າງຸ່ມ ລົງມາເຖິງພະເຈົ້າໄຊຍະເສດຖະທິລາດມີ 7 ຄົນເທົ່ານັ້ນ ແລະ ບັນດາທ່ານເຫຼົ່ານີ້ບໍ່ເຫັນກ່າວໄວ້ວ່າໄດ້ທຳການສ້ອມແປງທາດໜ່ວຍໃນໜ່ວຍໜຶ່ງເລີຍ ຕໍ່ມາເມື່ອງປີ ຄ.ສ 1560 ພະເຈົ້າໄຊຍະເສດຖາທິລາດໄດ້ລົງມາຕັ້ງນະຄອນຫຼວງຈັນ ຂຶ້ນເປັນນະຄອນຫຼວງຂອງປະເທດໃສ່ຊື່ວ່າ “ນະຄອນຈັນທະບູລີ ສີສັດຕະນາຄະນະຫຸດ ອຸດຕະມະລາຊະທານີ” ແລ້ວເຖິງປີ ຄ.ສ 1566 ພະອົງຈຶ່ງໄດ້ສ້າງທາດຫຼວງຂຶ້ນໃນພະລາຊະອຸທິຍານດ້ານຕາເວັນອອກຂອງເມືອງ ໂດຍກໍ່ກວມພະທາດເກົ່າລູກໜຶ່ງທີ່ມີມາແຕ່ບູຮານ

ໃນການສ້າງພະທາດໃໝ່ ກໍ່ກວມພະທາດເກົ່ານີ້ພະອົງໄດ້ສ້າງ ທາດນ້ອຍອ້ອມເຕົ້າໃຫຍ່ 30 ລູກຮຽກວ່າ ສະມະຕິງສະປາລະນີຄື: ເຮັດໃຫ້ຄົບຈຳນວນປາລະມີ 30 ປະການຂອງພະພຸດທະເຈົ້າ ນັແຕ່ທານະປາລະມີ ແລະ ທານະປະລະມັດຖະປາລະມີເປັນຕົ້ນ. ພາຍໃນທາດນ້ອຍ 30 ລູກນີ້ ພະອົງໄດ້ເອົາຄຳຫຼໍ່ເປັນລູກທາດລູກລະສີ່ບາດບັນຈຸໄວ້ທຸກໆໜ່ວຍທາດ ແລະ ມີໃບລານເຮັດດ້ວຍຄຳຍາວປະມານສອກກຳ ຈາລຶກພະທຳຮອງລູກທາດນັ້ນໄວ້ທຸກໆໜ່ວຍ ຂໍ້ຄວາມທີ່ຈາລຶກຢູ່ໃນໃບລານນັ້ນເປັນພາສາບາລີວ່າດັ່ງນີ້:
“ເຍ ທຳມາ ເຫຕຸປະ ປະພະວາ
ເຕສັງ ເຫຕຸງ ຕະຖາຄະໂຕ
ເຕໄສຈະ ໂຍ ນິໂລໂທຈະ
ເອວັງ ວາທີ ມະຫາ ສະມາໂນ”
ແປວ່າ: ສິ່ງທັງຫຼາຍເກີດມາຈາເຫດ ພະຕາຄົດເຈົ້າ….

ຂໍ້ຄວາມນີ້ ນັກປາດອາຈານຝ່າຍພະພຸດທະສາສະໜາຖືວ່າ ເປັນຫົວໃຈຂອງຄຳສອນແຫ່ງ ພະພຸດທະສາສະໜາ (ລູກທາດ ແລະ ໃບລານຄຳນີ້ ຂຸດພົບໃນປີ ຄ.ສ 1930 ເມື່ອມີການສ້ອມແປງພະທາດ)

ເມື່ອສ້າງແລ້ວ ພະອົງໄດ້ໃສ່ຊື່ພະທາດ ຫຼື ພະເຈດີລູກນີ້ວ່າ “ເຈດີໂລກະຈຸລາມະນີ” ແຕ່ທຸກມື້ນີ້ຄົນທັງຫຼາຍຮຽກວ່າ ທາດຫຼວງ ຄຳວ່າທາດຫຼວງ ນັ້ນຄົງຈະໜາຍຄວາມວ່າໃຫຍ່ ນັ້ນເອງ ແລ້ວໄດ້ສະຫຼະຂ້ອຍຂ້າທາສາ ແລະ ທີ່ດິນໄວ້ໃຫ້ເປັນບໍລິວານພະທາດເປັນຈຳນວນຫຼາຍ.

[ບາງຕອນຈາກປຶ້ມປະຫວັດພະທາດຫຼວງ ໂດຍ ມະຫາ ສີລາ ວິລະວົງ]