ຊົນເຜົ່າກະຕູ ມົນສະເໜ່ແຫ່ງເຊກອງ ກັບຄວາມເຊື່ອທີ່ເປັນເອກະລັກ

ປະເທດລາວ ຖືເປັນໜຶ່ງໃນປະເທດທີ່ມີອະລິຍະທຳເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫຼາກຫຼາຍທາງດ້ານຊົນເຜົ່າ, ວັດທະນະທຳ, ຮີດຄອງປະເພນີ ແລະ ຮູບແບບການດຳລົງຊີວິດ ພົນລະເມືອງລາວປະກອບມີຫຼາຍເຖິງ 49 ຊົນເຜົ່າ ເຊິ່ງຊົນເຜົ່າກະຕູ ກໍ່ເປັນໜຶ່ງໃນນັ້ນ ແລະ ນອນຢູ່ໃນກຸ່ມຊົນເຜົ່າທີ່ປາກເວົ້າພາສາມອນ-ຂະແມ ແລະ ມີຮູບແບບການດຳລົງຊີວິດທີ່ເປັນເອກະລັກ ອັນໄດ້ກາຍເປັນມົນສະເໜ່ສະເພາະຂອງເຂົາເຈົ້າ.

ແຂວງເຊກອງ ເປັນແຂວງນ້ອຍ ແຕ່ເຕັມໄປດ້ວຍສີສັນຂອງຮີດຄອງປະເພນີຈາກຫຼາກຫຼາຍຊົນເຜົ່າ ເຊິ່ງໃນນັ້ນມີຊົນເຜົ່າກະຕູຫຼາຍກວ່າໝູ່,​ ແຂວງເຊກອງ ຕັ້ງຢູ່ທາງພາກໃຕ້ຂອງລາວ ຫ່າງຈາກນະຄອນຫຼວງວຽງຈັນປະມານ 815 ກິໂລແມັດ, ທາງທິດຕາເວັນອອກມີຊາຍແດນຕິດກັບຫວຽດນາມ ປະກອບມີ 4 ເມືອງຄື: ເມືອງລະມາມ, ເມືອງກະລຶມ, ເມືອງທ່າແຕງ ແລະ ເມືອງດາກຈຶງ.

ແຂວງເຊກອງ ຫຼື ຮູ້ຈັກກັນໃນອະດີດໃນຊື່ແຂວງຕາເວັນອອກ ເຄີຍເປັນສ່ວນໜຶ່ງຂອງແຂວງສາລະວັນ, ແຕ່ໄດ້ຮັບການແຍກຕົວອອກມາຕັ້ງເປັນແຂວງໜຶ່ງຕ່າງຫາກ ເມື່ອປີ 1983.

ຈາກການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທ 4 ປີ 2015 ຂອງສູນສະຖິຕິແຫ່ງຊາດ ຊົນເຜົ່າກະຕູມີພົນລະເມືອງທັງໝົດ 28,378 ຄົນ ຍິງ 14,341 ຄົນ ກວມເອົາ 0.4% ຂອງພົນລະເມືອງລາວທັງໝົດ.

ຕາມການສັນນິຖານຂອງນັກຄົ້ນຄວ້າຫຼາຍທ່ານໄດ້ໃຫ້ຮູ້ວ່າ: ຊົນເຜົ່າກະຕູ ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກຕາເວັນອອກສຽງໃຕ້ຂອງອິນເດຍ ແລະ ບໍລິເວນຕອນໃຕ້ຂອງຈີນ ເພາະຢູ່ເຂດນັ້ນ ຍັງປາກົດມີກຸ່ມຄົນທີ່ປາກເວົ້າພາສາມອນ-ຂະແມຢູ່ເຊັ່ນ: ກຸ່ມມູນດະ ແລະ ກຸ່ມໂກນເປັນຕົ້ນ, ຊົນເຜົ່າກະຕູປະກອບມີຫຼາຍແຊງດ້ວຍກັນຄື: ຕຣີວ, ດາກກັງ (ປັບເດງ), ອັຣນາ, ອາສານ ແລະ ເຟືອງ ຊົນເຜົ່າກະຕູໃນລາວ ສ່ວນໃຫຍ່ແມ່ນຢູ່ບັນດາແຂວງພາກໃຕ້ເຊັ່ນ: ເມືອງກະລຶມ, ເມືອງດາກຈຶງ, ເມືອງທ່າແຕງ ແຂວງເຊກອງ; ເມືອງເລົາງາມ ແຂວງສາລະວັນ, ເມືອງປາກຊ່ອງ ແລະ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ. ນອກຈາກນີ້ແລ້ວ ຊົນເຜົ່າກະຕູຍັງມີຢູ່ຫວຽດນາມເຊັ່ນ: ແຂວງກວາງນາມ, ແຂວງດານັ໋ງ ແລະ ແຂວງເທືອງທຽນເຫວ.

ຊົນເຜົ່າກະຕູ ມີຮີດຄອງປະເພນີ, ຄວາມເຊື່ອຖື ແລະ ວັດທະນະຄ້າຍຄືກັນກັບບັນດາຊົນເຜົ່າໃນ   ໝວດພາສາມອນ-ຂະແມ, ໂດຍສະເພາະແມ່ນມີຄວາມເຊື່ອໃນເລື່ອງຈິດວິນຍານ ແລະ ຜີ, ພາສາປາກເວົ້າຂອງເຂົາເຈົ້າປະກອບພາສາ: ຢ໋າງ ແລະ ເບຣົາ ປະສົມກັນ.

ຕາມປະເພນີແລ້ວ ເຂົາເຈົ້າມັກຈະປຸກສ້າງບ້ານເຮືອນແບບເປັນຮູບວົງມົນອ້ອມສາລາກວານ ແລະ ໃຫ້ຢູ່ໃກ້ກັບຕະກູນ ຫຼື ເຊື້ອສາຍຂອງຕົນ. ລັກສະນະຂອງເຮືອນ ຈະເປັນເຮືອນຕ່ຳ ແລະ ເປັນເຮືອນຍາວ ໂດຍອາໄສຢູ່ນຳກັນຫຼາຍຄອບຄົວ ແລະ ຫຼາຍເຊັ່ນຄົນ.

ໝາຍຄວາມວ່າໃນບ້ານຂອງຊົນເຜົ່າກະຕູ ຈະມີເຮືອນສາລາກວານຢູ່ໃຈກາງຂອງບ້ານ ເຊິ່ງສາລາກວານນີ້ ເຂົາເຈົ້າຈະໃຊ້ເປັນສະຖານທີ່ໂຮມຊຸມນຸມ, ເປັນບ່ອນຮັບແຂກ, ເປັນສະຖານທີ່ໃນການເຮັດກິດຈະກຳຕ່າງໆກ່ຽວກັບຄວາມເຊື່ອຖື.

ເພື່ອປະຕິບັດຕາມຮີດຄອງປະເພນີ ຂອງຊົນເຜົ່າກະຕູ ໃນບ້ານເຮືອນຂອງເຂົາເຈົ້າຈະມີການຄະລຳ ແລະ ມີຂໍ້ຫ້າມເຊັ່ນ: ກ່ອນຈະເຂົ້າບ້ານ ຕ້ອງສັງເກດເບິ່ງປະຕິໂຂງວ່າມີຟົດໄມ້ ຫຼື ບໍ່? ຖ້າມີຟົດໄມ້ດິບ ສະແດງວ່າຫ້າມເຂົ້າບ້ານ,​ ກ່ອນຈະຮູດເຂົ້າກ່ຽວເຂົ້າ ມີການຄະລຳບ້ານ ໂດຍບໍ່ໃຫ້ຄົນໃນອອກຄົນນອກບໍ່ໃຫ້ເຂົ້າ, ຫ້າມຂຶ້ນເຮືອນໃນເວລາມີຟົດໄມ້ດິບຕິດຢູ່ຝາເຮືອນ ຫຼື ປະຕູ, ບໍ່ໃຫ້ນັ່ງອີງເສົາເຮືອນ, ບໍ່ໃຫ້ນອນຂວາງເຮືອນ ແລະ ການເຂົ້າອອກຂອງແຂກຕ້ອງເຂົ້າ-ອອກ ປະຕູທີ່ໃຊ້ສຳລັບຮັບແຂກເທົ່ານັ້ນ, ນອກຈາກນີ້ ໃນເວລາມີແຂກມາຢ້ຽມຢາມເຂົາເຈົ້າມີປະເພນີຮັບແຂກດ້ວຍການໃຫ້ສູບຢາບັ້ງທີ່ເປັນເອກະລັກອັນໜຶ່ງ ເຊິ່ງພາສາກະຕູເອີ້ນວ່າ “ກອກ ເດິະ”.

ຊົນເຜົ່າກະຕູ ເປັນໜຶ່ງໃນຄວາມຫຼາກຫຼາຍທາງຊົນເຜົ່າ, ວັດທະນະທຳ ແລະ ຮີດຄອງປະເພນີຂອງລາວ ແລະ ມີວິຖີຊີວິດທີ່ເປັນເອກະລັກ ມີມົນສະເໜ່ສະເພາະຕົວ ທີ່ສາມາດດຶງດູດຄວາມສົນໃຈ ຈາກນັກທ່ອງທ່ຽວທີ່ມັກການພະຈົນໄພທາງທຳມະຊາດ ນັກທ່ອງທ່ຽວທີ່ຕ້ອງການຮຽນຮູ້ວັດທະນະທຳໃໝ່ໆໄດ້ເປັນຢ່າງດີ ເພື່ອເຂົ້າມາຊຶມຊັບ ແລະ ສຳຜັດວິຖີຊີວິດຕົວຈິ່ງຂອງຊົນເຜົ່າກະຕູ.