ສຳນັກຂ່າວຕ່າງປະເທດລາຍງານ 19 ກັນຍາ 2018 ວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ກ່າວໃນຕອນໜຶ່ງຂອງການພົບປະຫາລືກັບທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ເມື່ອວັນອັງຄານ ທີ່ຜ່ານມາ ເຊິ່ງເປັນມື້ທຳອິດຂອງການປະຊຸມສຸດຍອດຜູ້ນຳສອງເກົາຫຼີ ໂດຍການປະຊຸມໄດ້ຈັດຂຶ້ນທີ່ສຳນັກງານໃຫຍ່ຂອງພັກແຮງງານເກົາຫຼີວ່າ ບັນຍາກາດການເມືອງຢູ່ແຫຼມເກົາຫຼີມີສະຖຽນລະພາບຫຼາຍຂຶ້ນກວ່າໃນອະດີດ ແລະ ຫວັງເປັນຢ່າງຍິ່ງວ່າການພົບປະຫາລືກັບຜູ້ນຳເກົາຫຼີໃຕ້ໃນຄັ້ງນີ້ ຈະມີຄວາມຄືບໜ້າຍິ່ງຂຶ້ນໃນອີກຫຼາຍດ້ານ.
ຂະນະດຽວກັນ, ທ່ານ ຄິມ ຈອງ-ອຶນ ກ່າວຂອບໃຈຄວາມພະຍາຍາມຂອງລັດຖະບານເກົາຫຼີໃຕ້ ທີ່ຊຸກດັນໃຫ້ເກີດການປະຊຸມຄັ້ງປະຫວັດສາດທີ່ສິງກະໂປ ເມື່ອເດືອນມິຖຸນາ ທີ່ຜ່ານມາ ເຮັດໃຫ້ທ່ານໄດ້ພົບກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເຊິ່ງການພົບປະຫາລືກັບທ່ານ ໂດໂນ ທຣຳ ມີສ່ວນຊ່ວຍໃຫ້ສະຖານະການໃນພູມມິພາກມີສະຖຽນລະພາບຫຼາຍຂຶ້ນເຊັ່ນກັນ, ນອກຈາກນີ້ ທ່ານ ຄິມ ຈອງ-ອຶນ ຍັງກ່າວສະແດງຄວາມຍິນດີທີ່ການພົບປະຫາລືລະຫວ່າງຜູ້ນຳສອງເກົາຫຼີສາມາດເກີດຂຶ້ນໄດ້ໃນນະຄອນຫຼວງປຽງຢາງ ເປັນຄັ້ງທີ 3 ຕໍ່ຈາກ 2 ຄັ້ງກ່ອນໜ້ານີ້ເມື່ອປີ 2000 ແລະ ປີ 2007 ພ້ອມທັງຢືນຢັນວ່າເກົາຫຼີເໜືອຍັງຫຼ້າຫຼັງກວ່າເກົາຫຼີໃຕ້ໃນທຸກດ້ານ ແຕ່ລັດຖະບານເກົາຫຼີເໜືອ ແລະ ປະຊາຊົນມີຄວາມຕັ້ງໃຈຢ່າງສູງໃນການຕ້ອນຮັບຜູ້ນຳເກົາຫຼີໃຕ້ໃຫ້ດີທີ່ສຸດ.
ໃນດ້ານຂອງທ່ານ ມູນ ແຈ-ອິນ ກໍ່ໄດ້ກ່າວຂອບອົກຂອບໃຈ ທີ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກເກົາຫຼີເໜືອ ແລະ ກ່າວວ່າການສ້າງສັນຕິພາບຢູ່ແຫຼມເກົາຫຼີເປັນພາລະກິດທີ່ຍິ່ງໃຫຍ່ສຳລັບເກົາຫຼີເໜືອ ແລະ ເກົາຫຼີໃຕ້ ເຖິງແມ່ນວ່າເສັ້ນທາງສູ່ຄວາມສຳເລັດຍັງຕ້ອງຜ່ານຜ່າຄວາມທ້າທາຍອີກຫຼາຍດ້ານ ແຕ່ມິດຕະພາບ ແລະ ຄວາມໄວ້ວາງໃຈທີ່ຜູ້ນຳສອງເກົາຫຼີມີໃຫ້ແກ່ກັນ ຈະເປັນພະລັງໃຫ້ທັງສອງປະເທດຮ່ວມມືກັນໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ.
ເຊິ່ງກ່ອນການພົບປະຫາລືຮອບທຳອິດ ເກົາເໜືອໄດ້ຈັດຂະບວນຕ້ອນຮັບປະທານປະເທດເກົາຫຼີໃຕ້ຢ່າງຍິ່ງໃຫຍ່ ໂດຍທ່ານ ຄິມ ຈອງ-ອຶນ ໄດ້ເຊີນທ່ານ ມູນ ແຈ-ອິນ ຍືນເທິງລົດລີມູຊີນສີດຳ ເພື່ອໂບກມືໃຫ້ກັບປະຊາຊົນປະມານ 100,000 ຄົນ ທີ່ຕັ້ງແຖວຕ້ອນຮັບຕະຫຼອດເສັນທາງສາຍຫຼັກໃນນະຄອນຫຼວງປຽງຢາງ ທ່າມກາງສຽງຮ້ອງວ່າ “ການລວມຊາດ”.