ສຳນັກຂ່າວຕ່າງປະເທດລາຍງານ 19 ກັນຍາ 2018 ວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແລະ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ໄດ້ລົງນາມຮ່ວມກັນໃນປະຕິຍານຮ່ວມຂອງການປະຊຸມສຸດຍອດຜູ້ນຳສອງເກົາຫຼີ ຄັ້ງທີ 3 ທີ່ນະຄອນຫຼວງປຽງຢາງ ໂດຍມີເນື້ອໃນສຳຄັນຄື: ການຍົກລະດັບການຮ່ວມມືສອງຝ່າຍໃນທຸກດ້ານ ເພື່ອຜົນປະໂຫຍດຮ່ວມກັນລະຫວ່າງທັງສອງປະເທດ ແລະ ການສ້າງສັນຕິພາບຕາມຂະບວນການເພື່ອນຳໄປສູ່ການເຮັດໃຫ້ແຫຼມເກົາຫຼີເປັນພື້ນທີ່ປອດນິວເຄຼຍ ໂດຍທ່ານ ຄິມ ຈອງ-ອຶນ ຢືນຢັນການກະກຽມປິດສູນທົດລອງເຄື່ອງຈັກຈະຫຼວດຕົງຊາງຣີ ທີ່ຢູ່ທາງພາກຕາເວັນຕົກຂອງປະເທດເປັນການຖາວອນ ພາຍໃຕ້ການສັງເກດການຂອງຜູ້ຊ່ຽວຊານ ແລະ ສື່ມວນຊົນຈາກຕ່າງປະເທດ.
ຂະນະດຽວກັນ, ຜູ້ນຳສອງເກົາຫຼີຍັງເຫັນດີຮ່ວມກັນໃນການກຽມການເຄື່ອນຍ້າຍອາວຸດທັງໝົດ ໂດຍສະເພາະທີ່ກ່ຽວຂ້ອງກັບໂຄງການຂີປະນາວຸດ ແລະ ອາວຸດນິວເຄຼຍ ອອກຈາກແຫຼມເກົາຫຼີ ເຖິງແມ່ນວ່າຍັງບໍ່ມີການເປີດເຜີຍເຖິງລາຍລະອຽດໃນສ່ວນນີ້ ແຕ່ປັດຈຸບັນສະຫສະລັດ ອາເມຣິກາ ມີລະບົບປ້ອງກັນຂີປະນາວຸດ THAAD ຕັ້ງພາກໃຕ້ຂອງເກົາຫຼີໃຕ້, ນອກຈາກນີ້ ທ່ານ ມູນ ແຈ-ອິນ ແລະ ທ່ານ ຄິມ ຈອງ-ອິນ ຍັງເຫັນດີຮ່ວມກັນກະກຽມຖອນກຳລັງເຈົ້າໜ້າທີ່ອອກຈາກຈຸດສັງເກດການທາງທະຫານ 11 ແຫ່ງຢູ່ເຂດປອດທະຫານ (DMZ), ການກຳນົດໃຫ້ພື້ນທີ່ເໜືອເສັ້ນແບ່ງເຂດແດນທາງທະຫານ (MDL) ເປັນເຂດຫ້າມບິນ ທີ່ລວມທັງຍົນໂດຍສານ, ຍົນທະຫານ, ເຮລິຄັອບແຕ ແລະ ໂດຣນ ແລະ ຍັງມີການຕັ້ງຄະນະກຳມະການທະຫານຮ່ວມສອງເກົາຫຼີ ແລະ ການກຳນົດແນວກັນຊົນທັງທາງບົກ, ທາງທະເລ ແລະ ທາງອາກາດ ເພື່ອຫຼຸດຜ່ອນບັນຍາກາດຄວາມເຄັ່ງຕຶງທາງທະຫານ ແລະ ປ້ອງກັນອຸປະຕິເຫດຂອງພົນລະເຮືອນອີກດ້ວຍ.
ໃນສ່ວນຂອງການຮ່ວມມື ແລະ ການແລກປ່ຽນລະດັບພົນລະເຮືອນນັ້ນ ເກົາຫຼີເໜືອ ແລະ ເກົາຫຼີໃຕ້ເຫັນດີຮ່ວມກັນເພີ່ມການຮ່ວມມືດ້ານເສດຖະກິດຂ້າມຊາຍແດນ ເລີ່ມຈາກການເດີນໜ້າໂຄງການພັກດທະນາເສັ້ນທາງລົດໄຟ ແລະ ເສັ້ນທາງຫຼວງໃຫ້ສຳເລັດພາຍໃນ 1 ປີ, ການເພີ່ມຄວາມຖີ່ຂອງກິດຈະກຳຮວມຍາດພີ່ນ້ອງສອງເກົາຫຼີ ດ້ວຍການໃຫ້ມີການຕິດຕໍ່ກັນຜ່ານລະບົບວິດີໂອຫຼາຍຄັ້ງຂຶ້ນ, ການກຽມໃຊ້ພື້ນທີ່ສ່ວນໜຶ່ງພາຍໃນນິຄົມອຸດສາຫະກຳແກຊອງ ເຊິ່ງຢູ່ໃນເກົາຫຼີເໜືອ ແຕ່ບໍ່ຫ່າງຈາກເກົາຫຼີໃຕ້ ເປັນສູນປະສານງານດ້ານການຮວມຍາດພີ່ນ້ອງສອງເກົາຫຼີເປັນການຖາວອນ ເພື່ອໃຫ້ຄອບຄົວທີ່ພັດພາກຈາກກັນໃນປາງສົງຄາມໄດ້ພົບກັນຫຼາຍຄັ້ງຍິ່ງຂຶ້ນ ແລະ ການສະເໜີຕົວເປັນເຈົ້າພາບກີລາໂອລິມປິກລະດູຮ້ອນຮ່ວມກັນໃນປີ 2032, ນອກຈາກນີ້, ທ່ານ ຄິມ ຈອງ-ອຶນ ຍັງໄດ້ຕອບຮັບຄຳເຊີນຂອງທ່ານ ມູນ ແຈ-ອິນ ໃນການເດີນທາງຢ້ຽມຢາມນະຄອນຫຼວງໂຊ ພາຍໃນອະນາຄົດອັນໃກ້ນີ້ ຫຼື ໄວທີ່ສຸດຄືພາຍໃນທ້າຍປີນີ້.