ໃນວັນທີ 2 ພະຈິກ 2018 ທີ່ຜ່ານມາ, ຢູ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ມີພິທີສາຍຮູບເງົາຮອບປະຖົມມະເລີກ “ເທດສະການຮູບເງົາດີເດັ່ນຈີນທົ່ວປະເທດລາວ” ປະຈໍາປີ 2018 ທີ່ຈັດໂດຍວິທະຍຸສາກົນແຫ່ງປະເທດຈີນ CRI ປະຈໍາລາວ ແລະ ກົມຮູບເງົາລາວ ພາຍໃຕ້ການຊີ້ນຳຂອງ ສະຖານທູດ ສປ.ຈີນ ປະຈຳ ສປປ.ລາວ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບົວເງິນ ຊາວພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ແຂກທີ່ຖືກເຊີນ, ພາກສ່ວນກ່ຽວຂ້ອງທັງສອງຝ່າຍ, ນັກຮ້ອງນັກສະແດງທີ່ມີຊື່ສຽງຂອງລາວ ແລະ ມວນຊົນ 1000 ກວ່າຄົນເຂົ້າຮ່ວມຊົມ.
ຈຸດປະສົງຂອງການຈັດງານຄັ້ງນີ້ ແມ່ນເພື່ອຮັດແໜ້ນການພົວພັນລະຫວ່າງສອງປະເທດ ໂດຍສະເພາະແມ່ນເສີມສ້າງຄວາມສະໜິດສະໜົມກັນ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນຂອງສອງປະເທດລາວ-ຈີນ. “ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ” ກໍ່ຖືເປັນອີກໜຶ່ງກິດຈະກໍາໃນການແລກປ່ຽນວັດທະນະທໍາລະຫວ່າງສອງປະເທດ ທີ່ມີຄວາມໝາຍສໍາຄັນ ແລະ ເຊື່ອໝັ້ນວ່າ, ເທດສະການຄັ້ງນີ້ຈະສາມາດເຮັດໃຫ້ການແລກປ່ຽນດ້ານວັດທະນະທໍາລະຫວ່າງລາວ-ຈີນມີເນື້ອໃນອຸດົມສົມບູນຂຶ້ນຕື່ມ.
ສໍາລັບ, “ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ” ພາຍຫຼັງຈັດສາຍຢູ່ນະຄອນຫຼວງວຽງຈັນແລ້ວຈະໄປຈັດສາຍຮູບເງົາຢູ່ 7 ແຂວງຂອງລາວຄື: ແຂວງສະຫວັນນະເຂດ, ແຂວງຈໍາປາສັກ, ແຂວງອັດຕະປື, ແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ໃນລະຫວ່າງເດືອນພະຈິກ-ທັນວາ 2018 ນີ້. ສະນັ້ນ, ຈຶ່ງຂໍເຊີນຊວນບັນດາທ່ານເຂົ້າຮ່ວມຊົມຮູບເງົາດີເດັ່ນລາວ-ຈີນໂດຍບໍ່ໄດ້ເສຍຄ່າ. ສໍາລັບຮູບເງົາທີ່ຈະສາຍໃນຄັ້ງນີ້ ໄດ້ພາກເປັນພາສາລາວແລ້ວ ມີທັງໝົດ 3 ເລື່ອງຄື : ເລື່ອງບໍ່ມີຄໍາວ່າຍອມ, ຍຸດທະການທະເລແດງ ແລະ ເລື່ອງທີມສາວເຈົ້າວາຍຸ ເຊິ່ງວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ ໄດ້ເຊີນນັກພາກ, ສິລະປິນ ແລະ ນັກສະແດງ ທີ່ມີຊື່ສຽງລະດັບແຖວໜ້າຂອງປະເທດລາວມາຮ່ວມພາກສຽງເຊັ່ນ: ໜຶ່ງ Super one, ໄກ່ Overdance, ນູນີ່ ກຸມພົນພັກດີ, ບ໋ອບ ຟຣີແມນ, ເທເລີ້, ວິນລີ້, ໂຕ່ໂຕ້, ບາບີ້, ສັກ ວົງເຊວ ແລະ ນັກພາກຜູ້ມີປະສົບການອີກຫຼາຍທ່ານ.