ສຳນັກຂ່າວຕ່າງປະເທດລາຍງານ 13 ພະຈິກ 2018 ວ່າ: ກອງກຳລັງປ້ອງກັນອິດສະຣາແອນ (IDF) ໄດ້ອອກຖະແຫຼງການເລື່ອງການປະຕິບັດການໂຈມຕີທາງອາກາດທຳລາຍເປົ້າໝາຍຫຼາຍກວ່າ 70 ແຫ່ງໃນເຂດກາຊາ ຕະຫຼອດວັນຈັນທີ່ຜ່ານມາ ເພື່ອຕອບໂຕ້ການຍິງຈະຫຼວດຂ້າມຊາຍແດນຂອງກຸ່ມຮາມາສຫຼາຍກວ່າ 300 ລູກ ແລະ ລູກປືນໃຫຍ່ອີກຈຳນວນໜຶ່ງຕົກລົງໃນເຂດແດນທາງພາກໃຕ້ຂອງອິດສະຣາແອນ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 20 ຄົນ.
RAW FOOTAGE: The skies of southern Israel RIGHT NOW. Dozens of rockets are being fired from #Gaza at Israeli civilians. pic.twitter.com/Iu6QwzUo8l
— Israel Defense Forces (@IDFSpokesperson) November 12, 2018
ເຊິ່ງລາຍງານຂອງ IDF ລະບຸວ່າ ປະຕິບັດການທາງທະຫານສາມາດທຳລາຍອາຄານອອກອາກາດຂອງສະຖານີໂທລະພາບອັນ-ອັກຊາ ເຊິ່ງເປັນສື່ກະບອກສຽງຂອງກຸ່ມຮາມາສ ແລະ ໂຮງແຮມຮ້າງແຫຼ່ງໜຶ່ງທີ່ສາຍຂ່າວແຈ້ງວ່າກຸ່ມຮາມາສໃຊ້ເປັນຖານປະຕິບັດການ, ຂະນະດຽວກັນ IDF ໄດ້ເຕືອນວ່າ ອິດສະຣາແອນຈະຕອບໂຕ້ຢ່າງເຖິງທີ່ສຸດ ເພື່ອປົກປ້ອງອະທິປະໄຕຈາກການລ່ວງລ້ຳຂອງກຸ່ມຮາມາສ ທີ່ລະດົມຍິງຈະຫຼວດຫຼາຍກວ່າ 100 ລູກ ພາຍໃນໄລຍະເວລາຍັງບໍ່ເຖິງ 1 ຊົ່ວໂມງທຳອິດຂອງເຫດການ, ໃນດ້ານຂອງກະຊວງປ້ອງກັນປະເທດອິດສະຣາແອນລາຍງານການເສີມກຳລັງທະຫານ ລະບົບປ້ອງກັນຂີປະນາວຸດ ແລະ ເຈົ້າໜ້າທີ່ໜ່ວຍຂ່າວກອງທະຫານ ຕາມຊາຍແດນທີ່ຕິດກັບເຂດກາຊາແລ້ວ.
ໃນເວລາດຽວກັນ ກະຊວງສາທາລະນະສຸກປາແລັດສະຕິນລາຍງານວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນຈາກປະຕິບັດການໂຈມຕຂອງອິດສະຣາແອນໃນຄັ້ງນີ້, ຂະນະທີ່ກຸ່ມຮາມາສອອກຖະແຫຼງການເລື່ອງການຍົກລະດັບການໂຈມຕີຂ້າມຊາຍແດນຕໍ່ອິດສະຣາແອນ ເພື່ອຕອບໂຕ້ການຮຸກຮານຂອງອິດສະຣາແອນ ທີ່ສົ່ງໜ່ວຍຮົບພິເສດເຂົ້າມາໃນເຂດໃຕ້ຂອງເຂດກາຊາ ເມື່ອວັນອາທິດທີ່ຜ່ານມາ ໄດ້ຂ້າພົນລະເມືອງປາແລັດສະຕິນ 7 ຄົນ ໜຶ່ງໃນນັ້ນຄື ຊີດ ນູ ບາຣາເຄ ຜູ້ບັນຊາການລະດັບສູງຂອງກຸ່ມອິສຊາດີນ ອັນ-ກັສຊຳ ເຊິ່ງເປັນເຄືອຂ່າຍຂອງກຸ່ມຮາມາສ ແລະ ກຸ່ມຮາມາສຂ້າເຈົ້າໜ້າທີ່ຂອງອິດສະຣາແອນ 1 ຄົນ.
The flare-up follows a clash that erupted during an Israeli special forces operation in the Gaza Strip the previous night that killed eight people with Hamas, the Islamist movement that runs the Gaza Strip, vowing revenge. (Photo by Said KHATIB / AFP)