ສຳນັກຂ່າວຕ່າງປະເທດລາຍງານ 21 ທັນວາ 2018 ໂດຍອ້າງອີງແຫຼ່ງຂ່າວລະດັບສູງຫຼາຍຄົນໃນລັດຖະບານສະຫະລັດ ອາເມຣິກາ ທີ່ເຜີຍແຜ່ຜ່ານສື່ໃຫຍ່ໆຫຼາຍແຫ່ງຂອງສະຫະລັດ ອາເມຣິກາວ່າ: ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ກຳລັງປຶກສາຫາລືເປັນການພາຍໃນ ເພື່ອຫຼຸດຈຳນວນທະຫານອາເມຣິກາ ທີ່ປະຈຳການຢູ່ໃນອາຟະການິດສະຖານ ປະມານເຄື່ອງໜຶ່ງ ຫຼື ປະມານ 7,000 ຄົນ ຈາກທັງໝົດທີ່ມີຢູ່ໃນປັດຈຸບັນປະມານ 14,000 ຄົນ ເຊິ່ງຫາກເປັນຄວາມຈິງຈະຖືເປັນຈຸດປ່ຽນຄັ້ງສຳຄັນ ດ້ານນະໂຍບາຍທາງທະຫານຂອງສະຫະລັດ ອາເມຣິກາ ທີ່ເຮັດສົງຄາມກັບກຸ່ມຕາລີບັນແກ່ຍາວມາເປັນເວລາກວ່າ 17 ປີ ຫຼື ນັບຕັ້ງແຕ່ເຫດໂສກອະນາດຕະກຳ 911 ເມື່ອປີ 2001.
US official tells AFP Trump has decided on a "significant withdrawal" from Afghanistan
The reports come as US Defense Secretary Jim Mattis resigns and the president orders troops out of Syriahttps://t.co/2Dq8MDc03YUS troop deployment and death toll in Afghanistan since 2001 pic.twitter.com/u9alDXCwtN
— AFP news agency (@AFP) December 21, 2018
ເຊິ່ງໃນຄວາມເປັນຈິງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຕ້ອງການຖອນທະຫານທັງໝົດອອກຈາກອາຟະການິດສະຖານດົນແລ້ວ ດ້ວຍເຫດຜົນເລື່ອງຄ່າສິ້ນເປືອງດ້ານງົບປະມານ ແລະ ເປັນສົງຄາມທີ່ແກ່ຍາວທີ່ສຸດໃນປະຫວັດສາດຂອງສະຫະລັດ ອາເມຣິກາ ແຕ່ຍັງບໍ່ເຫັນໂອກາດແຫ່ງໄຊຊະນະເໜືອກຸ່ມຕາລີບັນ ໂດຍເຮັດໃຫ້ສູນເສຍທະຫານໄປແລ້ວກວ່າ 2,400 ຄົນ ແລະ ງົບປະມານອີກຫຼາຍກວ່າ 900,000 ລ້ານໂດລາສະຫະລັດ, ເຖິງແມ່ນວ່າລັດຖະບານຊຸດກ່ອນໜ້ານີ້ໃນສະໄໝການນຳຂອງທ່ານ ບາຣັກ ໂອບາມາ ຈະປະຈຳການກຳລັງທະຫານໄວ້ສ່ວນໜຶ່ງ ຈາກທີ່ເຄີຍປະຈຳການໄວ້ສູງສຸດເຖິງ 100,000 ຄົນ ແລ້ວຖອນກຳລັງພົນອອກໄປເກືອບທັງໝົດເມື່ອທ້າຍປີ 2014 ດ້ວຍເຫດຜົນດ້ານຄວາມໝັ້ນຄົງ ຄືເພື່ອໄວ້ໃຫ້ຄຳປຶກສາ ແລະ ພັດທະນາແຜນຍຸດທະສາດດ້ານຄວາມໝັ້ນຄົງໃຫ້ກັບລັດຖະບານອາຟະການິດສະຖານ ທີ່ຍັງມີຄວາມອ່ອນແອໃນດ້ານນີ້.
ເຖິງຢ່າງໃດກໍ່ຕາມ, ມີລາຍງານວ່າ ທ່ານພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດ ຂໍໃຫ້ທ່ານ ໂດໂນ ທຣຳ ຮັກສາກຳລັງພົນ ແລະ ອາວຸດຍຸດໂທປະກອນໄວ້ໃນອາຟະການິດສະຖານກ່ອນ ເພື່ອຮັກສາແຮງກົດດັນໃຫ້ກຸ່ມຕາລີບັນຍອມກັບມາຮ່ວມໂຕະເຈລະຈາສັນຕິພາບ ແຕ່ລາຍງານສະບັບປັດຈຸບັນຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາຍອມຮັບວ່າ: ກຸ່ມຕາລີບັນມີຄວາມເຂັ້ມແຂງຫຼາຍຂຶ້ນ ໂດຍສາມາດຢຶດຄອງພື້ນທີ່ໃນອາຟະການິດສະຖານໄດ້ຫຼາຍເຖິງເຄິ່ງໜຶ່ງແລ້ວ ເຖິງແມ່ນວ່າຈະມີຄວາມພະຍາຍາມໃນການເຈລະຈາສັນຕິພາບແຕ່ກໍ່ມີຄວາມຄືບໜ້າໜ້ອຍຫຼາຍ, ເຊິ່ງຫຼາຍຝ່າຍເປັນຫ່ວງວ່າກຸ່ມຕາລີບັນອາດໃຊ້ບັນຫາການຖອນທະຫານຄັ້ງນີ້ເປັນເງື່ອນໄຂຂອງການເຈລະຈາໃນອະນາຄົດ ໂດຍສະເພາະເປົ້າໝາຍທີ່ແທ້ຈິງນັ້ນຄື ການທີ່ສະຫະລັດ ອາເມຣິກາຕ້ອງຖອນທະຫານທັງໝົດອອກຈາກອາຟະການິດສະຖານ.
ອີກຢ່າງໜຶ່ງ, ການລາຍງານດັ່ງກ່າວໄດ້ຮັບການເຜີຍແຜ່ອອກມາພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ອາເມຣິກາ ປະກາດລາອອກຈາກຕຳແໜ່ງ ໂດຍຈະມີຜົນໃນທ້າຍເດືອນກຸມພາ 2019.