ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 24 ທັນວາ 2018 ທີ່ຜ່ານມາວ່າ: ທ່ານ ຊູໂຕໂນ ເປີໂວ ນູໂກຣໂຮ ໂຄສົກສຳນັກງານບັນເທົາໄພພິບັດແຫ່ງຊາດອິນໂດເນເຊຍຖະແຫຼງວ່າ: ຄື້ນຍັກສຶນາມິທີ່ພັດຂຶ້ນຝັ່ງບໍລິເວນຊ່ອງແຄບລະຫວ່າງເກາະຊວາ ກັບສຸມາດຕຣາ ເມື່ອວັນທີ 22 ທັນວາ ທີ່ຜ່ານມາ ອັນເນື່ອງມາຈາກການລະເບີດຂອງພູໄຟອານາກ ກຣາກາຕົວ ສົ່ງຜົນໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 373 ຄົນ, ບາດເຈັບ 1,459 ຄົນ ແລະ ສູນຫາຍອີກ 128 ຄົນ.
ໃນດ້ານຂອງທ່ານ ໂຈໂຄ ວິໂດໂດ ປະທານປະເທດອິນໂດເນເຊຍ ຕ້ອງໄດ້ປະເຊີນກັບສິ່ງທ້າທາຍຄັ້ງໃຫຍ່ໃນລະຫວ່າງການຫາສຽງເລືອກຕັ້ງ ຫາກຕ້ອງການທີ່ຈະລົງສະໝັກຮັບເລືອກຕັ້ງຊິງຕຳແໜ່ງປະທານປະເທດເປັນສະໄໝທີສອງໃນປີໜ້າ ໄດ້ຍອມຮັບເລື່ອງການຂາດຄຳເຕືອນສຳລັບໄພພິບັດທາງທຳມະຊາດ ທີ່ກຳລັງຈະເກີດຂຶ້ນ ແລະ ໄດ້ຮັບປາກທີ່ຈະໃຫ້ມີອຸປະກອນ ຫຼື ເຄື່ອງມືໃຫ້ມີສະພາບພ້ອມໃຊ້ງານໄດ້ ຫາກເປ່ເພກໍ່ຕ້ອງທຳການສ້ອມແປງໃຫ້ໃຊ້ການໄດ້, ເຊິ່ງໂຄສົກສຳນັກງານບັນເທົາໄພພິບັດອິນໂດເນເຊຍກໍ່ຍອມຮັບວ່າ ເຄືອຂ່າຍທຸ່ນລອຍເພື່ອແຈ້ງເຕືອນນັ້ນ ໃຊ້ງານບໍ່ໄດ້ມາຕັ້ງແຕ່ປີ 2012 ສ່ວນໜຶ່ງເປັນເພາະຖືກທຳລາຍ ແລະ ຂາດງົບປະມານ.
ທ່ານ ໂຈໂຄ ວິໂດໂດ ກ່າວກັບຜູ້ສື່ຂ່າວພາຍຫຼັງເດີນທາງເຖິງພື້ນທີ່ປະສົບເຫດໄພພິບັດວ່າ ໄດ້ສັ່ງການໃຫ້ກະຊວງສັງຄົມຈ່າຍເງິນຊົດເຊີຍໃຫ້ກັບຄອບຄົວຜູ້ເສຍຊີວິດເປັນການດ່ວນທີ່ສຸດເທົ່າທີ່ຈະໄວ້ໄດ້ ພ້ອມກັນນັ້ນກໍ່ຊົມເຊີຍການປະຕິບັດງານຂອງທະຫານ, ຕຳຫຼວດ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ໃນການຊ່ວຍເຫຼືອຜູ້ປະສົບໄພເຊັ່ນ: ການອົບພະຍົບປະຊາຊົນໄດ້ຍັງສູນພັກເຊົາຊົ່ວຄາວ ເພາະພື້ນທີ່ແຄມຝັ່ງທະເລຍັງອາດເປັນອັນຕະລາຍ ເນື່ອງຈາກອາດເກີດຄື້ນຍັກສຶນາມິຂຶ້ນອີກກໍ່ໄດ້ ເພາະພູໄຟ ອານັກ ກຣາກາຕົວຍັງລະເບີດຮຸນແຮງຢູ່.