ສຳນັກຂ່າວຕ່າງປະເທດລາຍງານ 13 ກຸມພາ 2019 ວ່າ: ຈາກກໍລະນີທີ່ພັກໄທຣັກສາຊາດ ສະເໜີຊື່ເຈົ້າຍິງອຸບົນຣັດຕະນະ ມະຫິດົນ ເປັນຕົວແທນພັກໃນການລົງຊິງຕຳແໜ່ງນາຍົກລັດຖະມົນຕີໄທ ເມື່ອວັນທີ 8 ກຸມພາ ທີ່ຜ່ານມາ ຈາກການເລືອກຕັ້ງທົ່ວໄປທີ່ຈະຈັດຂຶ້ນໃນວັນທີ 24 ມີນາ 2019 ນີ້, ຫຼັງຈາກນັ້ນສົມເດັດພະມະຫາວະຊິຣາລົງກອນ ເຈົ້າມະຫາຊີວິດໄທ ກໍ່ມີປະກາດວ່າ ເຖິງເຈົ້າຍິງອຸບົນຣັດຕະນະ ມະຫິດົນ ຈະລາອອກຈາກຖານັນດອນສັກການເປັນລາຊະວົງແລ້ວກໍ່ຕາມ ແຕ່ກໍ່ຍັງເປັນເຈົ້າຟ້າຊັ້ນທູນກະໝ່ອມ ທີ່ໃກ້ຊິດລາຊະວົງ, ເປັນພະທິດາອົງໃຫຍ່ຂອງອະດີດເຈົ້າມະຫາຊີວິດ ເປັນເອື້ອຍຂອງເຈົ້າມະຫາຊີວິດລາຊະການປັດຈຸບັນ ແລະ ເອື້ອຍທີ່ເຄົາລົບຂອງລາຊະວົງໄທທຸກພະອົງ ດັ່ງນັ້ນ, ຍັງຖືວ່າຢູ່ໃນວົງສາຄະນາຍາດລາຊະວົງໄທ ທີ່ຕ້ອງດຳລົງຢູ່ເໜືອການເມືອງ ແລະ ຄວນເປັນກາງທາງການເມືອງ.
ຈາກປະກາດຂອງເຈົ້າມະຫາຊີວິດໄທຄືດັ່ງກ່າວ, ໄດ້ກາຍເປັນຊ່ອງທາງໃຫ້ແກ່ຄະນະກຳມະການການເມືອງຕັ້ງແຫ່ງຊາດໄທຍື່ນຄຳຮ້ອງຕໍ່ສານລັດຖະທຳມະນູນ ເພື່ອພິຈາລະນາຍຸບພັກໄທຣັກສາຊາດ ທີ່ນຳລາຊະວົງມາກ່ຽວຂ້ອງກັບການເມືອງ ເຊິ່ງຜິດຕໍ່ລະບຽບ-ກົດໝາຍ ແລະ ລັດຖະທຳມະນູນໄທ, ໂດຍຈະພິຈາລະນາຍຸກພັກວັນທີ 14 ກຸມພານີ້.
ໃນດ້ານຂອງເຈົ້າຍິງອຸບົນຣັດຕະນະ ມະຫິດົນ ກໍ່ໄດ້ລົງຂໍ້ຄວາມໃນ Instagram ວ່າ: “ຂ້າພະເຈົ້າເສຍໃຈທີ່ຄວາມຕັ້ງໃຈຢ່າງຈິງໃຈ ທີ່ຈະມາຊ່ວຍເຮັດວຽກໃຫ້ປະເທດ ແລະ ຄົນໄທ ໄດ້ກໍ່ໃຫ້ເກີດບັນຫາທີ່ບໍ່ໜ້າຈະເກີດຂຶ້ນໃນຍຸກສະໄໝນີ້”.