ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 21 ກຸມພາ 2019 ວ່າ: ທ່ານ ຈາວັດ ຊາຣີບ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ໃຫ້ສຳພາດໜັງສືພິມຊູດດອຍເຊີ ໄຊຕຸງ (Süddeutsche Zeitung) ຂອງເຢຍລະວັນ ສະບັບວັນພະຫັດ ທີ່ຜ່ານມາວ່າ: “ກອງກຳລັງທະຫານອີຣານເຂົ້າໄປປະຈຳການໃນຊີຣີ ຕາມຄຳເຊີນຂອງລັດຖະບານຊີຣີ, ຂະນະທີ່ອິດສະຣາແອນລະເມີດນ່ານຟ້າລີບັງ ແລະ ນ່ານຟ້າຊີຣີ ລວມທັງລະເມີດກົດໝາຍລະຫວ່າງປະເທດ ອິດສະຣາແອນກຳລັງສ່ຽງໄພ ແລະ ຄວາມສ່ຽງມັກອັນຕະລາຍສະເໜີ”.
ຕໍ່ຄຳຖາມທີ່ວ່າ ມີໂອກາດເກີດຄວາມຂັດແຍ່ງທາງທະຫານລະຫວ່າງອີຣານ ກັບອິດສະຣາແອນຫຼືບໍ່? ທ່ານ ຈາວັດ ຊາຣີບ ຕອບວ່າ: ມີຄວາມເປັນໄປໄດ້.
ເຊິ່ງທ່ານ ເບນຈາມິນ ເນເທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ ເປີດເຜີຍກ່ອນໜ້ານີ້ວ່າ ອິດສະຣາແອນໄດ້ໂຈມຕີເປົ້າໝາຍໃນດິນແດນຊີຣີຫຼາຍຮ້ອນຄັ້ງໃນໄລຍະຫຼາຍປີຜ່ານມາ ແລະ ຈະໂຈມຕີໃຫ້ໜັກຂຶ້ນເລື້ອຍໆ ຫຼັງຈາກສະຫະລັດ ອາເມຣິກາຖອນກຳລັງທະຫານອອກຈາກຊີຣີ.
ອິດສະຣາແອນພະຍາມຕໍ່ຕ້ານອິດທິພົນຂອງອີຣານໃນຊີຣີ ເຊິ່ງອີຣານໃຫ້ການສະໜັບສະໜູນລັດຖະບານຊີຣີພາຍໃຕ້ການນຳຂອງທ່ານ ບາຊາ ອັນ-ອັສຊາດ ໃນສົງຄາມກາງເມືອງຊີຣີທີ່ເລີ່ມມາຕັ້ງແຕ່ປີ 2011, ອິດສະຣາແອນກ່າວວ່າ ປະຕິບັດຂອງອີຣານເປັນປັດໄຈຫຼັກທີ່ທຳລາຍຄວາມໝັ້ນຄົງໃນຕາເວັນອອກກາງ.
ທ່ານ ຈາວັດ ຊາຣີບ ກ່າວຕໍ່ກອງປະຊຸມຄວາມໝັ້ນຄົງມິວນິກ (MSC) ໃນເມືອງມິວນິກ ປະເທດເຢຍລະມັນ ເມື່ອວັນອາທິດ 17 ກຸມພາ 2019 ວ່າ ອິດສະຣາແອນຕ້ອງການເຮັດສົງຄາມ ພ້ອມກັບເຕືອນວ່າ ການກະທຳຂອງອິດສະຣາແອນ ແລະ ສະຫະລັດ ອາເມຣິກາ ກຳລັງເພີ່ມໂອກາດທີ່ຈະເກີດສົງຄາມໃນຕາເວັນອອກາງ.