ສຳນັກຂ່າວຕ່າງປະເທດລາຍງານ 24 ກຸມພາ 2019 ວ່າ: ສຳນັກງານຕຳຫຼວດລັດອັສສຳ ເຊິ່ງຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງອິນເດຍ ລາຍງານຈຳນວນຜູ້ເສຍຊີວິດຈາກການດື່ມເຫຼົ້າທີ່ບໍ່ໄດ້ມາດຕະຖານ ຫຼື ເຫຼົ້າເຖື່ອນ ທີ່ເກີດຂຶ້ນເມື່ອວັນພະຫັດທີ່ຜ່ານມາ ວ່າມີຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນຢ່າງໜ້ອຍ 133 ຄົນ ແລະ ຍັງມີຜູ້ລົ້ມປ່ວຍຕ້ອງໄດ້ປິ່ນປົວຢູ່ໂຮງໝໍອີກ 225 ຄົນ ໂດຍຜູ້ເສຍຊີວິດ ແລະ ຜູ້ປ່ວຍທັງໝົດເປັນແຮງງານຂອງໄຮ່ຊາ ໃນເຂດໂຄລາຄາດ ແລະ ເຂດຈໍຮັດ ທີ່ຊື້ເຫຼົ້າມາເພື່ອດື່ມສະເຫຼີມສະຫຼອງຄ່າຈ້າງ ແລະ ຜົນຜະລິດຊາທີ່ດີຂຶ້ນຢ່າງຕໍ່ເນື່ອງ.
ເຊິ່ງຂໍ້ມູນຈາກໂຮງໝໍປະຈຳເຂດຈໍຮັດລະບຸວ່າ ພາຍໃນໄລຍະເວລາພຽງ 24 ຊົ່ວໂມງ ມີຜູ້ເສຍຊີວິດເພີ່ມເຖິງ 34 ຄົນ, ຂະນະທີ່ຕຳຫຼວດໄດ້ຈັບກຸມເຈົ້າຂອງໂຮງງານກັ່ນ ແລະ ພະນັກງານໂຮງກັ່ນອີກ 13 ຄົນ ຖານຕ້ອງສົງໄສເປັນຜູ້ຜະລິດເຫຼົ້າເຖື່ອນທີ່ກຸ່ມແຮງງານເຫຼົ່ານັ້ນຊື້ມາດື່ມ, ດ້ານແພດ-ໝໍເຕືອນວ່າສ່ວນປະກອບຫຼັກຂອງເຫຼົ້າເຖື່ອນຄືເມທານອນ ຫຼື ເມທິວແອວກໍຮໍ ເຊິ່ງເປັນສານພິດທີ່ມີລິດທຳລາຍລະບົບປະສາດສ່ວນກາງ ແຕ່ມັກມີຜູ້ລັກລອບນຳມາໃຊ້ໃນການຜະລິດເຫຼົ້າຕົ້ມເອງ ເພາະລາຄາຖືກ.
ສຳລັບລັດອັສສຳ ຖືເປັນແຫຼ່ງປູກຊາຂະໜາດໃຫຍ່ທີ່ສຸດຂອງອິນເດຍ ໂດຍມີໄຮ່ຊາຫຼາຍກວ່າ 1,000 ແຫ່ງ ແລະ ຜົນຜະລິດທີ່ໄດ້ແມ່ນກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງຊາທຸກປະເພດທີ່ຄົນອິນເດຍບໍລິໂພກເອງໃນປະເທດ ແລະ ສົ່ງອອກ.