ສຳນັກຂ່າວຕ່າງປະເທດລາຍງານ 1 ມີນາ 2019 ວ່າ: ທ່ານ ນາງ ໂຊ ຊອນ-ຮີ ຮອງລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອກ່າວວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໜ້າຈະໝົດອາລົມໄປແລ້ວໃນການເຈລະຈາກັບສະຫະລັດ ອາເມຣິກາ ເນື່ອງຈາກເປັນສິ່ງຍາກທີ່ທ່ານຜູ້ນຳຈະເຂົ້າໃຈ ວ່າເພາະເຫດໃດກອງປະຊຸມຮ່ວມກັນກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ນະຄອນຫຼວງຮ່າໂນ້ຍ ຈຶ່ງຫຼົ່ມແຫຼວ.
ຄຳກ່າວຂອງທ່ານ ນາງ ໂຊ ຊອນ-ຮີ ເປັນການເພີ່ມນ້ຳໜັກໃຫ້ກັບຄຳຖະແຫຼງຂອງທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ ທີ່ກ່າວກ່ອນໜ້ານັ້ນບໍ່ພໍເທົ່າໃດຊົ່ວໂມງວ່າ: ສະຫະລັດ ອາເມຣິກາເປັນຝ່າຍປະລະໂອກາດທີ່ອາດຈະບໍ່ເກີດຂຶ້ນອີກ, ໂດຍທ່ານ ຣີ ຢອງ-ໂຮ ກ່າວວ່າ ລັດຖະບານເກົາຫຼີເໜືອໄດ້ຍື່ນຂໍ້ສະເໜີເປັນລາຍລັກອັກສອນ ໃນເລື່ອງການຢຸດຕິການທົດສອບອາວຸດນິວເຄຼຍ ແລະ ຂີປະນາວຸດຂ້າມທະວີບ ເພື່ອແລກກັບການຫຼຸດຜ່ອນມາດຕະການຂວໍ້າບາດໃນສ່ວນທີ່ສົ່ງຜົນກະທົບຕໍ່ຄຸນນະພາບຊີວິດຂອງປະຊາຊົນເກົາຫຼີເໜືອ ບໍ່ແມ່ນການຮຽກຮ້ອງໃຫ້ສະຫະລັດ ອາເມຣິກາຍົກເລີກຂວໍ້າບາດທັງໝົດ ຕາມທີ່ທ່ານ ໂດໂນ ທຣຳ ກ່າວອ້າງ ແລະ ຜູ້ນຳສະຫະລັດອາເມຣິກາ ກໍ່ໄດ້ຍອມຮັບວ່າ ຜູ້ນຳຂອງທັງສອງປະເທດມີວິໄສທັດເລື່ອງໂຄງການນິວເຄຼຍແຕກຕ່າງກັນ.
ເຖິງຢ່າງໃດກໍ່ຕາມ, ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາກ່າວວ່າ ລັດຖະບານສະຫະລັດ ອາເມຣິກາຈະພະຍາຍາມເດີນໜ້າຕໍ່ທັນທີ ເພື່ອຈັດຕັ້ງການພົບປະຫາລືຄັ້ງໃໝ່ກັບລັດຖະບານເກົາຫຼີເໜືອ, ໃນດ້ານຂອງທຳນຽບປະທານປະເທດເກົາຫຼີໃຕ້ ອອກຖະແຫຼງການຍອມຮັບວ່າ ຜິດຫວັງກັບກອງປະຊຸມສຸດຍອດ ທີ່ນະຄອນຫຼວງຮ່າໂນ້ຍ ທີ່ຈົບລົງໂດຍບໍ່ມີການລົງນາມໃນຂໍ້ຕົກລົງໃດໆ ແຕ່ເຊື່ອໝັ້ນວ່າທັງສອງຝ່າຍຈະສາມາດກັບມາພົບປະຫາລືກັນໄດ້ອີກຄັ້ງ, ຂະນະທີ່ສື່ທ້ອງຖິ່ນຂອງເກົາຫຼີໃຕ້ສ່ວນໃຫຍ່ວິເຄາະໄປໃນທິດທາງດຽວກັນວ່າ ຂະບວນການສ້າງສັນຕິພາບແຫຼມເກົາຫຼີຕ້ອງກັບມາເລີ່ມຕົ້ນໃໝ່.
ໃນດ້ານຂອງສຳນັກຂ່າວກາງເກົາຫຼີ (KCNA) ກະບອກສຽງຂອງລັດຖະບານເກົາຫຼີເໜືອ ລາຍງານສະຫຼຸບຜົນກອງປະຊຸມ ທີ່ນະຄອນຫຼວງຮ່າໂນ້ຍພຽງວ່າ: ການພົບປະຫາລືເປັນໄປຢ່າງສ້າງສັນ ໂດຍຜູ້ນຳເກົາຫຼີເໜືອ ແລະ ສະຫະລັດ ອາເມຣິກາເຫັນດີໃຫ້ມີການເຈລະຈາຢ່າງສ້າງສັນຕໍ່ໄປ.