ໂດຍອີງຕາມປະຕິທິນ ພ.ສ 2561-2562, ຈ.ສ 1380-81, ຄ.ສ 2019 ຂອງວັດປ່າໂພນເພົາ ວະນາຣາມ ນະຄອນຫຼວງພະບາງ ໄດ້ທຳນາຍວັນປີໃໝ່ລາວ ປະຈຳປີນີ້ໄວ້ວ່າ:
– ວັນສັງຂານລ່ວງ: ວັນອາທິດ (ມື້ຮ້ວງໃສ້) ຂຶ້ນ 10 ຄ່ຳ ເດືອນ 5, ພ.ສ 2561 – ກົງກັບວັນທີ 14 ເມສາ 2019, ເວລາ 15 ໂມງ 14 ນາທີ 24 ວິນາທີ
– ວັນສັງຂານເນົາ: ວັນຈັນ (ມື້ເຕົ່າສະງ້າ) ຂຶ້ນ 11 ຄ່ຳ ເດືອນ 5, ພ.ສ 2561 – ກົງກັບວັນທີ 15 ເມສາ 2019
– ວັນສັງຂານຂຶ້ນ: ວັນອັງຄານ (ມື້ກ່າໝົ່ດ) ຂຶ້ນ 12 ຄ່ຳ ເດືອນ 5, ພ.ສ 2561 – ກົງກັບວັນທີ 16 ເມສາ 2019, ເວລາ 19 ໂມງ 12 ນາທີ 00 ວິນາທີ, ປ່ຽນວັນຖະເຫຼີງສົກປີໃໝ່ລາວ ຈຸນລະສັກກະລາດ ເປັນ 1381
– ນາງສັງຂານ: ປີກຸນ-ກັດໃຄ້-ເອກະສົກ, ທາງຈັນທະລະຄະຕິເປັນປົກກະຕິມາດ, ປົກກະຕິວານ, ທາງສຸລິຍະຄະຕິເປັນປົກກະຕິສຸລະທິນ, ນາມມະຫາສົງການ ນາງເທບພະທິດາທີ 1 ຊົງພະນາມວ່າ: “ທຸງສະເທວີ” ຊົງພາຫູລັດທັດດອກພິລາ, ອາພອນປະດັບໄປດ້ວຍແກ້ວ ປັດທະມະລາດ (ແກ້ວພິລາ), ສະເຫວີຍອຸທຸມພອນ (ໝາກເດື່ອ) ເປັນພັກສາຫານ, ພະຫັດຂວາຊົງກົງຈັກ, ພະຫັດຊ້າຍຊົງຫອຍສັງ, ສະເດັດນັ່ງມາເທິງຫຼັງຄຸດ ເປັນພາຫະນະ.
– ເກນພິລຸນນຕະສາດ: ພະຫັດ ເປັນອະທິບໍດີ, ນາກຫຼິ້ນນ້ຳ 3 ໂຕ, ບັນດານໃຫ້ຝົນຕົກ 500 ຫ່າ, ຕົກໃນຂອບຈັກກະວານ 200 ຫ່າ, ຕົກໃນປ່າຫິມະພານ 150 ທ່າ, ຕົກໃນມະຫາສະໝຸດ 100 ຫ່າ, ຕົກໃນມະນຸດໂລກ 50 ຫ່າ
– ເການທາລາທິຄຸນ: ຕົກລາສີ ປະຖະວິທາດ, ນ້ຳຈະອຸດົມດີ, ຝົນຕົ້ນປີຈະງາມ ກາງປີຈະໜ້ອຍ ປາຍປີຈະຫຼາຍ, ນາດອນ ແລະ ນາລຸ່ມຈະດີທັງສອງຢ່າງຄືກັນ, ຈະມີລົມຫຼາຍພັດມາຈາກທິດທັງ 4 ຕາມລະດູການ
– ເການທັນຍາຫານ: ຊື່ວ່າ ປາປະ, ເຂົ້າກ້າໄຮ່ນາຮົ້ວສວນຈະໄດ້ຮັບຜົນ 1 ສ່ວນ ເສຍໄປ 10 ສ່ວນ, ຈະເກີດທຸບພິກຂາໄພຕ່າງໆ, ປະຊາຊົນຈະໄດ້ຮັບທຸກລຳບາກເພາະຫັນຍາຫານແພງ
– ຜະລາມັດສະມັງສາຫານ: ໝາກໄມ້ຈະບໍ່ເປັນດົກໜາປານໃດ, ຊີ້ນປາອາຫານຈະຂາດເຂີນບໍ່ພຽງພໍໃນການໃຊ້ບໍລິໂພກ
– ລຸກຂະຊາດ: ໄມ້ກ່ອມເກາະ (ໄມ້ສົ້ມພໍ່, ໄມ້ຂ່ອຍ, ໄມ້ທົ່ມ) ເປັນພະຍາ, ບ້ານເມືອງຈະມີຄວາມສຸກດີ ແຕ່ທໍ່ວ່າເຄືອງໃຈດ້ວຍການຕື່ນທ້ວງເລັກໜ່ອຍ
– ເກນກາລະໂຍກ: ວັນຈັນເປັນທຸງໄຊ, ວັນເສົາເປັນອະທິບໍດີ, ວັນຈັນເປັນອຸບາດ, ວັນຈັນເປັນໂລກະວິນາດ