ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກແຈ້ງການ ເລກທີ 196/ຖວທ ລົງວັນທີ 24 ເມສາ 2019 ເລື່ອງການຢຸດຕິການຜະລິດສື່ໂຄສະນາ ແລະ ໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ.
ໂດຍແຈ້ງການລະບຸວ່າ: ເພື່ອຄວາມເປັນເອກະພາບ, ສະເໝີພາບໃນການປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ລະບຽບການຕ່າງໆທີ່ວາງອອກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂໍຖືເປັນກຽດແຈ້ງການດັ່ງນີ້:
1. ໃຫ້ບັນດາບໍລິສັດ ລັດວິສາຫະກິດ, ບໍລິສັດເອກະຊົນ, ຜູ້ປະກອບການຜະລິດ, ນຳເຂົ້າ-ສົ່ງອອກ, ຈຳໜ່າຍ ແລະ ບໍລິສັດປະກອບການໂຄສະນາ, ອອກແບບ ຜະລິດ ຕິງຕັ້ງປ້າຍ ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ, ເປັນຕົ້ນແມ່ນຜະລິດຕິດຕັ້ງປ້າຍໂຄສະນາຢູ່ຕາມສາຍທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາທາງສື່ມວນຊົນທຸກປະເພດ ແລະ ກິດຈະກຳສົ່ງເສີມການຂາຍ (ສາວເຊຍເບຍ) ແລະ ອື່ນໆ ທີ່ເປັນການຊັກຊວນໃຫ້ມີການດື່ມ.
2. ໃຫ້ຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທົ່ວປະເທດເປັນເຈົ້າການຕິດຕາມກວດກາ, ຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາປ້າຍໂຄສະນາ ແລະ ການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າໃນສື່ປະເພດຕ່າງໆ ໃຫ້ເປັນເອກະພາບ.