ໃນວັນທີ 30 ພຶດສະພາ 2019, ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ໃນໂອກາດນີ້ຜູ້ນຳທັງສອງໄດ້ເປັນສັກຂີພິຍານໃນການເຊັນສັນຍາການຮ່ວມມືຊ່ວຍເຫຼືອລະຫວ່າງສອງປະເທດໂດຍສະເພາະ ໂຄງການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ.ລາ ແລະ ເອກະສານແລກປ່ຽນອີກຈຳນວນໜຶ່ງ.
ເຊິ່ງການຢ້ຽມຢາມຍີ່ປຸ່ນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ແລະ ຄະນະ ແມ່ນເພື່ອເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 25, ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 30-31 ພຶດສະພາ 2019 ທີ່ ໂຕກຽວ.
ກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ແມ່ນຈັດຂຶ້ນທຸກໆປີ ໂດຍສໍານັກຂ່າວໜັງສືພິມນິກເກ ຂອງຍີ່ປຸ່ນ ນັບແຕ່ປີ 1995 ເປັນຕົ້ນມາ, ເຊິ່ງໄດ້ເຊື້ອເຊີນບັນດາຜູ້ນໍາ ແລະ ຜູ້ບໍລິຫານຂັ້ນສູງ ຂອງພາກລັດ ແລະ ພາກເອກະຊົນ ລວມທັງອະດີດການນໍາ, ຜູ້ຊົງຄຸນນະວຸດທິ, ປະທານອົງການ, ສະຖາບັນຕ່າງໆ ທັງພາກພື້ນ ແລະ ສາກົນຂອງອາຊີ ແລະ ພາກພື້ນອື່ນເຂົ້າຮ່ວມ ເພື່ອແລກປ່ຽນທັດສະນະ ແລະ ວິໄສທັດຕໍ່ບັນຫາພົ້ນເດັ່ນທີ່ເກີດຂຶ້ນ ໃນພາກພື້ນ ແລະ ໃນໂລກ ຮ່ວມກັນ. ກອງປະຊຸມຄັ້ງນີ້ ແມ່ນຈະດໍາເນີນໄປພາຍໃຕ້ຫົວຂໍ້: “ຄົ້ນຫາລະບຽບຂອງໂລກແບບໃໝ່ ເພື່ອແກ້ໄຂຄວາມວຸ້ນວາຍໃນໂລກ (Seeking a new global order-overcoming the chaos)”.
ໃນໂອກາດເຄື່ອນໄຫວຢູ່ປະເທດຍີ່ປຸ່ນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຈະຂຶ້ນກ່າວບົດປາໄສ ເພື່ອສະແດງທັດສະນະຂອງ ສປປ.ລາວ ທີ່ປິ່ນອ້ອມຫົວຂໍ້ກອງປະຊຸມ.