ສຳນັກຂ່າວຕ່າງປະເທດລາຍງານ 24 ມິຖຸນາ 2019 ວ່າ: ທ່ານ ໂມຮຳໝັດ ຈາວາດ ຊາຣີບ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ໄດ້ລົງຮູບພາບ ແລະ ຂໍ້ຄວາມອະທິບາຍວ່າ ເປັນເສັ້ນທາງການບິນຂອງໂດຣນ MQ-9 Reaper ຂອງສະຫະລັດ ອາເມຣິກາ ທີ່ລະເມີດນ່ານຟ້າຂອງອີຣານ ບໍລິເວນຊ່ອງແຄບຮໍມຸສ ເມື່ອວັນທີ 26 ພຶດສະພາ ທີ່່ຜານມາ ຫຼື ເກືອບ 1 ເດືອນຫຼັງຈາກທີ່ກອງກຳລັງປະຕິວັດອີຣານ ໄດ້ຍິງໂດຣນສອດແນມ RQ-4 Global Hawk ຕົກທີ່ແຂວງຮໍມອສກັນ ທາງພາກໃຕ້ຂອງອີຣານ ເມື່ອວັນທີ 20 ມິຖຸນາ ທີ່ຜ່ານມາ.
More evidence—including encroachment of a MQ9 spy drone on 5/26, speedboat purchases & phone calls planning to attribute ship attacks to Iran—indicate #B_Team was moments away from trapping @realDonaldTrump into a war. Prudence prevented it, but #EconomicTerrorism brings tension. pic.twitter.com/LmWJTDvt2O
— Javad Zarif (@JZarif) June 23, 2019
ຂະນະທີ່ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວກ່ອນອອກເດີນທາງຢ້ຽມຢາມອາຣັບບີ ຊາອູດິດ ແລະ ສະຫະນະຄອນ ເອເມຣັດ ອາຣັບ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງແນວຮ່ວມປະສານກຳລັງຕໍ່ຕ້ານອີຣານ ວ່າການສະເໜີຂໍ້ມູນຂອງທ່ານ ຊາຣີບ ບໍ່ຕ່າງຫຍັງກັບສີມືເດັກນ້ອຍອະນຸບານ ທີ່ແຕກຕ່າງຈາກຄວາມເປັນມືອາຊີບ ແລະ ເຕັກໂນໂລຊີທາງທະຫານລະດັບສູງຂອງສະຫະລັດ ອາເມຣິກາທີ່ທຽບກັນບໍ່ໄດ້ ພ້ອມທັງຢ້ຳວ່າ ໂດຣນທັງ 2 ລຳທີ່ໜຶ່ງໃນນັ້ນຖືກຍິງຕົກ ບິນຢູ່ໃນເຂດນ່ານຟ້າສາກົນ.
ໃນດ້ານຂອງທ່ານ ຈອນ ໂບຕັ້ນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດປະຈຳທຳນຽບຂາວ ທີ່ຢູ່ໃນລະຫວ່າງການຢ້ຽມຢາມອິດສະຣາແອນ ກ່າວວ່າລັດຖະບານອີຣານ ຫຼື ຝ່າຍໃດກໍ່ຕາມທີ່ສ້າງຄວາມຮຸນແຮງ ຢ່າຟ້າວສະຫຼຸບວ່າ ການທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຢຸດຕິປະຕິບັດທາງການຕໍ່ອີຣານອອກໄປກ່ອນນັ້ນ ຄືຄວາມອ່ອນແອຂອງສະຫະລັດ ອາເມຣິກາ, ສ່ວນທ່ານ ໄບຣອັນ ຮຸກ ທູດພິເສດດ້ານອີຣານຂອງລັດຖະບານສະຫະລັດ ອາເມຣິກາ ກ່າວໃນລະຫວ່າງການຢ້ຽມຢາມກູເວດວ່າ ປະຊາຄົມໂລກຄວນຮ່ວມມືກັນກົດດັນທາງການທູດ ໃຫ້ລັດຖະບານອີຣານຢຸດຕິສ້າງຄວາມຮຸນແຮງໃນພູມມິພາກ.
ສ່ວນທ່ານ ໂດໂນ ທຣຳ ຢືນຢັນເຖິງແມ່ນວ່າຕົນບໍ່ຕ້ອງການເຮັດສົງຄາມກັບອີຣານ ແຕ່ປະຕິບັດການທາງທະຫານຍັງຖືເປັນໜຶ່ງໃນແຜນການ ແຕ່ຕອນນີ້ຈະເນັ້ນເພີ່ມການກົດດັນທາງເສດຖະກິດໄປກ່ອນ ເພື່ອຕັດທໍ່ນ້ຳລ້ຽງຂອງອີຣານທີ່ພະຍາຍາມພັດທະນານິວເຄຼຍ, ພ້ອມຢ້ຳເຖິງຄວາມພ້ອມໃນການເຈລະຈາກັບອີຣານ ໂດຍປາສະຈາກເງື່ອນໄຂລ່ວງໜ້າ, ສ່ວນຈາກລາຍງານຂອງສື່ຫຼາຍແຫ່ງທີ່ວ່າ ສະຫະລັດ ອາເມຣິກາ ກັບ ອີຣານ ໄດ້ເປີດສົງຄາມໂຈມຕີທາງໄຊເບີເຊິ່ງກັນ ແລະ ກັນນັ້ນ ທັງສອງຝ່າຍຍັງບໍ່ສະແດງທ່າທີຕໍ່ລາຍງານດັ່ງກ່າວ.