ໂດຍອີງຕາມໂຄງສ້າງລາຄານ້ຳມັນເຊື້ອໄຟ ເລກທີ 0826/ກຄພນ.ຄສລ ລົງວັນທີ 17 ກໍລະກົດ 2019 ຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງເປັນຖານການຄິດໄລ່ພັນທະພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ, ໂດຍມີລາຄາ CIF (Cost Insurance Freight) ທີ່ປະກອບດ້ວຍລາຄາສິນຄ້າ + ຄ່າປະກັນ + ຄ່າຂົນສົ່ງ ເປັນຖານໃນການຄິດໄລ່ພາສີ-ອາກອນ.
ເຊິ່ງນ້ຳມັນ 1 ລິດ ກ່ອນຈະມາເປັນລາຄາໜ້າປ້ຳ ຕາມທີ່ພວກເຮົາຕ້ອງຈ່າຍໃນເວລາເຕີມນ້ຳມັນນັ້ນປະກອບມີພັນທະ ແລະ ຄ່າທຳນຽມດັ່ງນີ້:
+ ອັດຊັງພິເສດ: ພາສີ 20%, ອາກອນຊົມໃຊ້ 39% ແລະ ອາກອນມູນຄ່າເພີ່ມ 10% ປະກອບກັບກອງທຶນທາງ 520 ກີບ, ຄວາມສ່ຽງ 28 ກີບ, ຄ່າສິ້ນເປືອງ 148 ກີບ, ຄ່າມິດເຕີ 6 ກີບ, ກວດສອບຄຸນນະພາບ 16 ກີບ, ຄັງແຮ 600 ກີບ, ກຳໄລຂາຍຍົກ 120 ກີບ ແລະ ຄ່າບໍລິການປ້ຳ 250 ກີບ.
+ ອັດຊັງທຳມະດາ: ພາສີ 15%, ອາກອນຊົມໃຊ້ 34% ແລະ ອາກອນມູນຄ່າເພີ່ມ 10% ປະກອບກັບກອງທຶນທາງ 520 ກີບ, ຄວາມສ່ຽງ 28 ກີບ, ຄ່າສິ້ນເປືອງ 148 ກີບ, ຄ່າມິດເຕີ 6 ກີບ, ຄັງແຮ 300 ກີບ, ກຳໄລຂາຍຍົກ 120 ກີບ ແລະ ຄ່າບໍລິການປ້ຳ 250 ກີບ.
+ ກາຊວນ: ພາສີ 5%, ອາກອນຊົມໃຊ້ 24% ແລະ ອາກອນມູນຄ່າເພີ່ມ 10% ປະກອບກັບກອງທຶນທາງ 520 ກີບ, ຄວາມສ່ຽງ 26 ກີບ, ຄ່າສິ້ນເປືອງ 148 ກີບ, ຄ່າມິດເຕີ 6 ກີບ, ຄັງແຮ 600 ກີບ, ກຳໄລຂາຍຍົກ 120 ກີບ ແລະ ຄ່າບໍລິການປ້ຳ 250 ກີບ.
ໂດຍໃນວັນທີ 17 ກໍລະກົດ 2019 ນີ້, ກະຊວງອຸດສາຫະກຳ ແລະ ການຄ້າກໍ່ໄດ້ອອກແຈ້ງການ ເລກທີ 0858/ອຄ.ກຄພນ ປັບຂຶ້ນລາຄາແອັດຊັງພິເສດ 250 ກີບ/ລິດ, ແອັດຊິງທຳມະດາ 230 ກີບ/ລິດ ແລະ ກາຊວນ 220 ກີບ/ລິດ ພ້ອມທັງລະບຸວ່າ ໄດ້ມີການປັບຫຼຸດຄັງແຮລົງຄື ແອັດຊັງພິເສດ 250 ກີບ/ລິດ, ແອັດຊັງທຳມະດາ 200 ກີບ/ລິດ ແລະ ກາຊວນ 50 ກີບ/ລິດ ເຊິ່ງຈະມີຜົນໃນວັນທີ 18 ກໍລະກົດ 2019 ແຕ່ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.