ສປປ.ລາວ ຍັງມີສິ່ງທ້າທາຍຫຼາຍຢ່າງເພື່ອຮອງຮັບເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0 ຕາມກະແສໂລກ

ເສດຖະກິດດິຈິຕອນ ຄືເສດຖະກິດຮູບແບບໃໝ່ ທີ່ຈະຫັນປ່ຽນທັງຂະບວນການທາງທຸລະກິດ ພ້ອມທັງຂະບວນການຜະລິດ ແລະ ບໍລິການ ໂດຍອີງໃສ່ເຕັກໂນໂລຊີດິຈິຕອນເຂົ້າຊ່ວຍ, ເສດຖະກິດດິຈິຕອນ ຈະອີງໃສ່ເຕັກໂນໂລຊີດິຈິຕອນ ເຊິ່ງເປັນຮູບແບບການເຮັດທຸລະກິດຜ່ານທາງອອນລາຍ ທີ່ກ້າວມາຈາກເສດຖະກິດກະສິກຳ, ເສດຖະກິດອຸດສາຫະກຳ, ເສດຖະກິດເຕັກໂນໂລຊີ ແລະ ເສດຖະກິດດິຈິຕອນ.

ສຳລັບອຸດສາຫະກຳ 4.0 ໝາຍເຖິງ ການປະຕິວັດອຸດສາຫະກຳ ຄັ້ງທີ 04, ແມ່ນຍຸກທີ່ລວມເອົາຂໍ້ມູນຂ່າວສານ ກັບ ເຕັກໂນໂລຊີເຂົ້າດ້ວຍກັນ, ເປັນຮູບແບບການເຮັດວຽກທີ່ສະຫຼາດ (Smart) ຄວບຄຸມລະບົບເຄື່ອງຈັກອັດຕະໂນມັດ ດ້ວຍລະບົບ ICT ທີ່ປະຊາຄົມອາຊຽນເອີ້ນຫຍໍ້ວ່າ 4IR, ໂດຍປະເທດທຳອິດທີ່ສ້າງ ແລະ ລິເລີ່ມແນວຄິດອຸດສາຫະກຳ 4.0 ຄືປະເທດເຢຍລະມັນ.

ກວ່າຈະກ້າວເຂົ້າມາເຖິງຍຸກອຸດສາຫະກຳ 4.0 ສັງຄົມໂລກແມ່ນໄດ້ຜ່ານການປະຕິວັດອຸດສາຫະກຳມາແລ້ວຫຼາຍຄັ້ງດັ່ງນີ້:

  • ອຸດສາຫະກຳ 1.0: ພະລັງງານອາຍນ້ຳ
  • ອຸດສາຫະກຳ 2.0: ການຜະລິດສິນຄ້າຈຳນວນຫຼາຍ
  • ອຸດສາຫະກຳ 3.0: ລະບົບອັດຕະໂນມັດ ທີ່ນຳໃຊ້ຫຸ່ນຍົນ
  • ອຸດສາຫະກຳ 4.0: ອຸດສາຫະກຳນຳໃຊ້ ICT

ການປະສົມປະສານເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0 ນັ້ນ ໃນປັດຈຸບັນການພັດທະນາທາງດ້ານ ICT ຂອງຫຼາຍໆປະເທດ ແມ່ນໄດ້ຫັນເຂົ້າສູ່ຍຸກ 4.0 ເຊິ່ງເປັນການປະສົມປະສານລະຫວ່າງເຕັກໂນໂລຊີການຜະລິດທີ່ກ້າວໜ້າ ແລະ ເຕັກໂນໂລຊີການສື່ສານເຂົ້າດ້ວຍກັນເຊັ່ນ:​ Big Data, AI, 5G, VR, Clouds, Internet of Thing (IoT), Cyber Security ແລະ ອື່ນໆ ເປັນການສ້າງລະບົບຕ່ອງໂສ້ຂອງການເຮັດວຽກທີ່ມີປະສິດທິພາບ ແລະ ມີຄວາມຫົດຢືດສູງ ດ້ວຍການເຊື່ອມຕໍ່ການສື່ສານຂອງຄົນ, ເຄື່ອງຈັກ, ລະບົບຂົນສົ່ງ ແລະ ລະບົບການເຮັດວຽກຕ່າງໆ ໃຫ້ເກີດເປັນເຄືອຂ່າຍໃນການເຮັດວຽກຢ່າງສະຫຼາດ ພ້ອມທັງສາມາດຄວບຄຸມເຊິ່ງກັນ ແລະ ກັນໄດ້ຢ່າງອັດຕະໂນມັດ.

ນອກນີ້, ຍັງມີການຄິດຄົ້ນຫຸ່ນຍົນ ທີ່ເຮັດວຽກການຜະລິດແບບອັດຕະໂນມັດ ແລະ ກຳລັງພະຍາຍາມ ນຳໃຊ້ແນວຄິດ Internet of Things ໃນການເຊື່ອມຕໍ່ລະຫວ່າງລູກຄ້າ, ຜູ້ຜະລິດ ແລະ ຜູ້ສະໜອງ ສຳລັບອຸດສາຫະກຳໃນອະນາຄົດ.

ປັດຈຸບັນ, ທົ່ວໂລກກຳລັງຫັນເປັນອຸດສາຫະກຳ 4.0 ເຊັ່ນ: ຈີນ, ອິນໂດເນເຊຍ,​ ເກົາຫຼີໃຕ້ ໄດ້ມີການສຶກສາອຸດສາຫະກຳ 4.0 ຕາມແບບຂອງເຢຍລະມັນ;  ແອັດສະໂຕນີ ສ້າງປະເທດກຳລັງພັດທະນານ້ອຍໆ ໃຫ້ກາຍເປັນໜຶ່ງໃນປະເທດທີ່ມີສັງຄົມດິຈິຕອນ ທີ່ກ້າວໜ້າທີ່ສຸດໃນໂລກ ພາຍໃນເວລາ 25 ປີ ໂດຍສຸມໃສ່ການພັດທະນາທາງດ້ານ ICT ເປັນຫຼັກ ຈາກ Estonia ສູ່ E-Stonia; ຍີ່ປຸ່ນ ໄດ້ສຶກສາການປັບປຸງການຜະລິດ ໃຫ້ເປັນເຕັກໂນໂລຊີຂອງຕົນເອງ ຕາມຄວາມເໝາະສົມໃນແຕ່ລະຮູບແບບ ແລະ ປັບປຸງໃຫ້ເຂົ້າສູນອຸດສາຫະກຳ 4.0 ເທື່ອລະກ້າວ, ພ້ອມທັງມີການເຊື່ອມໂຍງການຜະລິດລະຫວ່າງໂຮງງານ; ມາເລເຊຍ ຫັນປະເທດເປັນ Digital Malaysia ຕັ້ງແຕ່ປີ 2012 ໂດຍໄດ້ພັດທະນາໂຄງລ່າງພື້ນຖານອິນເຕີເນັດ ໄປຄຽງຄູ່ກັບການສ້າງລະບົບນິເວດຕ່າງໆ ເພື່ອຊ່ວຍກະຕຸ້ນເສດຖະກິດຂອງປະເທດ ແລະ ໄດ້ເຮັດໃຫ້ອຸດສາຫະກຳ ICT ເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ ແລະ ໄທ ແມ່ນມີແຜນສ້າງປະເທດໃຫ້ເປັນ Thailand 4.0 ໂດຍສຶກສາ ແລະ ປັບຕາມຮູບແບບຂອງເຢຍລະມັນ, ນອກຈາກນີ້ ການປະຕິວັດອຸດສາຫະກຳ ເຮັດໃຫ້ເສດຖະກິດໃນປະເທດເຫຼົ່ານີ້ ກາຍເປັນເສດຖະກິດດິຈິຕອນຢ່າງໄວວາ, ໃນຫຼາຍປະເທດກໍ່ໄດ້ສ້າງກະຊວງດິຈິຕອນ ເພື່ອຮອງຮັບການຄຸ້ມຄອງ ແລະ ພັດທະນາດ້ານດິຈິຕອນ.

ICT ແມ່ນໄດ້ກາຍມາເປັນເຄື່ອງມີສຳຄັນ ແລະ ເປັນປະໂຫຍດໃນການດຳເນີນຈຸລະທຸລະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໂດຍສະເພາະແມ່ນການສ້າງ ແລະ ຕໍ່ຍອດແນວຄິດລິເລີ່ມ ທີ່ຖືກນຳໄປຜັນຂະຫຍາຍໃຫ້ກາຍເປັນທຸລະກິດ Start-up ເຊັ່ນ: Flappy Bird ເກມມືຖືທີ່ສ້າງໂດຍຫງວຽນ ຮ່າ ດົງ Start-up ໄວໜຸ່ມຊາວຫວຽດນາມ ສາມາດສ້າງລາຍໄດ້ສູງເຖິງ 50,000 ໂດລາສະຫະລັດຕໍ່ມື້.

ສະພາບການໃນ ສປປ.ລາວ, ໃນປີ 2019 ຈາກຈຳນວນປະຊາກອນ 7.01 ລ້ານຄົນ ໄດ້ມີການລົງທະບຽນນຳໃຊ້ໂທລະສັບມືຖື 8.41 ລ້ານຄົນ ກວມເອົາ 120% ຂອງຈຳນວນປະຊາກອນທັງໝົດ, ມີຜູ້ໃຊ້ອິນເຕີເນັດ 3.29 ລ້ານຄົນ ກວມເອົາ 47% ຂອງຈຳນວນປະຊາກອນທັງໝົດ ແລະ ນຳໃຊ້ສື່ອອນລາຍ 2.7 ລ້ານຄົນ ກວມເອົາ 39% ຂອງຈຳນວນປະຊາກອນທັງໝົດ.

ປັດຈຸບັນ ສປປ.ລາວ ໄດ້ມີການສ້າງລະບົບຕ່າງໆ ແລະ ແອັບພຼິເຄຊັນເທິງມືຖື ໂດຍສະເພາະແມ່ນໃນຂະແໜງການເງິນເຊັ່ນ: ການເສຍພາສີທີ່ດິນຜ່ານລະບົບທະນາຄານອອນລາຍ, ການເສຍຄ່າທຳນຽມທາງເທິງລະບົບທະນາຄານອອນລາຍ, ການເກັບ-ຊຳລະພາສີອາກອນອອນລາຍ, ແອັບພຼິເຄຊັນເທິງມືຖື ທີ່ຊ່ວຍໃນການໂອນເງິນ ຊື້-ຂາຍເຄື່ອງ, ການຊຳລະເງິນຄ່າສິນຄ້າ ແລະ ບໍລິການຜ່ານການສະແກນ QR-Code ແລະ ການສ້າງລະບົບ eVisa ຂອງກົມກົງສຸນ ກະຊວງການຕ່າງປະເທດ.

ນອກຈາກນີ້, ICT ຍັງໄດ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ຈຸນລະວິສາຫະກິດ ແລະ Start-up ເຮັດໃຫ້ຕົ້ນທຶນການສ້າງທຸລະກິດບໍ່ສູງ, ໂຄສະນາຜ່ານສື່ສັງຄົມອອນລາຍ ໄດ້ຢ່າງມີປະສິດທິພາບ ແລະ ຖືກກຸ່ມລູກຄ້າເປົ້າໝາຍ, ບໍ່ຈຳເປັນຕ້ອງມີໜ້າຮ້ານ, ມີເຄື່ອງມືທີ່ທັນສະໄໝ, ທຸລະກຳການເງິນຜ່ານລະບົບທະນາຄານອອນລາຍ ບໍ່ຈຳເປັນຕ້ອງຈ່າຍເງິນສົດ, ລົມກັນກັບລູກຄ້າໄດ້ຫຼາຍຄົນໃນຄັ້ງດຽວ ຜ່ານ Facebook Live.

ບັນດາໂຄງລ່າງພື້ນຖານແຕ່ລະດ້ານ ທີ່ຄວນໄດ້ຮັບການພັດທະນາ ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາ ເສດຖະກິດດິຈິຕ້ອນ ແລະ ອຸດສາຫະກຳ 4.0 ໃນ ສປປ.ລາວ ມີຄື:

  • ລະບົບໂທລະຄົມມະນາຄົມ
  • ລະບົບການເງິນ
  • ຄວາມປອດໄພທາງໄຊເບີ
  • ລັດຖະບານດິຈິຕອນ
  • ລະບົບສາທາລະນະສຸກ
  • ລະບົບໂຍທາທິການ ແລະ ການຂົນສົ່ງ
  • ລະບົບຄວາມໝັ້ນຄົງແຫ່ງຊາດ
  • ລະບົບຄວາມປອດໄພຂອງລັດຖະບານ
  • ດ້ານພະລັງງານ ແລະ ລະບົບສາທາລະນຸປະໂພກ
  • ລະບົບໂຄງລ່າງພື້ນຖານດ້ານດິຈິຕອນ (ນິຕິກຳຄຸ້ມຄອງ, ລະບົບເຄືອຂ່າຍອິນເຕີເນັດທົ່ວປະເທດ,​ ການເຊື່ອມໂຍງກັບສາກົນ)
  • ການພັດທະນາເຕັກໂນໂລຊີດິຈິຕອນ (Iot, Smart City, Digital Park)
  • ບຸກຄະລາກອນດິຈິຕອນ (ການສ້າງຂີດຄວາມສາມາດທາງດ້ານດິຈິຕອນ, ການສົ່ງເສີມ Start up, ການພັດທະນາບຸກຄະລາກອນດ້ານ  ICT).

ສິ່ງທ້າທາຍ ສຳລັບ ສປປ.ລາວ

  • ການສ້າງເສດຖະກິດດິຈິຕອນ ຄວນຖືເປັນວາລະແຫ່ງຊາດ ແລະ ຕ້ອງມີສ່ວນຮ່ວມຂອງທຸກກະຊວງ, ທຸກຂະແໜງການທັງພາກລັດ ແລະ ເອກະຊົນ
  • ການຈ່າຍເງິນຜ່ານລະບົບອອນລາຍຍັງຈຳກັດ (e-Payment)
  • ການຄຸ້ມຄອງ ແລະ ການເກັບລາຍຮັບເຊັ່ນ: ການເກັບພາສີອາກອນ ການຈ່າຍເງິນຜ່ານ Alipay ແລະ WeChat ໄປຕ່າງປະເທດ, ການຈ່າຍເງິນຄ່າໂຄສະນາໃຫ້ Facebook, ການຄ້າອອນລາຍຂ້າມຊາຍແດນຜ່ານ Taobao (Alibaba) ທີ່ບໍ່ມີໜ້າຮ້ານ ເປັນຕົ້ນ
  • ການພັດທະນາອິນເຕີເນັດຄວາມໄວສູງ ຍັງບໍ່ທັນທົ່ວເຖິງໃນທົ່ວະເທດ
  • ການຫັນເປັນດິຈິຕອນ ຕ້ອງໄດ້ປັບປຸງຂີດຄວາມສາມາດຂອງບຸກຄະລາກອນຄືນ, AI ກໍ່ເປັນສິ່ງທ້າທາຍກັບການຕົກງານ ຫຼື ບໍ່ມີວຽກເຮັດງານທຳຂອງຄົນ.
  • ການສ້າງ ແລະ ພັດທະນາເນື້ອໃນທາງເອເລັກໂຕຼນິກ (Content), ການບໍລິການທາງເອເລັກໂຕຼນິກ (e-Service) ຍັງມີຄວາມຈຳກັດ.
  • ລະບົບການຂົນສົ່ງ ຍັງມີຄວາມຈຳກັດ (Logistics, Postal service, Delivery).
  • ຄວາມປອດໄພທາງເອເລັກໂຕຼນິກ (ການປ້ອງກັນ, ການຮັກສາຄວາມປອດໄພ, ການຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນທາງອີເລັກໂຕຼນິກໃນທາງກົດໝາຍ)

ເຖິງຢ່ງໃດກໍ່ຕາມ ສປປ.ລາວ ກໍ່ໄດ້ມີການອອກນິຕິກຳຈຳນວນໜຶ່ງ ເພື່ອຮອງຮັບເຊັ່ນ:

  • ກົດໝາຍ ວ່າດ້ວຍລາຍເຊັນເອເລັກໂຕຼນິກ ເຊິ່ງຈະເປັນບ່ອນອີງໃນການຮັບຮອງເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0, ພ້ອມທັງຮັບປະກັນຄວາມປອດໄພ ໃນການດຳເນີນທຸລະກຳອອນລາຍຕ່າງໆ
  • ກົດໝາຍ ວ່າດ້ວຍການປົກປ້ອງຂໍ້ມູນເອເລັກໂຕຼນິກ
  • ກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ
  • ກົດໝາຍ ວ່າດ້ວຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
  • ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ
  • ກົດໝາຍ ວ່າດ້ວຍໂທລະຄົມມະນາຄົມ
  • ກົດໝາຍ ວ່າດ້ວຍທຸລະກຳທາງດ້ານເອເລັກໂຕຼນິກ
  • ກົດໝາຍ ວ່າດ້ວຍການໄປສະນີ
  • ດຳລັດ ວ່າດ້ວຍສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ
  • ດຳລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ

ນອກຈາກນີ້, ຍັງມີບັນດານິຕິກຳ ທີ່ຢູ່ໃນແຜນການສ້າງເຊັ່ນ:

  • ສ້າງແຜນແມ່ບົດການຫັນເປັນທັນສະໄໝດ້ານດິຈິຕອນ ຂອງ ສປປ.ລາວ (Digital Transformation Master Plan)
  • ສ້າງນະໂຍບາຍແຫ່ງຊາດດ້ານ ICT (National ICT Policy)
  • ສ້າງດຳລັດ ວ່າດ້ວຍລັດຖະບານດິຈິຕອນ (Digital Govermet)
  • ສ້າງດຳລັດ ວ່າດ້ວຍ ລະບົບສາຍສົ່ງໂທລະຄົມມະນາຄົມ
  • ສ້າງແຜນຜັງແຫ່ງຊາດ ແລະ ແຜນຍຸດທະສາດ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ
  • ສ້າງດຳລັດ ວ່າດ້ວຍການສື່ສານຜ່ານດາວທຽມ
  • ສ້າງດຳລັດ ວ່າດ້ວຍມາດຕະຖານ ແລະ ຄຸນນະພາບທາງດ້ານ ICT
  • ສ້າງແຜນແຫ່ງຊາດດ້ານການພັດທະນາອິນເຕີເນັດຄວາມໄວສູງ.

ຄັດຈາກ: ບົດນຳສະເໜີ: ໂຄງລ່າງພື້ນຖານ ແລະ ນິຕິກຳ ເພື່ອຮອງຮັບເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0, ທ່ານ ແກ້ວວິສຸກ ໂສລະພົມ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ.


ຕິດຕາມພວກເຮົາທາງ Twitter



ຕິດຕາມພວກເຮົາທາງ Youtube


ຕິດຕາມພວກເຮົາທາງ Twitter



ຕິດຕາມພວກເຮົາທາງ Youtube