ລາຍງານ 7 ສິງຫາ 2019: ເກີດການລະເບີດຢ່າງຮຸນແຮງທີ່ສາງເກັບອາວຸດ ເຊິ່ງເປັນເກັບມ້ຽນລູກປືນໃຫຍ່ຫຼາຍໝື່ນລູກ ໃນຄ່າຍທະຫານກອງທັບລັດເຊຍ ເມືອງອາຊິນ (Achinsk) ໃນແຄວ້ນຄຣິສໂນຢາກ (Krasnoyarsk) ທາງພາກຕາເວັນອອກຂອງເຂດໄຊບີເຣຍ, ການລະເບີດຮຸນແຮງເປັນໄລຍະໆ ເຮັດໃຫ້ເກີດໄຟລຸກໄໝ້ ແລະ ມີຄວັນຕຶບໜາເທິງທ້ອງຟ້າກິນເວລາປະມານ 16 ຊົ່ວໂມງ.
ຖະແຫຼງການຂອງກະຊວງປ້ອງກັນປະເທດລັດເຊຍກ່າວວ່າ ການລະເບີດໄດ້ຢຸດຕິລົງແລ້ວໃນຕອນເຊົ້າມືດຂອງວັນອັງຄານ ທີ່ຜ່ານມາ ໂດຍຍົນບັນທຸກໜັກ 10 ລຳ ແລະ ເຮລິຄັອບແຕ 8 ລຳ ໄດ້ລຳລຽງນ້ຳຖອກລົງໃສ່ສາງອາວຸດັ່ງກ່າວ, ສ່ວນຖະແຫຼງການຂອງກະຊວງໄພສຸກເສີນກ່າວວ່າ ເຈົ້າໜ້າທີ່ໄດ້ອົບພະຍົບປະຊາຊົນ 9,533 ຄົນ ອອກຈາກບ້ານເຮືອນ ພາຍໃນລັດສະໜີ 20 ກິໂລແມັດອ້ອມຮອບຄ່າຍທະຫານ ແລະ ປະຊາຊົນອີກປະມານ 7,000 ຄົນ ອົບພະຍົບດ້ວຍຕົນເອງ ແລະ ມີລາຍງານຜູ້ໄດ້ຮັບບາດເຈັບ 12 ຄົນ ແລະ ສູນຫາຍ 1 ຄົນ.
ການລະເບີດດັ່ງກ່າວ ເກີດຂຶ້ນຕັ້ງແຕ່ຕອນສວາຍຂອງວັນຈັນ ທີ່ຜ່ານມາ ຈົນເຖິງຕອນເຊົ້າວັນອັງຄານ ທາງການລັດເຊຍໄດ້ປະກາດປິດນ່ານຟ້າ, ຫ້າມຍົນບິນຜ່ານໃນໄລຍະ 30 ກິໂລແມັດຈາກຄ່າຍທະຫານ ລວມທັງຢຸດແລ່ນລົດໄຟສາຍທີ່ແລ່ນຜ່ານເຂດດັ່ງກ່າວ ແລະ ປິດເສັ້ນທາງຫຼວງ ແຕ່ໄດ້ຍົກເລີກຄຳສັ່ງຫ້າມບິນຜ່ານແລ້ວ ພາຍຫຼັງການລະເບີດສະຫງົບລົງ.
ສາງອາວຸດໃນຄ່າຍທະຫານເມືອງອາຊິນ ເປັນໜຶ່ງໃນເຄືອຂ່າຍສາງອາວຸດທີ່ເກົ່າແກ່ທີ່ສຸດຂອງລັດເຊຍ ເຊິ່ງກະຊວງປ້ອງກັນປະເທດລັດເຊຍ ມີກຳນົດຈະປິດສາງອາວຸດແຫ່ງນີ້ໃນປີ 2022.