ໂດຍອີງຕາມ ຂໍ້ຕົກລົງ ວ່າດ້ວຍການຊື້-ຂາຍ ເງິນຕາກັບມວນຊົນຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ເລກທີ 109/ທຫລ, ລົງວັນທີ 01 ກຸມພາ 2019 ເພື່ອຜັນຂະຫຍາຍບາງມາດຕາ ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອຄຸ້ມຄອງການດຳເນີນທຸລະກິດແລກປ່ຽນເງິນຕາກັບມວນຊົນ ຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ແນ່ໃສ່ອຳນວຍຄວາມສະດວກໃນການສະໜອງເງິນຕາຕ່າງປະເທດໃຫ້ແກ່ສັງຄົມ ແລະ ປະກອບສ່ວນໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ
ໂດຍໃນມາດຕາ 5 ຂອງຂໍ້ຕົກລົງໄດ້ລະບຸວ່າ: ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສາມາດຂາຍເງິນຕາຕ່າງປະເທດໃຫ້ບຸກຄົນ ໃນວົງເງິນບໍ່ເກີນທຽບເທົ່າ 10 ລ້ານກີບຕໍ່ຄົນຕໍ່ວັນ, ເຊິ່ງລູກຄ້າຕ້ອງລະບຸຈຸດປະສົງໃນການແລກປ່ຽນເງິນຕາຢ່າງຈະແຈ້ງ ພ້ອມທັງສຳເນົາບັດປະຈຳຕົວ (ສຳລັບຄົນລາວ) ຫຼື ໜັງສືຜ່ານແດນ (ສຳລັບຄົນຕ່າງປະເທດ) ໄວ້ເປັນຫຼັກຖານ; ຮ້ານແລກປ່ຽນເງິນຕາ ສາມາດຂາຍເງິນຕາຕ່າງປະເທດໄດ້ທັງໝົດໃນວົງເງິນບໍ່ເກີນທຶນຈົດທະບຽນຂອງຕົນຕໍ່ມື້ເທົ່ານັ້ນ.
ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສາມາດຂາຍເງິນຕາຕ່າງປະເທດ ໃຫ້ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງເພື່ອຊຳລະສະສາງກັບຕ່າງປະເທດ ໂດຍຕ້ອງພິຈາລະນາຂາຍໃຫ້ຜູ້ທີ່ມີເປົ້າໝາຍຊຳລະຄ່າສິນຄ້າບູລິມະສິດກ່ອນ ເປັນຕົ້ນ: ນ້ຳມັນເຊື້ອໄຟ, ຢາປົວພະຍາດ, ສິນຄ້າອຸປະໂພກ-ບໍລິໂພກທີ່ມີຄວາມຈຳເປັນ.
ຈາກນັ້ນຈຶ່ງພິຈາລະນາຂາຍໃຫ້ລູກຄ້າທີ່ຕ້ອງການຊຳລະຄ່າສິນຄ້າອື່ນ (ປັດໄຈອື່ນ) ແລະ ບຸກຄົນຕາມທີ່ກຳນົດໄວ້ໃນວັກໜຶ່ງ ຂອງມາດຕານີ້ ຫຼື ຕາມເປົ້າໝາຍທີ່ກຳນົດໄວ້ໃນມາດຕາ 10 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ດັ່ງນີ້:
- ຊຳລະຄ່າສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ
- ຊຳລະຄ່າບໍລິການທີ່ຕິດພັນກັບສິນຄ້າຂາເຂົ້າ-ຂາອອກ ໂດຍກົງກັບຕ່າງປະເທດເຊັ່ນ: ຄ່າຂົນສົ່ງຜ່ານແດນ, ຄ່າປະກັນໄພ, ຄ່າຝາກສາງຜ່ານແດນ ແລະ ຄ່າບໍລິການອື່ນ
- ຊຳລະໜີ້ເງິນກູ້ ແລະ ສິນເຊື່ອການຄ້າກັບຕ່າງປະເທດ
- ໃຫ້ການຊ່ວຍເຫຼືອແກ່ຕ່າງປະເທດ ຕາມການຕົກລົງຂອງລັດຖະບານ
- ໂອນເງິນກຳໄລ, ເງິນປັນຜົນ, ຕົ້ນທຶນ, ດອກເບ້ຍ, ຄ່າບໍລິການອື່ນຂອງນັກລົງທຶນຕ່າງປະເທດ ແລະ ຄ່າແຮງງານຂອງຄົນຕ່າງປະເທດກັບຄືນປະເທດ ຫຼື ໄປປະເທດທີ່ສາມ
- ໂອນເງິນໄປລົງທຶນຢູ່ຕ່າງປະເທດ
- ສຶກສາ, ທ່ອງທ່ຽວ, ຢ້ຽມຢາມ ແລະ ປິ່ນປົວສຸຂະພາບຢູ່ຕ່າງປະເທດ
- ປະຕິບັດເປົ້າໝາຍອື່ນ ຕາມລະບຽບການທີ່ທະນາຄານແຫ່ງ ສປປ.ລາວ ວາງອອກ.
ການຂາຍເງິນຕາຕ່າງປະເທດທຸກຄັ້ງ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ຕ້ອງໃຫ້ລູກຄ້າປະກອບເອກະສານທີ່ກ່ຽວຂ້ອງຕາມແຕ່ລະເປົ້າໝາຍຢ່າງຖືກຕ້ອງ ແລະ ຄົບຖ້ວນ ເພື່ອສະເໜີຂໍຊື່ເງິນຕາຕ່າງປະເທດກັບທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ.
ສຳລັບເງິນຕາຕ່າງປະເທດ ທີ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໄດ້ຈາກການຊື້ເງິນຕາຕ່າງປະເທດກັບທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ຕ້ອງໂອນເຂົ້າບັນຊີເງິນຝາກຂອງຕົນ ເພື່ອຊຳລະສະສາງກັບຕ່າງປະເທດເທົ່ານັ້ນ.
ສຳລັບການກຳນົດ ແລະ ປະຕິບັດອັດຕາແລກປ່ຽນ ໃນມາດຕາ 6 ຂອງຂໍ້ຕົກລົງລະບຸວ່າ: ຕ້ອງກຳນົດ ແລະ ປະຕິບັດອັດຕາແລກປ່ຽນໃນການຊື້-ຂາຍເງິນຕາກັບລູກຄ້າຢ່າງຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການທີ່ທະນາຄານແຫ່ງ ສປປ.ລາວ ກຳນົດໃນແຕ່ລະໄລຍະ.