ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້ານລາຍງານໃຫ້ຮູ້ວ່າ: ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງທາງດ້ານຄວາມປອດໄພຕາມດ່ານຊາຍແດນ ແລະ ມາດຕະການຄວບຄຸມພະຍາດອະຫິວາໝູອາຟຣິກາ ແລະ ການວາງແຜນຍຸດທະສາດການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ ທ່າລາດ ແຂວງວຽງຈັນ ໃນລະຫວ່າງວັນທີ 12-16 ສິງຫາ 2019 ໂດຍໃຫ້ກຽດເປັນປະທານ ໂດຍ ທ່ານ ປອ. ສີທອງ ພິພັກຂະວົງ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ. ກອງປະຊຸມ ປະກອບມີນັກສໍາມະນາກອນ ທ່ານ ປອ. ທະນະວັດ ທຽມສິນ ຊ່ຽວຊານສັດຕະວະແພດ ມາຈາກປະເທດໄທ , ບັນດາວິຊາການຂະແໜງສັດຕະວະແພດ ແລະ ເຈົ້າໜ້າທີ່ດ່ານສາກົນ (ດ່ານກວດກາສັດຕະວະແພດ) ທົ່ວປະເທດ, ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ລວມທັງໝົດປະມານ 44 ທ່ານ.
ສປປ.ລາວ ເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອຜະຍາດອະຫິວາໝູອາຟຣິກາ ພາຍຫຼັງທີ່ພະຍາດດັ່ງກ່າວໄດ້ລະບາດຢູ່ປະເທດເພື່ອນບ້ານຄື ສສ.ຫວຽດນາມ ແລະ ສປ.ຈີນ.
ການແຜ່ຂະຍາຍຂອງເຊື້ອພະຍາດອະຫິວາໝູອາຝຣິກາ ມີຫຼາຍຊ່ອງທາງ ແຕ່ຊ່ອງທາງທີ່ມີຄວາມສ່ຽງສູງຫຼາຍທີ່ສຸດຄື: ການເຄື່ອນຍ້າຍປະເພດສັດ ແລະ ຜະລິດຕະພັນສັດ ຈາກປະເທດໜຶ່ງໄປຫາປະເທດໜຶ່ງ ໂດຍຜ່ານດ່ານຊາຍແດນຕ່າງໆທີ່ມີການຂົນສົ່ງສິນຄ້າ. ສະນັ້ນ ດ່ານຊາຍແດນເປັນເຂດທີ່ມີຄວາມສ່ຽງສູງທີ່ສຸດ ທີ່ເຮັດໃຫ້ເຊື້ອພະຍາດຜ່ານເຂົ້າມາໄດ້ ໂດຍຫຼາຍຮູບຫຼາຍແບບ ເປັນຕົ້ນແມ່ນ ພາຫະນະຂົນສົ່ງທີ່ບັນຈຸສັດທີ່ຕິດເຊື້ອພະຍາດ, ຄົນທີ່ໄດ້ສໍາພັດກັບໝູທີ່ມີເຊື້ອພະຍາດ, ຜະລິດຕະພັນສັດທີ່ມີເຊື້ອພະຍາດ ແລະ ວັດຖຸອຸປະກອນອື່ນໆ ທີ່ໄດ້ສໍາພັດກັບເຊື້ອພະຍາດ ທີ່ບໍ່ໄດ້ຮັບການຂ້າເຊື້ອ ແມ່ນສາມາດເປັນພາຫະນະໃຫ້ພະຍາດຂະຫຍາຍຕົວໄປໃນເຂດຕ່າງໆໄດ້ ເນື່ອງຈາກເຊື້ອພະຍາດອະຫິວາໝູ່ອາຟຣິກກາ ເປັນເຊື້ອພະຍາດທີ່ມີຄວາມທົນທານຕໍ່ສິງແວດລ້ອມໄດ້ດີ ຄື: ທົນຕໍ່ອຸນະພຸມ 50 ອົງສາ ເປັນເວລາສາມຊົ່ວໂມງ, ຢູ່ໄດ້ 10 ວັນໃນມູນສັດ, ຢູ່ໄດ້ 30 ວັນໃນດິນ, 15 ອາທິດໃນເນື້ອບົດ, 6 ເດືອນໃນລູກຊີ້ນ ແລະ ໄສ້ກອກ, 18 ເດືອນໃນເລືອດ ທີ່ມີອຸນະພຸມ 4 ອົງສາ, ຖ້າຊີ້ນແຊແຂງ ແມ່ນຢູ່ໄດ້ຫຼາຍປີ, ຖ້າຊີ້ນໝັກເກືອ ແມ່ນຢູ່ໄດ້ຫຼາຍເດືອນ.
ປັດຈຸບັນ ເຊື້ອພະຍາດດັ່ງກ່າວ ແມ່ນໄດ້ແຜ່ຂະຫຍາຍໃນ ສປປ.ລາວ ຢ່າງວ່ອງໄວຫຼາຍພາຍໃນເວລາສັ້ນໆ ແມ່ນສາມາດແຜ່່ລາມໄປເກືອບທົ່ວປະເທດ ເຊິ່ງທາງຊ່ຽວຊານເຊືອວ່າ ແຫຼ່ງທີ່ມາຂອງເຊື້ອພະຍາດ ແມ່ນມາທາງດ່ານຊາຍແດນຕ່າງໆ ທີ່ຕິດກັບປະເທດເພື່ອນບ້ານທີ່ມີເຊື້ອພະຍາດກໍາລັງແຜ່ລະບາດ. ດັ່ງນັ້ນ, ປັດຈຸບັນ ສປປ.ລາວ ຕ້ອງໄດ້ເອົາໃຈໃສສ້າງມາດຕະການ ແລະ ກົນໄກໃນການສະກັດກັ້ນຢູ່ດ່ານຊາຍແດນ ແລະ ຕັ້ງຈຸດກວດກາພາຍໃນ ໂດຍສະເພາະການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດ ຈາກບ້ານຫາບ້ານ, ຈາກເມືອງຫາເມືອງ, ຈາກແຂວງຫາແຂວງ ແມ່ນຕ້ອງຄຸ້ມຄອງ ແລະ ຢຸດ ຫຼື ຫ້າມໃຫ້ເຄື່ອນຍ້າຍ. ນອກນັ້ນ, ໝູທີ່ໄດ້ຕິດເຊື້ອພະຍາດ ແມ່ນຕ້ອງຖືກທໍາລາຍຕາມເຕັກນິກວິຊາການສັດຕະວະແພດຄື: ຂ້າ ແລ້ວເຜົ່າໄຟ ຫຼື ຂຸດຂຸ່ມຝັງ ເພື່ອບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແຜ່ຂະຫຍາຍໃນວົງກວ້າງ.
ສະພາບ ແລະ ເງື່ອນໄຂໃນການຈັດຕັ້ງປະຕິບັດຕົວຈິງຂອງໝ່ວຍງານສັດຕະວະແພດຂອງແຕ່ລະແຂວງ ແມ່ນພົບຄວາມຫຍຸ້ງຍາກຫຼາຍບັນຫາ ເປັນຕົ້ນແມ່ນ ຂາດບຸກຂະກອນສັດຕະວະແພດເຄື່ອນທີ່, ຂາດງົບປະມານ, ຂາດອຸປະກອນ ຫຼື ເຄື່ອງມືທີ່ຈໍາເປັນ, ພາຫະນະມີຈໍາກັດ, ຢາຂ້າເຊື້ອບໍ່ພຽງພໍ (ບາງແຂວງຈໍາເປັນຕ້ອງຂໍຄວາມຊ່ວຍເຫຼືອຈາກປະເທດເພື່ອນບ້ານ). ນອກນັ້ນບັນຫາການຂ້າ ຫຼື ທໍາລາຍສັດທີ່ຕິດເຊື້ອພະຍາດບໍ່ຖືກເຕັກນິກວິຊາການ ຫຼື ຂາດການຮ່ວມມືຈາກປະຊາຊົນ ແລະ ຂະແໜງການກ່ຽວຂ້ອງ ກໍ່ເປັນອຸປະສັກໃນການປະຕິບັດວຽກງານສັດຕະວະແພດ ເຊັ່ນວ່າ: ປະຊາຊົນບໍ່ໃຫ້ຄວາມຮ່ວມມື ຫຼື ແຈ້ງໃຫ້ໝ່ວຍງານສັດຕະວະແພດຮັບຊາບສະພາບການຕິດເຊື້ອຂອງເຂດຕົນ ເພື່ອໃຫ້ເຈົ້າໜ້າທີ່ສັດຕະວະແພດໄດ້ຂ້າທໍາລາຍໝູ່ທີ່ຕິດເຊື້ອໃຫ້ຖືກຕາມຫຼັກວິຊາການ. ແຕ່ໃນຕົວຈິງ ຖ້າພາກລັດບໍ່ມີງົບປະມານ ຫຼື ນະໂຍບາຍຊົດເຊີຍການຂ້າສັດທີ່ຕິດເຊື້ອ ແມ່ນປະຕິບັດໄດ້ຍາກ. ຍ້ອນສາຍເຫດດັ່ງກ່າວ ເຮັດໃຫ້ການແຜ່ກະຈາຍຂອງເຊື້ອພະຍາດໃນລາວ ມາຈາກນອກຕົວແລ້ວ ການແຜ່ລະບາດພາຍໃນຕົວ ກໍ່ມີລັກສະນະວ່ອງໄວ ແລະ ຄວບຄຸມໄດ້ຍາກ.
ຈາກຄວາມຫຍຸ້ງຍາກດັ່ງກ່າວ ປັດຈຸບັນ ຫຼາຍແຂວງ ແມ່ນໃຊ້ມາດຕະການ ເຜີຍແຜ່ຂໍ້ມູນໃຫ້ປະຊາຊົນ ແລະ ເຈົ້າຂອງຝາມ ເຫັນໄດ້ຄວາມອັນຕະລາຍຂອງເຊື້ອພະຍາດ ໂດຍສ້າງປອດສະເຕີ, ປະກາດໂທລະໂຄ່ງ, ໂທລະພາບ, ວິທະຍຸ, ປື້ມຄູ່ມື, ບົວຊົວ ເພື່ອເຕືອນໃຫ້ສະຕິເຝົ້າລະຫວັງ ແລະ ຮູ້ຈັກປ້ອງກັນດ້ວຍຕົນເອງ ບອກກັບການລົງເຮັດວຽກຂອງໜ່ວຍງານສັດຕະວະແພດຢູ່ເຂດທີ່ມີເຊື້ອພະຍາດ. ປັດຈຸບັນ ຍັງມີ 3 ແຂວງທີ່ເຊື້ອພະຍາດັ່ງກ່າວຍັງໄປບໍ່ຮອດຄື: ພາກໃຕ້ແມ່ນ ແຂວງຈໍາປາສັກ, ພາກເໜືອ ມີ 2 ແຂວງ (ໄຊຍະບຸລີ ແລະ ບໍ່ແກ້ວ). ສ່ວນຄວາມເສຍຫາຍທີ່ເກິດຈາກພະຍາດອະຫິວາໝູອາຝຣິກາ ໃນຂອບເຂດທົ່ວປະເທດ ແມ່ນຍັງບໍ່ໄດ້ປະເມີນເປັນຕົວເລກອອກມາ ແຕ່ຄາດວ່າ ຈະສ້າງຄວາມເສຍຫາຍຕໍ່ເສດຖະກິດ-ສັງຄົມ ໂດຍສະເພາະ ແມ່ນການສະໜອງຊີ້ນເຂົ້າສູ່ທ້ອງຕະຫາດຫຼຸດລົງ ລາຄາຊີ້ນໝູ່ໃນຕໍ່ໜ້າອາດຈະເພີ້ມຂື້ນ.