ກະຊວງການຕ່າງປະເທດອອກແຈ້ງການ, ກຳນົດການຈັດຕັ້ງປະຕິບັດປິດໜ່ວຍງານອອກວີຊາກັບດ່ານສາກົນ ຈຳນວນ 9 ດ່ານ, ເພື່ອຈັດຕັ້ງປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 1865/ຫສນຍ, ລົງວັນ 18 ຕຸລາ 2019, ເພື່ອຜັນຂະຫຍາຍດໍາລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 558/ນຍ, ລົງວັນທີ 31 ທັນວາ 2018 ແລະ ເພື່ອປັບປຸງການອອກວີຊາກັບດ່ານສາກົນໃຫ້ຖືກຕ້ອງຕາມພາລະບົດບາດ ແລະ ການຄຸ້ມຄອງການເຂົ້າ-ອອກເມືອງໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນດີຂື້ນກວ່າເກົ່າ.
ສະນັ້ນ, ເພື່ອບໍ່ໃຫ້ມີຜົນກະທົບຕໍ່ຜູ້ທີ່ມີຈຸດປະສົງຈະຂໍວີຊາຢູ່ບັນດາດ່ານສາກົນ, ກະຊວງການຕ່າງປະເທດ ຈຶ່ງຂໍແຈ້ງແຜນການປິດໜ່ວຍງານອອກວີຊາກັບດ່ານປະຈໍາຢູ່ດ່ານສາກົນ ຈໍານວນ 09 ດ່ານ ດັ່ງລາຍລະອຽດລຸ່ມນີ້:
- ວັນທີ 31 ທັນວາ 2019 ປິດໜ່ວຍງານອອກວີຊາກັບດ່ານປະຈໍາຢູ່ ດ່ານສາກົນປາງຫົກ (ແຂວງຜົ້ງສາລີ); ດ່ານສາກົນນໍ້າໂສຍ (ແຂວງຫົວພັນ), ແລະ ດ່ານສາກົນນໍ້າເງີນ (ແຂວງໄຊຍະບູລີ).
- ວັນທີ 31 ມີນາ 2020 ປິດໜ່ວຍງານອອກວີຊາກັບດ່ານປະຈໍາຢູ່ ດ່ານສາກົນນໍ້າກັ່ນ (ແຂວງຊຽງແຂວງ); ດ່ານສາກົນຂົວມິດຕະພາບນໍ້າເຫືອງ (ແຂວງໄຊຍະບູລີ), ແລະ ດ່ານສາກົນສະໜາມບິນສະຫວັນນະເຂດ (ແຂວງສະຫວັນນະເຂດ).
- ວັນທີ 30 ມິຖຸນາ 2020 ປິດໜ່ວຍງານອອກວີຊາກັບດ່ານປະຈໍາຢູ່ ດ່ານສາກົນນໍ້າພາວ (ແຂວງບໍລິຄໍາໄຊ); ດ່ານສາກົນພູເກືອ (ແຂວງອັດຕະປື), ແລະ ດ່ານສາກົນນາເພົ້າ (ແຂວງຄໍາມ່ວນ).