ເມື່ອວັນທີ 12 ທັນວາ 2019 ທີ່ຜ່ານມາ, ສະຖານນີໂທລະພາບກອງທັບລັດເຊຍ ໄດ້ເຜີຍແຜ່ວິດີໂອບັນຍາກາດບາງຕອນຂອງການເຝິກຊ້ອມຮົບຮ່ວມຄັ້ງທຳອິດ ລະຫວ່າງເຫຼົ່າຮົບລົດຕັງ-ຍານເກາະລາວ-ລັດເຊຍ, ລະຫັດ Laros-2019 ພາຍໃຕ້ຄຳຂວັນ “ຄຽງບ່າ ຄຽງໄຫຼ່ກັນຕໍ່ສູ້ເພື່ອສັນຕິພາບ” ທີ່ໂຮງຮຽນການທະຫານບ້ານແປນ, ແຂວງຊຽງຂວາງ, ເປັນເວລາ 9 ວັນລະຫວ່າງວັນທີ 10-19 ທັນວາ 2019 ນີ້.
ອີງຕາມການລາຍງານຂອງກະຊວງປ້ອງກັນປະເທດລັດເຊຍໃຫ້ຮູ້ວ່າ: ການເຝິກຊ້ອມຄັ້ງນີ້ໄດ້ນຳໃຊ້ລົດຕັ້ງ T-72B3 ແລະ T-72MS, ລົດຫຸ້ມເກາະ BRDM-2MS, ປືນກົນ PKTM ແລະ ປືນ AKM, ໂດຍມີທະຫານລາວ–ລັດເຊຍຫຼາຍກວ່າ 500 ຄົນ ເຂົ້າຮ່ວມການເຝິກຊ້ອມຮົບໃນຄັ້ງນີ້.