ອີງຕາມການລາຍງານຂອງກະຊວງການຕ່າງປະເທດໃຫ້ຮູ້ວ່າ: ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ລາວ-ຝຣັ່ງ, ທ່ານ ສະເຫຼີມໄຊກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມສາທາລະນະລັດຝຣັ່ງ ໃນວັນທີ 17-18 ທັນວາ 2019, ເຊິ່ງເປັນນິມິດໝາຍອັນໃໝ່ໃນການເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືອັນດີລະຫວ່າງ ສປປ.ລາວ ແລະ ຝຣັ່ງ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນວັນທີ17ທັນວາ 2019, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ພົບປະສອງຝ່າຍກັບທ່ານ ຊັງອີວວ໌ ເລີດຣຽງ (H.E. Mr. Jean-Yves Le Drian) ລັດຖະມົນຕີກິດຈະການເອີຣົບ ແລະ ການຕ່າງປະເທດຝຣັ່ງ ທີ່ ກະຊວງການຕ່າງປະເທດຝຣັ່ງ, ເຊິ່ງໄດ້ດຳເນີນໄປພາຍໃຕ້ບັນຍາກາດອັນອົບອຸ່ນແລະສ້າງສັນ, ເຊິ່ງໃນນັ້ນສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ.ລາວ ແລະ ຝຣັ່ງ.
ພ້ອມກັນນັ້ນ, ກໍ່ໄດ້ທົບທວນຄືນການຊ່ວຍເຫຼືອຂອງຝຣັ່ງແກ່ ສປປ.ລາວ, ລວມມູນຄ່າການຊ່ວຍເຫຼືອໂດຍສະເລ່ຍປະມານ 25 ລ້ານເອີໂຣຕໍ່ປີໃນດ້ານຕ່າງໆເປັນຕົ້ນແມ່ນການສຶກສາ, ສາທາລະນະສຸກ, ກະສິກຳ, ກົດໝາຍ-ການປົກຄອງ, ຍຸຕິທຳ, ການເງິນ, ວັດທະນະທຳແລະອື່ນໆ, ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າ ຂອງລັດຖະບານ ແລະ ປະຊາຊົນຝຣັ່ງໃຫ້ແກ່ ສປປ.ລາວ ໃນດ້ານຕ່າງໆ, ອັນເປັນການປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.
ພ້ອມກັນນັ້ນ, ສອງຝ່າຍ ກໍ່ໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ, ລວມທັງ ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຝຣັ່ງ ເຊິ່ງຝ່າຍຝຣັ່ງກໍ່ໄດ້ຢືນຢັນທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອເພີ່ມຕື່ມເພື່ອເຮັດໃຫ້ ສປປ.ລາວ ສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2024 ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງເທື່ອລະກ້າວ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ. ທ່ານລັດຖະມົນຕີເຮົາ ໄດ້ຖືໂອກາດນີ້ ເຊື້ອເຊີນ ທ່ານ ຊັງ ອີວວ໌ ເລີດຣຽງ, ລັດຖະມົນຕີກິດຈະການເອີຣົບ ແລະ ການຕ່າງປະເທດຝຣັ່ງ ມາຢ້ຽມຢາມ ສປປ.ລາວ ໃນເວລາທີ່ເໝາະສົມ, ເຊິ່ງເພິ່ນກໍ່ໄດ້ຕອບຮັບດ້ວຍຄວາມຍິນດີ.
ໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານ ລັດຖະມົນຕີເຮົາ ຍັງໄດ້ພົບປະກັບປະທານຄະນະມິດຕະພາບລັດຖະສະພາລາວ-ຝຣັ່ງ ແລະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ໃນຫົວຂໍ້: ‘‘ການທ່ອງທ່ຽວແບບຍືນຍົງ’’ ຮ່ວມກັບຄະນະມິດຕະພາບລັດຖະສະພາຝຣັ່ງ-ລາວ ທີ່ ສະພາແຫ່ງຊາດຝຣັ່ງ, ເຊິ່ງໃນນັ້ນ ທ່ານລັດຖະມົນຕີ ກໍ່ໄດ້ສະເໜີໃຫ້ຄະນະມິດຕະພາບລັດຖະສະພາ ລາວ-ຝຣັ່ງ ແລະ ຝຣັ່ງ-ລາວ ເພີ່ມທະວີການພົວພັນຮ່ວມມືກັນ ໃຫ້ກວ້າງຂວາງຕື່ມໃນຕໍ່ໜ້າ ພ້ອມທັງຖືໂອກາດນີ້ຢໍ້າຄືນຄໍາເຊີນຂອງປະທານຄະນະມິດຕະພາບລັດຖະສະພາລາວ-ຝຣັ່ງ ໃຫ້ຄະນະຜູ້ແທນ ຄະນະມິດຕະພາບລັດຖະສະພາຝຣັ່ງ-ລາວ ເດີນທາງໄປຢ້ຽມຢາມ ສປປ.ລາວ ໃນວັນເວລາທີ່ເຫັນວ່າສະດວກ ແລະ ເໝາະສົມ ອີກດ້ວຍ.
ໃນວັນທີ 18 ທັນວາ 2019, ທ່ານ ລັດຖະມົນຕີ ໄດ້ພົບປະກັບນັກທຸລະກິດຝຣັ່ງ ຈຳນວນໜຶ່ງທີ່ໄດ້ເຄີຍໄປລົງທຶນຢູ່ ສປປ.ລາວ, ເຊິ່ງທັງສອງຝ່າຍໄດ້ມີການປຶກສາຫາລືກັນກ່ຽວກັບໂອກາດ ແລະ ເງື່ອນໄຂການລົງທຶນຢູ່ ສປປ.ລາວ ແນໃສ່ຂົນຂວາຍດຶງດູດເອົາບັນດານັກທຸລະກິດຝຣັ່ງ ເຂົ້າມາລົງທຶນໃນ ສປປ.ລາວ ໃຫ້ຫຼາຍຂຶ້ນ. ຄຽງຄູ່ກັນນັ້ນ, ທ່ານລັດຖະມົນຕີເຮົາ ກໍ່ໄດ້ຊີ້ແຈງອະທິບາຍທ່າແຮງ, ນະໂຍບາຍ ແລະ ສິ່ງອຳນວຍສະດວກຕ່າງໆ ທີ່ລັດຖະບານລາວເຮົາສາມາດສະໜອງໃຫ້ນັກລົງທຶນຕ່າງປະເທດ ອີກດ້ວຍ.
ນອກຈາກການເຄື່ອນໄຫວທາງການແລ້ວ, ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ກໍ່ໄດ້ມີໂອກາດພົບປະໂອ້ລົມກັບ ພີ່ນ້ອງຊາວລາວ ທີ່ດຳລົງຊີວິດຢູ່ປະເທດຝຣັ່ງ ເຊິ່ງຈັດຂຶ້ນທີ່ສະຖານເອກອັກຄະລັດຖະທູດລາວ ທີ່ ປາຣີ ເພື່ອແຈ້ງໃຫ້ຊາບກ່ຽວກັບສະພາບອັນພົ້ນເດັ່ນ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ.ລາວ ແລະ ຢໍ້າຄືນເຖິງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງລັດຖະບານລາວ ຕໍ່ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ແນໃສ່ຊຸກຍູ້ໃຫ້ເຂົາເຈົ້າຫັນໜ້າກັບຄືນສູ່ບ້ານເກີດນອນ ແລະ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຫຼາຍຍິ່ງຂຶ້ນໃນອະນາຄົດ.