ລາຍງານ 25 ທັນວາ 2019, ທ່ານ ເກິ່ງ ສວງ ໂຄສົກກະຊວງການຕ່າງປະເທດຂອງຈີນ ກ່າວເມື່ອວັນຈັນ 23 ທັນວາ ທີ່ຜ່ານມາ ກ່ຽວກັບການທີ່ສະຫະລັດ ອາເມຣິກາ ປະກາດສ້າງຕັ້ງກອງທັບອະວະກາດ ເມື່ອອາທິດທີ່ຜ່ານມາ ໂດຍທ່ານ ໂດໂນ ທຣຳ ປະທານປະເທດ ສ.ອາເມຣິກາ ໃຫ້ເຫດຜົນວ່າ ອະວະກາດຖືເປັນແນວຮົບໃໝ່ ທີ່ກຳລັງຖືກຄຸກຄາມຈາກລັດເຊຍ ແລະ ຈີນ ຕໍ່ຜົນປະໂຫຍດຂອງ ສ.ອາເມຣິກາໃນອະວະກາດ, ລັດຖະບານ ສ.ອາເມຣິກາຕ້ອງຍົກລະດັບຕົນເອງໃຫ້ເໜືອກວ່າທັງສອງປະເທດໃນດ້ານອະວະກາດ ວ່າຄວາມໝາຍທີ່ແທ້ຈິງຄືຄວາມຕ້ອງການຂອງ ສ.ອາເມຣິກາໃນການສະແຫວງຫາໂອກາດກໍ່ສົງຄາມນອກໂລກ ພຶດຕິກຳດັ່ງກ່າວເປັນການລະເມີດຂໍ້ຕົກລົງລະຫວ່າງປະເທດ ວ່າດ້ວຍການກຳນົດໃຫ້ອະວະກາດເປັນເຂດອຳນາດຂອງປະຊາຄົມໂລກ.
ເຊິ່ງຂໍ້ຕົກລົງລະຫວ່າງປະເທດດ້ານອະວະກາດທີ່ລັດຖະບານຈີນກ່າວເຖິງຄື: ສົນທິສັນຍາອະວະກາດ ທີ່ສະຫະປະຊາຊາດເປັນຜູ້ຄຸ້ມຄອງມາຕັ້ງແຕ່ປີ 1971 ເຊິ່ງເປັນຂໍ້ຕົກລົງລະຫວ່າງປະເທດຂັ້ນພື້ນຖານ ວ່າດ້ວຍການສຳຫຼວດ ແລະ ນຳໃຊ້ອະວະກາດ ລວມເຖິງດວງຈັນ ແລະ ວັດຖຸທາງດາລາສາດ ບໍ່ວ່າຈະເປັນດາວເຄາະ, ດາວເຄາະນ້ອຍ, ດາວເລີກ, ອຸກກາບາດ ຫຼື ແມ່ນແຕ່ດວງດາວນອກລະບົບສຸລິຍະ, ເຖິງແມ່ນວ່າສົນທິສັນຍາດັ່ງກ່າວຍັງບໍ່ໄດ້ລະບຸຄວາມໝາຍຂອງ ອະວະກາດຢ່າງຊັດເຈນ ເຖິງຢ່າງໃດກໍ່ຕາມ ເນື້ອໃນຂອງຂໍ້ຕົກລົງກຳນົດຊັດເຈນວ່າ ຫ້າມຄູ່ຮ່ວມສັນຍາໃຊ້ອາວຸດທຳລາຍລ້າງສູງໃນວົງໂຄຈອນໂລກ ແລະ ບໍ່ອະນຸຍາດໃຫ້ຕິດຕັ້ງອາວຸດຮ້າຍແຮງລັກສະນະນີ້ເທິງດວງຈັນ ແລະ ວັດຖຸທາງດາລາສາດທັງມວນ.
ຂະນະທີ່ລັດຖະບານ ສ.ອາເມຣິກາຍັງບໍ່ສະແດງທ່າທີຕໍ່ຄຳວິຈານຂອງລັດຖະບານຈີນ ໂດຍກອງທັບອະວະກາດແຍກຕົວອອກຈາກກອງທັບອາກາດເປັນກອງກຳລັງທີ 6 ແລະ ຍັງເປັນກຳລັງໃໝ່ໃນຮອບ 72 ປີ ຂອງກອງທັບ ສ.ອາເມຣິກາ ນອກຈາກກອງທັບບົກ, ກອງທັບເຮືອ, ກອງທັບອາກາດ, ກອງກຳລັງພິເສດ ແລະ ກອງກຳລັງຍາມຝັ່ງ, ສ່ວນຜູ້ບັນຊາການກອງທັບອະວະກາດຄົນທຳອິດຄືທ່ານ ພົນເອກະ ຈອນ ເຣມອນ ເຊິ່ງຄວບທັງຕຳແໜ່ງຜູ້ບັນຊາສູນອະວະກາດ ທີ່ສ້າງຕັ້ງ ແລະ ເປີດຕົວຢ່າງເປັນທາງການເມື່ອທ້າຍເດືອນສິງຫາ ທີ່ຜ່ານມາ.