ສະຫະລັດອາເມຣິກາ ຍອມຮັບວ່າໄດ້ຖິ້ມລະເບີດໃສ່ເມືອງໂມຊຸນ ຈົນເຮັດໃຫ້ມີປະຊາຊົນເສຍຊີວິດກວ່າ 200 ຄົນ - ອິດສະຫຼະ

ສະຫະລັດອາເມຣິກາ ຍອມຮັບວ່າໄດ້ຖິ້ມລະເບີດໃສ່ເມືອງໂມຊຸນ ຈົນເຮັດໃຫ້ມີປະຊາຊົນເສຍຊີວິດກວ່າ 200 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 26 ມີນາ 2017 ວ່າ: ສູນບັນຊາການກາງກອງທັບສະຫະລັດອາເມຣິກາອອກຖະແຫຼງເມື່ອວັນເສົາທີ່ຜ່ານມາວ່າ ເປັນຜູ້ປະຕິບັດການໂຈມຕີທາງອາກາດຫຼາຍຄັ້ງໃນຝັ່ງຕາເວັນຕົກຂອງເມືອງໂມຊຸນລະຫວ່າງວັນທີ 17-23 ມີນາ 2017 ທີ່ຜ່ານມາ ຈົນເປັນເຫດເຮັດໃຫ້ປະຊາຊົນຫຼາຍກວ່າ 200 ຄົນເສຍຊີວິດ.

ເຊິ່ງສູນບັນຊາການກາງກອງທັບສະຫະລັດຢືນຢັນວ່າ ການປະຕິບັດທາງທະຫານໃນເຂດດັ່ງກ່າວນັ້ນ ເປັນໄປຕາມຄວາມຮ່ວມມືກັບກອງທັບອິຣັກ ໃນສົງຄາມປາບປາມກຸ່ມລັດທິອິດສະລາມ (IS) ແລະ ລາຍງານກ່ຽວກັບຜູ້ເສຍຊີວິດທີ່ມີຈຳນວນຫຼາຍ ຖືເປັນເຫດການທີ່ໜ້າເສົ້າສະຫຼົດໃຈຢ່າງຍິງ ໂດຍໄດ້ມີຄຳສັ່ງໃຫ້ລະງັບການໂຈມຕີທາງອາກາດເໜືອເຂດດັ່ງກ່າວຂອງເມືອງໂມຊຸນເປັນການຊົ່ວຄາວແລ້ວ.


No comments

Powered by Blogger.