ແຮງງານມຽນມາປະທ້ວງລັດຖະບານຕ້ອງການພັກປີໃໝ່ 12 ມື້ ເພາະລັດແຈ້ງໃຫ້ພັກພຽງ 5 ມື້ - ອິດສະຫຼະ

ແຮງງານມຽນມາປະທ້ວງລັດຖະບານຕ້ອງການພັກປີໃໝ່ 12 ມື້ ເພາະລັດແຈ້ງໃຫ້ພັກພຽງ 5 ມື້



ສຳນັກຂ່າວໃນມຽນມາລາຍງານ 26 ມີນາ 2017 ວ່າ: ສະຫະພາບແຮງງານມຽນມາ ໄດ້ນັດຊຸມນຸມໃຫຍ່ໃນກາງນະຄອນຢ່າງກຸ້ງ ຮຽກຮ້ອງໃຫ້ລັດຖະບານປ່ຽນມື້ພັກປີໃໝ່ໃຫ້ຄືກັບໃນອະດີດທີ່ລັດຖະບານທະຫານເຄີຍປະຕິບັດ.

ເນື່ອງຈາກລັດຖະບານພັກ NLD ທີ່ນຳໂດຍທ່ານນາງ ອອງ ຊານ ຊູຈີ ໄດ້ປະກາດ "ມື້ພັກທາງລັດຖະການ" ສະບັບໃໝ່ ໂດຍສະເພາະມື້ປີໃໝ່ມຽນມາ ຫຼື ເທດສະການຕະຈານ ໃຫ້ພັກພຽງ 5 ມື້ ແຕ່ໄປເພີ່ມມື້ພັກໃນມື້ອອກພັນສາ, ວັນໄຫຼເຮືອໄຟ ແລະ ປີໃໝ່ສາກົນແທນ.

ສາເຫດທີ່ລັດຖະບານຊຸດນີ້ພິຈາລະນາຫຼຸດມື້ພັກປີໃໝ່ມຽນມາຈາກ 10 ມື້ເຫຼືອ 5 ມື້ ເພື່ອໃຫ້ສະດວກຕໍ່ລະບົບການເງິນ, ການຄ້າ ແລະ ການຕິດຕໍ່ລະຫວ່າງປະເທດ.

ເມື່ອ 10 ປີທີ່ຜ່ານມາລັດຖະບານທະຫານມຽນມາໄດ້ອອກປະກາດມື້ພັກໃນເທດສະການຕະຈານ ຫຼື ປີໃໝ່ມຽນມາ 10 ມື້ ບວກກັບເສົາ-ອາທິດ ລວມເປັນ 12 ມື້ ເຊິ່ງຖືເປັນປະເພນີທີ່ສຳຄັນ ແລະ ໄດ້ຮັບຄວາມນິຍົມສູງສຸດຂອງປະເທດ ທີ່ປະຊາຊົນສ່ວນໃຫຍ່ນັບຖືສາສະໜາພຸດ


ສະຫະພາບແຮງງານມຽນມາໄດ້ສະແດງປະຕິກິລິຍາບໍ່ພໍໃຈຕໍ່ການປະກາດມື້ພັກປີໃໝ່ມຽນມາ ໄດ້ເຮັດໜັງສືເຖິງກະຊວງແຮງງານ ແຕ່ທາງການມຽນມາແຈ້ງໃຫ້ຄົນງານໄປເຈລະຈາກັບ "ນາຍຈ້າງ" ເອງ ຫາກຕ້ອງການພັກ 10 ມື້ ຖ້າໂຮງງານໃດພ້ອມໃຫ້ພັກ ປາກົດວ່າເຈົ້າຂອງໂຮງງານຢຶດຕາມຄຳປະກາດຂອງລັດຖະບານ ສົ່ງຜົນໃຫ້ສະຫະພາບແຮງງານຕ້ອງນັດກັນປະຊຸມນຸມໃຫຍ່ຮຽກຮ້ອງຈາກລັດຖະບານອີກຄັ້ງ.

No comments

Powered by Blogger.