ສິງກະໂປຕອບໂຕ້ສະຫະລັດອາເມຣິກາ ທີ່ໃຫ້ຜູ້ດູໝິ່ນຜູ້ນຳລີ້ໄພທາງການເມືອງ - ອິດສະຫຼະ

ສິງກະໂປຕອບໂຕ້ສະຫະລັດອາເມຣິກາ ທີ່ໃຫ້ຜູ້ດູໝິ່ນຜູ້ນຳລີ້ໄພທາງການເມືອງ



ສຳນັກຂ່າວຕ່າງປະເທດລາຍງານ 26 ມີນາ 2017 ວ່າ:  ກະຊວງປ້ອງກັນປະເທດສິງກະໂປລາຍງານວ່າ: ທ້າວ ເອມອສ ຢີ ເວົ້າໃຫ້ເກີດຄວາມກຽດຊັງຕໍ່ຊາວຄຣິສ ແລະ ຊາວມຸດສະລິມ ເຊິ່ງບຸກຄົນທີ່ຈົງໃຈໃສ່ຮ້າຍປ້າຍສີ ແລະ ຍຸແຍ່ໃຫ້ເກີດຄວາມແຕກແຍກມີຢູ່ທົ່ວໂລກ ແຕ່ອາເມຣິກາຊໍ້າຜັດສະໜັບສະໜູບໃຫ້ສິດທິພິເສດ ແລະ ເຂົ້າລີ້ໄພທາງການເມືອງໃນສະຫະລັດໄດ້.

ຂະນະທີ່ທ່ານ ເຄນເນດ ເຈຢາເຣດນຳ ນັກການເມືອງຝ່າຍຄ້ານໃນສິງກະໂປ ແມ່ນສະໜັບສະໜູນໃຫ້ເອມອສ ຢີລີ້ໄພທາງການເມືອງໃນສະຫະລັດອາເມຣິກາ, ຄຳຕັດສິນຂອງສະຫະລັດຈະສ້າງປາກົດການໃໝ່ໃນສິງກະໂປ ເພື່ອສະແດງໃຫ້ເຫັນວ່າຊາວສິງກະໂປບໍ່ຕ້ອງຢ້ານຕໍ່ການວິຈານຜູ້ມີອຳນາດອີກຕໍ່ໄປ ເຊັ່ນດຽວກັບກຸ່ມສິດທິມະນຸດໃນສະຫະລັດທີ່ກ່າວຊົມເຊີຍການຕັດສິນໃຈອະນຸມັດໃຫ້ລີ້ໄພ.

ທ້າວ ເອມອສ ຢີ ເປັນນັກຂຽນອອນລາຍອາຍຸ 18 ປີ ເຄີຍຖືກຄຸມຕົວກັກຂັງໃນສິງກະໂປຖານໂພສດູໝິ່ນປະມາດຜູ້ນຳການເມືອງ ແລະ ສາສະໜາທາງອອນລາຍ, ລາວຖືກເຈົ້າໜ້າທີ່ກວດຄົນເຂົ້າເມືອງຄວບຄຸມຕົວເມື່ອເດືອນທັນວາ ປີທີ່ຜ່ານມາຢູ່ສະໜາມບິນຊິກາໂກ ແລະ ໄດ້ຂໍລີ້ໄພໃນສະຫະລັດອາເມຣິກາ ທະນາຍຄວາມກ່າວວ່າ ທ້າວ ເອມອສ ຢີ ຈະໄດ້ຮັບການປ່ອຍຕົວຈາກສູນກັກຂັງວິສຄອນຊິນໃນມື້ວັນຈັນນີ້.

No comments

Powered by Blogger.