ເຢເມນໂຮມຊຸມນຸມໃຫຍ່ ຄົບຮອບ 2 ປີ ສົງຄາມກາງເມືອງກັບອາຣັບບີ ຊາອູດິດ - ອິດສະຫຼະ

ເຢເມນໂຮມຊຸມນຸມໃຫຍ່ ຄົບຮອບ 2 ປີ ສົງຄາມກາງເມືອງກັບອາຣັບບີ ຊາອູດິດ



ສຳນັກຂ່າວຕ່າງປະເທດລາຍງານ 27 ມີນາ 2017 ວ່າ: ປະຊາຊົນເຢເມນປະມານ 100,000 ກວ່າຄົນໂຮມຕົວກັນເດີນຂະບວນໃນນະຄອນຫຼວງຊານາ ແລະ ປັກຫຼັກຊຸມນຸມກັນຈົນເຕັມເດີນຂອງຈັດຕຸລັດຊາບີນ ໃຈກາງນະຄອນຫຼວງ ເພື່ອລະນຶກຄົບຮອບ 2 ປີ ການແຊກແຊງທາງການທະຫານຂອງອາຣັບບີ ຊາອູດິດໃນເຢເມນ ແລະ ຮຽກຮ້ອງໃຫ້ຢຸດຕິສົງຄາມ ເຊິ່ງສົ່ງຜົນໃຫ້ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນຫຼາຍກວ່າ 10,000 ຄົນ ແລະ ກໍ່ໃຫ້ເກີດໄພອຶດຫິວຢ່າງໜັກໜ່ວງ.

ເຖິງຢ່າງໃດກໍ່ຕາມ ການເຄື່ອນໄຫວຂອງປະຊາຊົນໃນຄັ້ງນີ້ເບິ່ງອີກດ້ານໜຶ່ງວ່າເປັນການສະແດງຈຸດຢືນສະໜັບສະໜູນກຸ່ມກະບົດ ຮູຕີ ເຊິ່ງຢຶດຄອງນະຄອນຫຼວງຊານາໄດ້ຢ່າງໝັ້ນແກ່ນຕັ້ງແຕ່ເດືອນ ກັນຍາ 2014 ຈົນລັດຖະບານປະທານາທິບໍດີອາເບັດຮັບໂບ ຮັບບູ ມານຊູ ຮາດີ ເຊິ່ງໄດ້ຮັບການຮັບຮອງຈາກສະຫະປະຊາຊາດ ໃຫ້ລີ້ໄພໃນຊາອູດິດ ແລະ ເດີນທາງກັບມາປະເທດເປັນບາງຄັ້ນໃນເຂດເມືອງເອເດນ ເຊິ່ງເປັນເມືອງທ່າແຄມຝັ່ງທະເລແດງ ແລະ ເປັນຖານທີ່ໝັ້ນຂອງລັດຖະບານພັດຖິ່ນ ໃນສ່ວນຂອງອະດີດປະທານາທິບໍດີອາລີ ອັບດຸນເລາະ ຊາເລ ເຊິ່ງເປັນອະດີດຜູ້ນຳເຢເມນ ແລະ ເປັນພັນທະມິດກັບກຸ່ມຮູຕີ ປາກົດຕົວໃນການຊຸມນຸມຄັ້ງນີ້ດ້ວຍ.

ເຖິງແມ່ນວ່າການເຮັດສົງຄາມລະຫວ່າງກຸ່ມຮູຕີ ກັບ ຊາອູດິດຈະຜ່ານມາໄດ້ 2 ປີແລ້ວ ແຕ່ຍັງບໍ່ມີສັນຍານບົ່ງບອກໄດ້ຢ່າງຊັດເຈນວ່າຝ່າຍໃດຈະເປັນຜູ້ຊະນະ ຂະນະທີ່ການເຈລະນາສັນຕິພາບທີ່ສະຫະປະຊາຊາດຈັດຂຶ້ນມາແລ້ວຫຼາຍຄັ້ງນັ້ນ ອາດເວົ້າໄດ້ວ່າບໍ່ມີຄວາມໝາຍຫຍັງເລີຍ.


No comments

Powered by Blogger.