ເມື່ອຜູ້ນຳທີ່ເຂັ້ມແຂງທີ່ສຸດໃນໂລກ ໄດ້ຂອງຂວັນວັນເກີດເປັນໝານ້ອຍ (ວິດີໂອ) - ອິດສະຫຼະ

ເມື່ອຜູ້ນຳທີ່ເຂັ້ມແຂງທີ່ສຸດໃນໂລກ ໄດ້ຂອງຂວັນວັນເກີດເປັນໝານ້ອຍ (ວິດີໂອ)



ເມື່ອເວົ້າເຖິງ ທ່ານ ປູຕິນ ປະທານປະເທດລັດເຊຍ ຄວາມຄິດທີ່ຕາມມາກໍ່ຄື ທ່ານ ປູຕິນຄືສັນຍາລັກຂອງຜູ້ນຳທີ່ເຂັ້ມແຂງ, ສຸຂຸມ ແຕ່ເມື່ອທ່ານ ປູຕິນໄດ້ຂອງຂວັນວັນເກີດ ຄົບຮອບ 65 ປີ ຈາກຜູ້ນຳຕວັກເມນິດສະຖານ ເປັນໝານ້ອຍສາຍພັນດີ ເຮັດໃຫ້ທ່ານ ປູຕິນ ເຖິງຂັ້ນຮີບຟ້າມເຂົ້າມາອູ້ມເອົາໝາດ້ວຍເອັນດູ ຈົນກາຍເປັນພາບໜ້າຮັກໆທີ່ຫາເບິ່ງໄດ້ຍາກ.


ໝາຕົວດັ່ງກ່າວເປັນສາຍພັນ Alabai Puppy ຖືກຕັ້ງຊື່ວ່າ Verny ທີ່ແປວ່າ "ຊື່ສັດ" ໃນພາສາລັດເຊຍ ແລະ ເຖິງແມ່ນວ່າທ່ານ ປູຕິນຈະເຄີຍເປັນສາຍລັບ KGB ຕຳຫຼວດລັບທີ່ມີຊື່ສຽງຂອງອະດີດສະຫະພາບໂຊຫວຽດ ແລະ ມີຊື່ສຽງເປັນຜູ້ນຳສາຍລຸຍ ແຕ່ທ່ານ ປູຕິນ ມັກມີດ້ານອ່ອນໂຍນ ໂດຍສະເພາະກັບສັດລ້ຽງ.


No comments

Powered by Blogger.