ແຈ້ງເຕືອນໄພ ພາຍຸໝຸນເຂດຮ້ອນ ໃນໄລຍະວັນທີ 15-18 ຕຸລາ 2017 ນີ້ - ອິດສະຫຼະ

ແຈ້ງເຕືອນໄພ ພາຍຸໝຸນເຂດຮ້ອນ ໃນໄລຍະວັນທີ 15-18 ຕຸລາ 2017 ນີ້



ພາຍຸຄະໝຸນ (KHANOUN) ຫົວທີ 24 ປະຈຳປີ 2017 ໄດ້ປົກຄຸມຢູ່ເຂດທະເລຈີນໃຕ້ ເຊິ່ງຢູ່ໃກ້ກັບພາກເໜືອດ້ານຕາເວັນຕົກຂອງປະເທດຟິລິບປິນ, ໃນເວລາ 13:00 ໂມງ ຂອງວັນທີ 13/10/2017 ຢູ່ເສັ້ນຂະໜານທີ 17.4 ອົງສາເໜືອ ແລະ ເສັ້ນແວງທີ 119.1 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ, ພາຍຸຫົວນີ້ ຈະເຄື່ອນທີ່ຜ່ານເກາະໄຫໜຳ ໃນວັນທີ 16 ຕຸລາ ນີ້ ແລ້ວສືບຕໍ່ເຄື່ອນເຂົ້າຝັ່ງຂອງປະເທດຫວຽດນາມ ແລະ ເຄື່ອນທີ່ຜ່ານເຂດເມືອງໝອກ ແຂວງຊຽງຂວາງ ແລະ ເມືອງທ່າໂມ ແຂວງໄຊສົມບູນ ໃນວັນທີ 17 ຕຸລາ 2017 ນີ້.

ຈາກນັ້ນຈະອ່ອນກຳລັງລົງເປັນພາຍຸດີເປຣເຊິນເຄື່ອນທີ່ຜ່ານແຂວງວຽງຈັນ, ນະຄອນຫຼວງວຽງຈັນ ແລະ ໄຊຍະບູລີ ໃນວັນທີ 18 ຕຸລາ 2017 ນີ້ ຈາກສະພາບການເຄື່ອນທີ່ຂອງພາຍຸຫົວນີ້ ຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ຢູ່ເປັນບໍລິເວນກວ້າງໃນເຂດພາກກາງ ແລະ ພາກເໜືອ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 15-18 ຕຸລາ 2017 ນີ້.

- ວັນທີ 15-17 ຕຸລາ 2017 ຈະມີຝົນຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ແຂວງພາກເໜືອ ຫາ ພາກກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງຫົວພັນ, ຊຽງຂວາງ, ໄຊສົມບູນ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ວຽງຈັນ ແລະ ບໍລິຄຳໄຊ.

- ວັນທີ 17-18 ຕຸລາ 2017 ຈະມີຝົນຕົກໃນລະດັບປານກາງຢູ່ບັນດາແຂວງພາກໃຕ້.



No comments

Powered by Blogger.