ເດັກນ້ອຍໃນຊົນນະບົດ ຍັງມີອັດຕາການຂາດໂພຊະການທີ່ສູງ - ອິດສະຫຼະ

ເດັກນ້ອຍໃນຊົນນະບົດ ຍັງມີອັດຕາການຂາດໂພຊະການທີ່ສູງ



ສຳນັກຂ່າວສານປະເທດລາວລາຍງານວ່າ: ການເຂົ້າເຖິງສາທາລະນະສຸກທາງດ້ານໂພຊະນາການຂອງປະຊາຊົນ ທີ່ອາໄສຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີ ໂດຍສະເພາະແມ່ນເດັກນ້ອຍລຸ່ມ 5 ປີ ແມ່ນຍັງພົບຄວາມຫຍຸ້ງຍາກຫຼາຍ ຖ້າທຽບໃສ່ປະຊາຊົນທີ່ອາໄສຢູ່ໃນເຂດຕົວເມືອງໃຫຍ່.

ທ່ານ ນາງ ສົມພອນ ທຳມະວົງສາ ຮອງປະທານແນວລາວສ້າງຊາາດ ແຂວງບໍ່ແກ້ວກ່າວວ່າ: ເມືອງປາກທາ ກໍ່ເປັນເມືອງໜຶ່ງທີ່ຢູ່ໃນເຂດເມືອງທຸກຍາກຂອງແຂວງບໍ່ແກ້ວ, ມີທັງໝົດ 34 ບ້ານ, 12 ບ້ານແມ່ນຊົນເຜົ່າມົ້ງ, ພູມສັນຖານແມ່ນຢູ່ເຂດພູຜາປ່າດົງ, ເສັ້ນທາງຄົມມະນາຄົມມີຄວາມຫຍຸ້ງຍາກ, ປະຊາຊົນສ່ວນໃຫຍ່ນັບຖືສາສະໜາຜີ, ອາຊີບຕົ້ນຕໍເຮັດໄຮ່ ແລະ ເຮັດນາ. ທີ່ສຳຄັນປະຊາຊົນບໍ່ໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກ. ສະນັ້ນ, ເດັກນ້ອຍລຸ່ມ 5 ປີ ຢູ່ເຂດດັ່ງກ່າວ, ຈຶ່ງມີອັດຕາການຂາດໂພຊະນາການຫຼາຍກວ່າເຂດອື່ນໆ. ຈາກການສຳຫຼວດຕົວຈິງຂອງເດັກລຸ່ມ 5 ປີ ຈຳນວນ 100 ກວ່າຄົນ, ຍິງ 63 ຄົນ ພົບວ່າເດັກນ້ອຍ 11 ຄົນ ແມ່ນຂາດສານອາຫານໃນນັ້ນເດັກຍິງ 3 ຄົນ.

ອົງການອຸຍນິເຊັບຮ່ວມກັບທີມງານສື່ມວນຊົນໄດ້ເດີນທາງໄປບ້ານຫ້ວຍສະ ເມືອງປາກທາ ເມື່ອບໍ່ດົນມານີ້, ໄດ້ຮັບການລາຍງານວ່າ: ບ້ານຫ້ວຍສະມີທັງໝົດ 85 ຫຼັງຄາເຮືອນ, ມີປະຊາກອນ 569 ຄົນ, ຍິງ 284 ຄົນ ແລະ ມີເດັກນ້ອຍລຸ່ມ 5 ປີ 100 ກວ່າຄົນ, ເປັນບ້ານໜຶ່ງທີ່ຫ່າງຈາກຕົວເມືອງຫຼາຍສິບກິໂລແມັດ, ເສັ້ນທາງຄົມມະນາຄົມຫຍຸ້ງຍາກ ໄລຍະລະດູຝົນບ້າງຄັ້ງເສັ້ນທາງເຂົ້າຫາໝູ່ບ້ານແມ່ນຖືກຕັດຂາດ. ສະນັ້ນ, ປະຊາຊົນສ່ວນຫຼາຍແມ່ນອາໄສການປິ່ນປົວເບິ່ງແຍງສຸຂະພາບ ໂດຍສະເພາະແມ່ຍິງຖືພາ ແລະ ເດັກນ້ອຍ ແບບປະຖົມປະຖານດັ້ງເດີມ, ແມ່ ແລະ ເດັກບໍ່ໄດ້ຮັບສານອາຫານແບບພຽງພໍ, ບໍ່ມີຄວາມຮູ້ໃນວິທີການເບິ່ງແຍງເດັກເທົ່າທີ່ຄວນ ແລະ ລ້ຽງເດັກແບບທຳມະຊາດ.

ນາງ ຮວນ ອາຍຸ 25 ປີ ມີລູກຄົນທຳອິດຊື່ ທ້າວ ເມົາ ອາຍຸ 1 ປີ 4 ເດືອນ, ແຕ່ມີນ້ຳໜັກພຽງ 8 ກິໂລ ເຫັນວ່າລູກຂອງລາວແມ່ນຂາດສານອາຫານແບບນ້ຳໜັກຫຼຸດ ເພາະປົກກະຕິແລ້ວເດັກອາຍຸປະມານນີ້ຈະມີນ້ຳໜັກ 12​ ກິໂລ. ສຳລັບເດັກໃນບ້ານດັ່ງກ່າວ, ແມ່ນໃຫ້ກິນນົມແມ່ແຕ່ເກີດຈົນເຖິງ 1 ປີ,​ ຫຼັງຈາກນັ້ນແມ່ນໃຫ້ກິນອາຫານຕາມປົກກະຕິ ເຊິ່ງອາຫານສ່ວນຫຼາຍແມ່ນກິນຕາມທີ່ມີຢູ່ ເພາະຄອບຄົວຂອງລາວເປັນຄອບຄົວທຸກຍາກບໍ່ມີລາຍຮັບ.

ການລົງເກັບຂໍ້ມູນຢູ່ແຂວງບໍ່ແກ້ວໃນຄັ້ງນີ້, ອົງກາຍອຸຍນິເຊັບ ມີແຜນການສະໜັບສະໜູນດ້ານວຽກງານໂພຊະນາການ ແລະ ໃນໄລຍະຜ່ານມາກໍ່ໄດ້ສະໜັບສະໜູບວຽກງານດັ່ງກ່າວ ຢູ່ແຂວງຜົ້ງສາລີ ແລະ ແຂວງຫົວພັນ.

No comments

Powered by Blogger.