ທ່ານ ປູຕິນ ລົງນາມໃຫ້ຂວໍ້າບາດເກົາຫຼີເໜືອ ແລະ ຫ້າມເຮືອເກົາຫຼີເໜືອທຽບທ່າ - ອິດສະຫຼະ

ທ່ານ ປູຕິນ ລົງນາມໃຫ້ຂວໍ້າບາດເກົາຫຼີເໜືອ ແລະ ຫ້າມເຮືອເກົາຫຼີເໜືອທຽບທ່າ



ສຳນັກຂ່າວຕ່າງປະເທດລາຍງານ 17 ຕຸລາ 2017 ວ່າ: ທຳນຽມເຄຼມລິນອອກຖະແຫຼງການເມື່ອວັນຈັນທີ່ຜ່ານມາວ່າ ທ່ານ ປູຕິນ ປະທານປະເທດລັດເຊຍ ໄດ້ລົງນາມໃນດຳລັດວ່າດ້ວຍການຈຳກັດການຮ່ວມມືທາງເສດຖະກິດລະຫວ່າງລັດເຊຍ ກັບ ເກົາຫຼີເໜືອ ເພື່ອໃຫ້ສອດຄ່ອງກັບມາດຕະການຂວໍ້າບາດຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໂດຍເນື້ອໃນສຳຄັນລວມເຖິງການຂຶ້ນບັນຊີດຳພົນລະເມືອງເກົາຫຼີເໜືອ 11 ຄົນ ທີ່ມີສ່ວນກ່ຽວຂ້ອງກັບໂຄງການພັດທະນາອາວຸດນິວເຄຼຍຂອງລັດຖະບານເກົາຫຼີເໜືອ ການຫຼຸດລະດັບການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການຫ້າມເຮືອຂອງເກົາຫຼີເໜືອທີ່ກ່ຽວຂ້ອງກັບໂຄງການດ້ານນິວເຄຼຍຈອດທຽບທ່າໃນລັດເຊຍ ຍົກເວັ້ນສະເພາະກໍລະນີສຸກເສີນ.




No comments

Powered by Blogger.