ຜູ້ນຳຟິລິບປິນ ປະກາດໄຊຊະນະເສິກເມືອງມາຣາວີ ຈາກກະບົດເມົາເຕ - ອິດສະຫຼະ

ຜູ້ນຳຟິລິບປິນ ປະກາດໄຊຊະນະເສິກເມືອງມາຣາວີ ຈາກກະບົດເມົາເຕ



ສຳນັກຂ່າວຕ່າງປະເທດລາຍງານ 17 ຕຸລາ 2017 ວ່າ: ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນ ໄດ້ລົງຢ້ຽມຢາມເມືອງມາຣາວີ ເກາະມິນດາເນົາ ເພື່ອໃຫ້ກຳລັງໃຈທະຫານ ແລະ ປະຊາຊົນໃນເຂດດັ່ງກ່າວ ພ້ອມທັງປະກາດວ່າເມືອງມາຣາວີ "ປາສະຈາກຈາກອິດທິພົນຂອງກຸ່ມການຮ້າຍ" ແລະ ພາລະກິດຂອງລັດຖະບານນັບຈາກນີ້ຄືການຟື້ນຟູເມືອງມາຣາວີໃຫ້ກັບມາສົມບູນໄດ້ຫຼາຍທີ່ສຸດ, ແຕ່ພົນຕີ ເຣສຕິຕູໂຕ ປາດິນລາ ໂຄສົກກອງທັບຟິລິບປິນກ່າວວ່າ ເຈົ້າໜ້າທີ່ບາງສ່ວນຍັງຄົງປະຕິບັດການຊ່ວຍເຫຼືອປະຊາຊົນອີກປະມານ 20 ຄົນ ທີ່ຖືກກຸ່ມກໍ່ການຮ້າຍປະມານ 30 ຄົນຄວບຄຸມຕົວໄວ້.

ເຊິ່ງການປະກາດດັ່ງກ່າວຂອງທ່ານ ດູເຕເຕ ເກີດຂຶ້ນພາຍຫຼັງກອງທັບຟິລິບປິນຢືນຢຫນການເສຍຊີວິດຂອງທ້າວ ອິສນີລອນ ຮາປີລອນ ຜູ້ນຳລະດັບສູງຂອງກຸ່ມອາບູ ໄຊຢາບ ແລະ ທ້າວ ໂອມານຄາຢຳ ເມົາເຕ ລະຫວ່າງການສູ້ຮົບກັບທະຫານເມື່ອວັນຈັນທີ່ຜ່ານມາ ໂດຍໂອມານຄາຢຳ ຖືເປັນແກນນຳຄົນສຳຄັນຂອງກຸ່ມກະບົດເມົາເຕ ເຊິ່ງປີດສາກໂຈມຕີໃນເມືອງມາຣາວີເມື່ອທ້າຍເດືອນພຶດສະພາ 2017 ທີ່ຜ່ານມາ ສົ່ງຜົນໃຫ້ຜູ້ນຳຟິລິບປິນປະກາດເສິກຢູ່ເກາະມິນດາເນົາ, ເຖິງຢ່າງໃດກໍ່ຕາມ ຍັງບໍ່ມີຄຳຢືນຢັນຢ່າງເປັນທາງການຈາກເຈົ້າໜ້າທີ່ ກ່ຽວກັບຊະຕາກຳຂອງທ້າວ ອັບດຸນເລາະ ເມົາເຕ ອ້າຍຂອງໂອມານຄາຢຳ ແຕ່ສື່ໃນຟິລິບປິນລາຍງານວ່າເສຍຊີວິດຈາກການສູ້ຮົບຕັ້ງແຕ່ເດືອນສິງຫາ ທີ່ຜ່ານມາ.


ຂະນະທີ່ຈຳນວນຜູ້ເສຍຊີວິດຈາກການສູ້ຮົບໃນເມືອງມາຣາວີ ແລະ ເຂດໃກ້ຄຽງຢູ່ທີ່ປະມານ ຫຼາຍກວ່າ 1,000 ຄົນ ສ່ວນໃຫຍ່ເປັນສະມາຊິກຂອງກຸ່ມເມົາເຕ ເຊິ່ງປະກາດເຂົ້າຮ່ວມກັບກຸ່ມ IS ແລະ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງລັດຖະບານອີກປະມານ 120 ຄົນ ແຕ່ຄວາມຮຸນແຮງທີ່ເກີດຂຶ້ນສົ່ງຜົນໃຫ້ປະຊາຊົນໃນເຂດດັ່ງກ່າວກວ່າ 400,000 ຄົນຕ້ອງໄດ້ອົບພະຍົບໜີ.



No comments

Powered by Blogger.