6 ເດືອນຕົ້ນປີ ລັດອະນຸຍາດການລົງທຶນແລ້ວຈຳນວນ 3,151 ໂຄງການ - ອິດສະຫຼະ

6 ເດືອນຕົ້ນປີ ລັດອະນຸຍາດການລົງທຶນແລ້ວຈຳນວນ 3,151 ໂຄງການ



ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 16 ຕຸລາ 2017 ທີ່ຜ່ານມາວ່າ: ໃນ 6 ເດືອນຕົ້ນປີ 2017 ລັດຖະບານໄດ້ອະນຸຍາດການລົງທຶນທັງໝົດທັງສູນກາງ ແລະ ທ້ອງຖິ່ນ ມີຈຳນວນ 3,151 ໂຄງການ, ເຊິ່ງມີມູນຄ່າທຶນຈົດທະບຽນ 6,148 ລ້ານໂດລາສະຫະລັດ ຫຼື ປະມານ 51,588 ຕື້ກີບ.

ສຳລັບທຶນທີ່ປະຕິບັດຕົວຈິງໃນປີນີ້ມີປະມານ 1,970.06 ລ້ານໂດລາສະຫະລັດ ຫຼື ປະມານ 16,530.97 ຕື້ກີບ, ລື່ນແຜນ 10%, ໃນນີ້ທຶນທີ່ເປັນເງິນສົດມີ 496.33 ລ້ານໂດລາສະຫະລັດ, ທຶນທີ່ນຳເຂົ້າເປັນວັດຖຸອຸປະກອນ ແລະ ພາຫະນະ 1,160.87 ລ້ານໂດລາສະຫະລັດ ແລະ ທຶນທີ່ໃຊ້ຈ່າຍໃນໂຄງການທາງລົດໄຟລາວ-ຈີນ ທີ່ປະຕິບັດໄດ້ 10% ເປັນມູນຄ່າ 312.86 ລ້ານໂດລາສະຫະລັດ, ເຊິ່ງຂໍ້ມູນດັ່ງກ່າວໄດ້ລາຍງານຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 16 ຕຸລາ 2017 ທີ່ຜ່ານມາ ໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.


ທ່ານ ສຸພັນ ແກ້ວມີໄຊກ່າວວ່າ: ສຳລັບການລົງທຶນເພື່ອການພັດທະນາທີ່ສະພາໄດ້ຮັບຮອງປີ 2017 ມີມູນຄ່າ 36,366 ຕື້ກີບ, ໃນ 6 ເດືອນຕົ້ນປີສາມາດປະຕິບັດໄດ້ທັງໝົດ 25,330.79 ຕື້ກີບ ເທົ່າກັບ 69.65% ຂອງແຜນການ. ໃນນັ້ນການລົງທຶນຂອງລັດ ສະພາໄດ້ຮັບຮອງທັງໝົດ 5,463 ຕື້ກີບ, ທຶນບ້ວງຈົດຮັບ-ຈົດຈ່າຍ ແລະ ທຶນອື່ນໆມີຈຳນວນ 2,163 ຕື້ກີບ ແລະ ທຶນປົກກະຕິ 3,300 ຕື້ກີບ ທີ່ໄດ້ຈັດແບ່ງໃຫ້ 6,497 ໂຄງການ, ໃນ 6 ເດືອນຕົ້ນປີປະຕິບັດແລ້ວເປັນທຶນ 1,780.97 ຕື້ກີບ ເທົ່າກັບ 54% ຂອງແຜນການປີ ເຊິ່ງຈັດສັນໃສ່ 3,592 ໂຄງການ.

ນອກຈາກນີ້, ໄດ້ຈັດສັນໃສ່ການແກ້ໄຂໜີ້ສິນເປັນມູນຄ່າ 373.69 ຕື້ກີບ ກວມເອົາ 11%, ໂຄງການສືບຕໍ່ເປັນມູນຄ່າ 1,198.95 ຕື້ກີບ ກວມເອົາ 36%, ໂຄງການໃໝ່ເປັນມູນຄ່າ 160.38 ຕື້ກີບ ກວມເອົາ 5% ແລະ ການສົມທົບທຶນໂຄງການຊ່ວຍເຫຼືອເປັນມູນຄ່າ 47.94 ຕື້ກີບ ກວມເອົາ 1%.

ເສດຖະກິດຂອງປະເທດເຮົາທຽບໃສ່ປີຜ່ານມາ ຍັງສືບຕໍ່ເຕີບໃຫຍ່ເພີ່ມຂຶ້ນໃນລະດັບ 6.83%, ແຕ່ຖ້າທຽບໃສ່ແຜນການທີ່ສະພາແຫ່ງຊາດຮັບຮອງແມ່ນ 7% ນັ້ນເຫັນວ່າຫຼຸດແຜນເລັກໜ້ອຍ 0.17%, ເຊິ່ງມູນຄ່າຄາດຄະເນໝົດປີແມ່ນ 140,102 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນຈະບັນລຸ 2,472 ໂດລາສະຫະລັດ.

No comments

Powered by Blogger.