ທ່ານ ທອງລຸນ ສີສຸລິດ ສະເໜີຫຼາຍບັນຫາໃນກອງປະຊຸມສຸດຍອດອາຊຽນ-ອິນເດຍ - ອິດສະຫຼະ

ທ່ານ ທອງລຸນ ສີສຸລິດ ສະເໜີຫຼາຍບັນຫາໃນກອງປະຊຸມສຸດຍອດອາຊຽນ-ອິນເດຍ



ກະຊວງການຕ່າງປະເທດລາຍງານວັນທີ 25 ມັງກອນ 2018 ທີ່ນະຄອນຫຼວງນິວເດລີ ປະເທດອິນເດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນຳຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງຄົບຮອບ 25 ປີ ແຫ່ງການພົວພັນອາຊຽນ-ອິນເດຍ ພາຍໃຕ້ຄຳຂວັນ "ຄຸນຄ່າຮ່ວມກັນ, ຊະຕາກຳດຽວກັນ" ກອງປະຊຸມໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືລະຫວ່າງອາຊຽນ ແລະ ອິນເດຍ ນັບຕັ້ງແຕ່ໄດ້ສ້າງຕັ້ງການພົວພັນນຳກັນໃນປີ 1992 ເປັນຕົ້ນມາ ໂດຍສະເພາະແມ່ນການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດໃນປີ 2012 ເຊິ່ງເຫັນໄດ້ວ່າມີຄວາມຄືບໜ້າອັນໜ້າເພິ່ງພໍໃຈໃນຫຼາຍດ້ານ ກວມເອົາຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ.


ບັນດາຜູ້ນຳອາຊຽນ ແລະ  ອິນເດຍ ໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືອາຊຽນ-ອິນເດຍໃນຕໍ່ໜ້າ ແລະ ໄດ້ເຫັນດີສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດອາຊຽນ-ອິນເດຍ ໂດຍເນັ້ນຄວາມສຳຄັນຂອງການເພີ່ມທະວີການຮ່ວມມືໃນດ້ານຕ່າງໆທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນການເຊື່ອມຈອດ ໂດຍສະເພາະແມ່ນດ້ານພື້ນຖານໂຄງລ່າງ ແລະ ດີຈີຕອນ, ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນໃຫ້ຫຼາຍຂຶ້ນ ໃນຖານະທີ່ສອງຝ່າຍເປັນຄູ່ຄ້າທີ່ສຳຄັນຂອງກັນ ແລະ ກັນ (ອາຊຽນເປັນຄູ່ຄ້າໃຫຍ່ອັນດັບ 4 ຂອງອິນເດຍ ແລະ ອິນເດຍເປັນຄູ່ຄ້າໃຫຍ່ອັນດັບ 7 ຂອງອາຊຽນ) ດ້ວຍການນຳໃຊ້ຜົນປະໂຫຍດສູງສຸດຈາກເຂດການຄ້າເສລີອາຊຽນ-ອິນເດຍ, ການເລັ່ງລັດການເຈລະຈາສັນຍາການເປັນຄູ່ຮ່ວມເສດຖະກິດຮອບດ້ານພາກພື້ນ ແລະ ສົ່ງເສີມການຮ່ວມມືລະຫວ່າງພາກທຸລະກິດ; ຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຊີ-ວິທະຍາສາດ, ພະລັງງານ, ກະສິກຳ, ການທ່ອງທ່ຽວ, ວັດທະນະທຳ, ການໄປມາຫາສູ່ກັນລະຫວ່າງປະຊາຊົນກັບປະຊາຊົນ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະເໜີບາງຈຸດທີ່ສຳຄັນ ເປັນຕົ້ນແມ່ນໄດ້ເນັ້ນຄວາມສຳຄັນຂອງການເຂົ້າເຖິງແຫຼ່ງທຶນ ສຳລັບທຸລະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງ (SMEs), ຊຸກຍູ້ການຮ່ວມມືໃນຂົງເຂດການປູກຝັງ ແລະ ລ້ຽງສັດ, ການຈັດຕັ້ງປະຕິບັດມາດຕະການ ເພື່ອອຳນວຍຄວາມສະດວກດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ລວມທັງສະເໜີໃຫ້ອິນເດຍ ພິຈາລະນາສະໜອງທຶນການສຶກສາໄລຍະສັ້ນ ແລະ ໄລຍະຍາວຢູ່ອິນເດຍ ໃນຂົງເຂດຕ່າງໆ ລວມທັງດ້ານວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ແກ່ບັນດາປະເທດອາຊຽນ, ພິເສດແມ່ນປະເທດລາວ-ຫວຽດນາມ-ກຳປູເຈຍ-ມຽນມາ (CLMV), ສະເໜີຮັດແໜ້ນການເຊື່ອມຈອດລະຫວ່າງອາຊຽນ ແລະ ອິນເດຍ ລວມທັງການເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ມີສາຍບິນໂດຍກົງຈາກອິນເດຍໄປຍັງບັນດາປະເທດ CLMV ແລະ ການເຊື່ອມຕໍ່ທາງດ່ວນອິນເດຍ-ມຽນມາ-ໄທ ໄປຍັງລາວ-ຫວຽດນາມ-ກຳປູເຈຍ ໃນອະນາຄົດ ພ້ອມທັງສະເໜີໃຫ້ອິນເດຍສະໜັບສະໜູນການພັດທະນາເສັ້ນທາງຫຼວງອິນເດຍ-ມຽນມາ-ລາວ-ຫວຽດນາມ-ກຳປູເຈຍ, ເປັນຕົ້ນແມ່ນຍົກລະດັບເສັ້ນທາງບາງຈຸດຢູ່ທາງພາກຕາເວັນອອກຂອງອິນເດຍ ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນອາຊຽນ ແລະ ອິນເດຍ.

ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມື ແລະ ຄວາມໝັ້ນຄົງທາງທະເລ ເຊິ່ງກວມເອົາທັງການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທາງທະເລ ແລະ ການຮ່ວມມືເພື່ອຮັບມືກັບບັນຫາອາຊະຍະກຳຂ້າມຊາດທາງທະເລ. ຄຽງຄູ່ກັບນັ້ນ, ກໍ່ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນຕ່າງໆທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນການກໍ່ການຮ້າຍ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ໄພພິບັດທາງທຳມະຊາດ ແລະ ບັນຫາອື່ນໆ.

ໃນກອງປະຊຸມຄັ້ງນີ້ ບັນດາຜູ້ນຳອາຊຽນ ແລະ ອິນເດຍໄດ້ເຫັນດີຮັບຮອງເອົາຖະແຫຼງການນິວເດລີ ກ່ຽວກັບກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອິນເດຍ ຄົບຮອບ 25 ປີ ທີ່ໄດ້ຢ້ຳຄືນຄວາມໝາຍໝັ້ນຂອງອາຊຽນ ແລະ ອິນເດຍ ໃນການຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆໃນຊຸມປີຕໍ່ໜ້າ.


ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຮ່ວມກັບຜູ້ນຳປະເທດອາຊຽນອື່ນ ແລະ ຜູ້ນຳອິນເດຍ ເປີດສະແຕມທີ່ສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍ ແລະ ການພົວພັນທາງດ້ານວັດທະນະທຳລະຫວ່າງອາຊຽນ ແລະ ອິນເດຍ, ເຊິ່ງເປັນໜຶ່ງໃນບັນດາກິດຈະກຳສະເຫຼີມສະຫຼອງໂອກາດສຳຄັນຂອງການພົວພັນອາຊຽນ-ອິນເດຍ ໃນຄັ້ງນີ້.

No comments

Powered by Blogger.