ກຳປູເຈຍ - ຈີນ ມີແຜນຊ້ອມຮົບຮ່ວມກັນໃນເດືອນມີນາ 2018 ນີ້ - ອິດສະຫຼະ

ກຳປູເຈຍ - ຈີນ ມີແຜນຊ້ອມຮົບຮ່ວມກັນໃນເດືອນມີນາ 2018 ນີ້



ສຳນັກຂ່າວຕ່າງປະເທດລາຍງານ 25 ມັງກອນ 2017 ວ່າ: ກອງທັບກຳປູເຈຍອອກຖະແຫຼງການເມື່ອວັນພຸດທີ່ຜ່ານມາ ເລື່ອງການກຽມຄວາມພ້ອມຈັດຕັ້ງການເຝິກຊ້ອມຮົບຮ່ວມກັບກອງທັບປົດປ່ອຍປະຊາຊົນຈີນ ໃນເດືອນມີນາ 2018 ນີ້ ເພື່ອຮ່ວມສະເຫຼີມສະຫຼອງໃນວາລະຄົບຮອບ 60 ປີການສະຖາປະນາສາຍພົວພັນທາງການທູດລະຫວ່າງສອງປະເທດ ໂດຍກຳປູເຈຍຈະສົ່ງທະຫານເຂົ້າຮ່ວມ 280 ຄົນ ແລະ ເຈົ້າໜ້າທີ່ຂອງກອງທັບປົດປ່ອຍປະຊາຊົນຈີນເຂົ້າຮ່ວມ 190 ຄົນ.

ນອກຈາກນີ້, ການເຝິກຊ້ອມຮົບຮ່ວມກັນລະຫວ່າງກອງທັບກຳປູເຈຍ ກັບ ກອງທັບປົດປ່ອຍປະຊາຊົນຈີນໃນຄັ້ງນີ້ ຖືເປັນຄັ້ງທີ 2 ນັບຕັ້ງແຕ່ປີ 2016, ເຊິ່ງລັດຖະບານກຳປູເຈຍເຊື່ອໝັ້ນວ່າຈະນຳໄປສູ່ການຂະຫຍາຍສາຍພົວພັນ ແລະ ການຮ່ວມມືດ້ານຄວາມໝັ້ນຄົງຂອງສອງປະເທດໃນອະນາຄົດ, ໃນຂະນະທີ່ຄວາມສຳພັນລະຫວ່າງກຳປູເຈຍ ກັບ ສະຫະລັດ ອາເມຣິກາ ກຳລັງເຄັ່ງຕຶງຈາກບັນຫາທາງການເມືອງພາຍໃນຂອງກຳປູເຈຍຕັ້ງແຕ່ໄລຍະກາງປີທີ່ຜ່ານມາ ແລະ ກອງທັບກຳປູເຈຍປະກາດຢຸດຕິການເຝິກຊ້ອມຮົບຮ່ວມກັບກອງທັບສະຫະລັດ ອາເມຣິກາ ແບບບໍ່ມີກຳນົດ.

ອີກຢ່າງໜຶ່ງ, ການເຄື່ອນໄຫວດັ່ງກ່າວຂອງກຳປູເຈຍ ແລະ ຈີນ ເກີດຂຶ້ນໃນເວລາດຽວກັນກັບທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ອາເມຣິກາ ຢ້ຽມຢາມປະເທດອິນໂດເນເຊຍຢ່າງເປັນທາງການໃນອາທິດນີ້ ເພື່ອສົ່ງເສີມສາຍພົວພັນ ແລະ ການຮ່ວມມືຂອງທັງສອງປະເທດ ຕໍ່ກໍລະນີຄວາມຂັດແຍ່ງທາງທະເລໃນພູມມິພາກອາຊີຕາເວັນອອກສຽງໃຕ້.

No comments

Powered by Blogger.