ຮອງນາຍົກ ບອກທຸກພາກສ່ວນຈົ່ງໃຫ້ຄວາມສຳຄັນກັບແມ່ຍິງ ແລະ ເດັກນ້ອຍໃຫ້ຫຼາຍຂຶ້ນ - ອິດສະຫຼະ

ຮອງນາຍົກ ບອກທຸກພາກສ່ວນຈົ່ງໃຫ້ຄວາມສຳຄັນກັບແມ່ຍິງ ແລະ ເດັກນ້ອຍໃຫ້ຫຼາຍຂຶ້ນ



ໃນວັນທີ 22 ພະຈິກ 2016 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມທັງເປັນ ປະທານຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ ໄດ້ອ່ານສານລະລຶກ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກຂອງທຸກໆເພື່ອລະນຶກ ແລະ ປູກຈິດສຳນຶກໃຫ້ພະນັກງານລັດຖະກອນ ແລະ ປະຊາຊົນ ໃຫ້ມີຄວາມເຂົ້າໃຈເລິກ ຕື່ມກ່ຽວກັບການຕໍ່ຕ້ານການຢຸດຕິການໃຊ້ຄວາມຮຸນແຮງ ແລະ ລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ແລະ ເດັກນ້ອຍໃຫ້ ຫລາຍຂຶ້ນ, ເພື່ອໃຫ້ສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ເຊິ່ງທ່ານ ສອນໄຊ ໄດ້ໃຫ້ຮູ້ວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເປັນບັນຫາ ທີ່ເກີດຂຶ້ນດົນນານແລ້ວໃນທົ່ວໂລກ ແລະ ປະຈຸບັນ ກໍເປັນປະກົດການຫຍໍ້ທໍ້ອັນໜຶ່ງໃນສັງຄົມ ແລະ ສົ່ງຜົນກະທົບທາງລົບ ຕໍ່ການພັດທະນາເສດຖະກິດ-ສັງຄົມເວົ້າລວມ, ເວົ້າສະເພາະແມ່ນເປັນອັນຕະລາຍ ຕໍ່ຮ່າງກາຍ, ຊີວິດຈິດໃຈ, ອາລົມຈິດຂອງ ແມ່ຍິງ ແລະ ເດັກ.

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກແມ່ນມີຫຼາຍສາເຫດ ແຕ່ສາເຫດຕົ້ນຕໍແມ່ນຍ້ອນຮີດຄອງປະເພນີ, ທຳນຽມປະຕິບັດ, ຄວາມເຊື່ອຖື, ຄວາມທຸກຍາກ, ທັດສະນະຂອງສັງຄົມຕໍ່ແມ່ຍິງ, ລະດັບການສຶກສາ ແລະ ອື່ນໆ. ຍ້ອນເຫັນໄດ້ຄວາມ ສຳຄັນຕໍ່ບັນຫາດັ່ງກ່າວ, ອົງການສະຫະປະຊາຊາດ ຈຶ່ງໄດ້ຮັບຮອງເອົາຖະແຫຼງການວ່າດ້ວຍການລຶບ ລ້າງຄວາມຮຸນແຮງຕໍ່ແມ່ຍິງຢູ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໃນ ປີ 1993 ແລະ ກຳນົດເອົາວັນ ທີ 25 ພະຈິກ ຂອງທຸກໆປີເປັນ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃນທົ່ວໂລກ.

ສຳລັບ ສປປ ລາວ ຂອງ ພວກເຮົາແລ້ວ, ພັກ ແລະ ລັດຖະບານຍາມໃດກໍໃຫ້ຄວາມ ສຳຄັນຕໍ່ກັບບັນຫາດັ່ງກ່າວ ໂດຍໄດ້ເອົາໃຈໃສ່ໃນການສົ່ງ ເສີມຄວາມສະເໝີພາບ ຍິງ-ຊາຍ, ລຶບລ້າງ ທຸກຮູບການໃນການຈຳແນກຕໍ່ແມ່ຍິງ ແລະ ເດັກນ້ອຍຕະຫຼອດມາ ອັນໄດ້ ສະແດງອອກຢ່າງຈະແຈ້ງຢູ່ ໃນລັດຖະທຳມະນູນ, ກົດໝາຍ, ແຜນຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດທີ່ສຳຄັນ ຈຳນວນໜຶ່ງເພື່ອຄຸ້ມຄອງ ແລະ ປົກປ້ອງສິດ, ຜົນປະໂຫຍດລວມຂອງແມ່ຍິງ ແລະ ສະກັດກັ້ນ ການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ-ເດັກທຸກຮູບ ການໃນຂອບເຂດທົ່ວປະເທດ.

ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ, ບັນດາຂະແໜງການທີ່ກ່ຽວຂ້ອງ, ທັງສູນກາງ ແລະ ທ້ອງຖິ່ນ ທັງພາກລັດ ແລະ ເອກຊົນ ພ້ອມທັງພົນລະເມືອງລາວທຸກຖ້ວນໜ້າ ຈົ່ງພ້ອມກັນເອົາໃຈໃສ່ ໃຫ້ຄວາມສຳຄັນຕໍ່ແມ່ຍິງ ແລະ ເດັກນ້ອຍ.

ຂ່າວ: ສຳນັກຂ່າວສານປະເທດລາວ

No comments

Powered by Blogger.