ທ່ານປະທານປະເທດ ບອກໃຫ້ແຂວງວຽງຈັນເອົາໃຈພະຍາດຫ່າງເຫີນກັບປະຊາຊົນ - ອິດສະຫຼະ

ທ່ານປະທານປະເທດ ບອກໃຫ້ແຂວງວຽງຈັນເອົາໃຈພະຍາດຫ່າງເຫີນກັບປະຊາຊົນ



ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວເນັ້ນໃຫ້ບັນດາການນໍາ ແລະ ພະນັກງານຫລັກແຫລງພາຍໃນແຂວງວຽງຈັນເອົາໃຈເພີ່ມທະວີການແກ້ໄຂບັນຫາຄວາມຫ່າງເຫີນກັນລະຫວ່າງບັນດາການນໍາ, ພະນັກງານ ແລະ ປະຊາຊົນຢັບໃກ້ເຂົ້າກັນເພີ່ມຂຶ້ນ, ການສໍ້ລາດບັງຫລວງ, ຂໍ້ຂັດແຍ່ງດ້ານທີ່ດິນ, ການຂຸດຄົ້ນບໍ່ແຮ່ແບບບໍ່ຖືກຕ້ອງ, ການປະຕິບັດວິໄນແຜນການ-ການເງິນ ແລະ ປະກົດການຫຍໍ້ທໍ້ອື່ນໆໃຫ້ປະກົດຜົນເປັນຈິງຢ່າງໜັກແໜ້ນເພື່ອຮັບປະກັນຄວາມສະຫງົບທາງການເມືອງ ແລະ ຄວາມຜາສຸກຂອງປະຊາຊົນລາວບັນດາເຜົ່າ.

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວພ້ອມຄະນະໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນໃນວັນທີ 22 ພະຈິກ 2016 ນີ້ ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ວີດົງ ໄຊຍະສອນ ເຈົ້າແຂວງວຽງຈັນ ພ້ອມບັນດາການນໍາ, ພະນັກງານຫລັກແຫລ່ງ ແລະ ພໍ່ແມ່ປະຊາຊົນພາຍໃນແຂວງດັ່ງກ່າວ.

ທ່ານ ວີດົງ ໄຊຍະສອນ ເຈົ້າແຂວງວຽງຈັນໄດ້ລາຍງານສະພາບລວມພາຍໃນແຂວງຕໍ່ ສະຫາຍ ເລຂາທິການໃຫຍ່ໄດ້ຮັບຊາບວ່າ: ດ້ານແນວຄິດການເມືອງເຫັນວ່າໄດ້ຖືສຳຄັນຕໍ່ວຽກງານການເມືອງ-ແນວຄິດ ເພື່ອເຮັດໃຫ້ພະນັກ ງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍຂອງລັດ ທີ່ວາງອອກໃນແຕ່ລະໄລຍະ ໃນນີ້ຜ່ານພຶດຕິກຳດັ່ງກ່າວຈຶ່ງເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກ-ລັດ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສາມາດຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບເປັນຢ່າງດີ; ເສດຖະກິດຂະຫຍາຍຕົວຕໍ່ເນື່ອງໃນລະດັບ 8,17% ຕໍ່ປີ, ສະເລ່ຍລາຍຮັບຕໍ່ຫົວຄົນ ໃນປີ2015-2016 ແມ່ນ 13 ລ້ານກວ່າກີບ, ສາມາດສົ່ງອອກສິນຄ້າປະເພດພືດ ແລະ ສັດ (ສົ່ງອອກເຂົ້າ 121.950 ໂຕນ, ພືດໄດ້ 275.000 ໂຕນ, ຢາງພາລາ 7.181 ໂຕນ, ສາລີແຂງ-ສາລີຫວານ 1.468 ໂຕນ, ມັນຕົ້ນ 6.860 ໂຕນ, ໝາກເດືອຍ 5.100 ໂຕນ, ການຜະລິດຊີ້ນ, ປາ ແລະ ໄຂ່ສາມາດສະໜອງໃຫ້ຕະຫລາດ ແລະ ການບໍລິໂພກໄດ້ທັງໝົດ 25.331 ໂຕນ, ເອົາໃຈໃສ່ສົ່ງເສີມການພະລິດສິນຄ້າ ໂອດອບ (ODOP) ປັດຈຸບັນ ສິນຄ້າໂອດອບ ຂອງແຂວງມີຢູ່ 10 ເມືອງ, ມີ 13 ພະລິດຕະພັນ ແລະ ຖືກຈັດເປັນອັນດັບທີ 3 ຂອງປະເທດ; ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ: ປະຈຸບັນແຂວງວຽງຈັນໄດ້ໂຮມວຽກງານກໍ່ສ້າງຮາກຖານການເມືອງ ເຂົ້າກັບ ວຽກງານ 3 ສ້າງ ໃນສົກປີ 2015-2016 ລຶບລ້າງຄວາມທຸກຍາກໄດ້ 178 ຄອບຄົວ, ຍັງມີຄອບຄົວທຸກຍາກ 1.033 ຄອບຄົວ ໂດຍກວມເອົາ 1,27% ຂອງຄອບຄົວໃນທົ່ວແຂວງ ແລະ ບ້ານທຸກຍາກຍັງເຫລືອ 10 ບ້ານເທົ່າກັບ 2,3% ຂອງຈຳນວນບ້ານທັງໝົດ ແລະ ອື່ນໆ.

ໃນໂອກາດດັ່ງກ່າວນີ້ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຄະນະນໍາແຂວງວຽງຈັນຍາດມາໄດ້ ແລະ ເຮັດໃຫ້ມີໃບໜ້າໃໝ່ຫລາຍດ້ານເປັນຕົ້ນການພັດທະນາເສດຖະກິດ-ສັງຄົມ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມອຸ່ນອ່ຽນໃນການດໍາລົງຊີວິດ, ການບໍລິການດ້ານສາທາລະນະສຸກດີ, ໄວໜຸ່ມຍິງຊາຍ ແລະ ລູກຫລານຂອງປະຊາຊົນສາມາດເຂົ້າການສຶກສາທົ່ວເຖິງ, ປົກປັກຮັກສາຮີດຄອງປະເພນີອັນດີງາມ, ສະຖານທີ່ທ່ອງທ່ຽວດ້ານປະຫວັດສາດ ແລະ ທໍາມະຊາດໄດ້ຮັບການປັບປຸງດີຂຶ້ນ. ໃນຕໍ່ໜ້າ ຮຽກຮ້ອງບັນດາການນໍາ ແລະ ພະນັກງານຕ້ອງເຊີດຊູຈິດໃຈບຸກໜ້າບືນຕົວສູງກວ່າເກົ່າ, ສູ້ຊົນປະຕິບັດບັນດາຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກວາງອອກກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກແຂວງໃຫ້ປະກົດຜົນເປັນຈິງໂດຍສະເພາະດ້ານເສດຖະກິດຕ້ອງເອົາໃຈໃສ່ຕື່ມຕໍ່ວຽກງານການຜະລິດ, ການປູກ-ການລ້ຽງຂອງປະຊາຊົນໃຫ້ກາຍເປັນສິນຄ້າ ແລະ ຍົກລະດັບຂະໜາດຂອງການຜະລິດໃຫ້ມີຄຸນນະພາບເພື່ອສ້າງລາຍຮັບຕົວຈິງໃຫ້ແກ່ຄອບຄົວປະກອບສ່ວນພັດທະນາເສດຖະກິດຂອງທ້ອງຖິ່ນ ແລະ ທົ່ວປະເທດໃຫ້ມີຄວາມເຂັມແຂງເພື່ອຍົກສູງຄວາມສາມາດເຂົ້າຮ່ວມໃນວົງຄະນະຍາດອາຊຽນ ແລະ ສາກົນເທື່ອລະກ້າວ; ເອົາໃຈໃສ່ປະຕິບັດວິໄນແຜນການການເງິນ, ຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ໄປຕາມແຜນການທີ່ວາງໄວ້ ແລະ ຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດໃຫ້ສໍາເລັດຕາມແຜນທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວນັ້ນ.

ແນວໃດກໍດີ ສະຫາຍເລຂາທິການໃຫຍ່ຍັງໄດ້ຍົກໃຫ້ເຫັນສິ່ງທ້າທາຍ ແລະ ເນັ້ນໃສ່ບັນຫາທີ່ຈະຕ້ອງໄດ້ແກ້ໄຂຮີບດ່ວນຄື: ບັນຫາພະຍາດຫ່າງເຫີນລະຫວ່າງການນໍາ, ພະນັກງານ ແລະ ປະຊາຊົນໃນເຂດຫ່າງໄກສອກຫລີກຍັງພົບວ່າການນໍາຈໍານວນໜຶ່ງບໍ່ໄດ້ລົງໃກ້ຊິດຕິດແທດ ແລະ ບໍ່ໄດ້ຈາຍການພັດທະນາເທົ່າທີ່ຄວນເຮັດໃຫ້ປະຊາຊົນບໍ່ເຂົ້າໃຈ;ບັນຫາຫັນດິນເປັນທຶນຍັງສືບຕໍ່ສັບສົນ ແລະ ສ້າງຄວາມບໍ່ເຂົ້າໃຈຕໍ່ພໍ່ແມ່ປະຊາຊົນໂດຍສະເພາະການນໍານົດເຂດທໍາມາຫາກິນ-ເຂດພັດທະນາບໍ່ລະອຽດ ແລະ ຂັ້ນຕອນອະນຸຍາດຍັງຊໍ້າຊ້ອນຄຸມເຄືອ; ບັນຫາການສໍ້ລາດບັງຫລວງໃນຖັນແຖວພະນັກງານ ແລະ ສະມາຊິກພັກຍັງສືບຕໍ່ປະກົດເຫັນ ເຊິ່ງໄດ້ກົດໜ່ວຍຖ່ວງດຶງການພັດທະນາ; ການຂຸດຄົ້ນບໍ່ແຮ່ແບບບໍ່ຖືກຕ້ອງຕາມລະບຽບ ແລະ ກົດໝາຍຍັງມີຊ່ອງຫວ່າງ, ການເຄື່ອນຍ້າຍແຮງງານຕ່າງປະເທດຍັງຂາດການກວດກາ ແລະ ບໍ່ມີການລາຍງານຄົບຢ່າງຖ້ວນ ເຊິ່ງກໍໃຫ້ເກີດບັນຫາຫຍໍ້ທໍ້ໃນສັງຄົມ, ການສັບຊ້ອນ ແລະ ເລືອກເອົາຄົນເຂົ້າເປັນພະນັກງານບໍ່ຖືກຈຸດຍັງເອື່ອຍອີງຄົນເຈົ້າຄົນຂ້ອຍເຮັດໃຫ້ເກີດມີບັນຫາຄົນເຫລືອບໍ່ພໍ ແລະ ບໍ່ມີຄຸນນະພາບ ແລະ ອື່ນໆ ກ່ຽວກັບບັນຫາດັ່ງກ່າວ ສະຫາຍ ເລຂາທິການໃຫຍ່ໄດ້ຮຽກຮ້ອງຄະນະພັກ, ການນໍາ ແລະ ພະນັກງານຫລັກແຫລ່ງໃຫ້ເພີ່ມທະວີບເອົາໃຈໃສ່ບຸກບືນ ແລະ ຮີບຮ້ອນແກ້ໄຂໂດຍຖືເອົາວຽກງານສຶກສາອົບຮົມແນວຄິດການເມືອງ, ເຜີຍແຜ່ ແລະ ສ້າງຄວາມຮູ້ຄວາມເຂົ້າໃຈຢ່າງໜັກແໜ້ນດ້ານລະບຽບກົດໝາຍ, ນິຕິກໍາ, ດຖະທໍາມະນູນ ແລະ ນະໂຍບາຍຂອງພັກ-ລັດເປັນກົກ ຈິ່ງຈະສາມາດເຮັດໃຫ້ບັນຫາດັ່ງກ່າວນັ້ນຫລຸດໜ້ອຍຖອຍລົງເທື່ອລະກ້າວ.

ຂ່າວ: ເກີດຂວັນໃຈ ສຳນັກຂ່າວສານປະເທດລາວ

No comments

Powered by Blogger.