ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2016 - ອິດສະຫຼະ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2016



ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ພະຈິກ 2016 ໄດ້ໄຂຂຶ້ນໃນວັນທີ 21 ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງຄົບຖ້ວນ.

ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ ແລະ ຜ່ານບັນດາເນື້ອໃນສໍາຄັນຮີບດ່ວນ ຈໍານວນໜຶ່ງ ດັ່ງນີ້:

1. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາດໍາລັດ ແລະ ການປັບປຸງດໍາລັດ ຈໍານວນ 05 ສະບັບ ຄື: ດໍາລັດວ່າດ້ວຍ ພັນທະບັດລັດຖະບານ; ດໍາລັດວ່າດ້ວຍ ກອງທຶນການທ່ອງທ່ຽວ; ດໍາລັດວ່າດ້ວຍ ການສົ່ງເສີມສະຖານການສຶກສາພາກເອກະຊົນ (ປັບປຸງ); ດໍາລັດວ່າດ້ວຍ ຕໍາແໜ່ງບໍລິຫານ (ປັບປຸງ) ແລະ ດໍາລັດວ່າດ້ວຍ ຕໍາແໜ່ງວິຊາການຂອງລັດຖະກອນ.
- ກອງປະຊຸມ ໄດ້ຮັບຮອງເອົາດ້ານຫຼັກການ ຮ່າງດຳລັດວ່າດ້ວຍ ພັນທະບັດລັດຖະບານ ແລະ ມອບໃຫ້ກະຊວງການເງິນ ສົມທົບກັບກະຊວງຍຸຕິທຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງບາງເນື້ອໃນ ຕາມການປະກອບຄຳເຫັນຂອງກອງປະຊຸມ. ໃຫ້ກະຊວງການເງິນ ລົງເລິກຄົ້ນຄວ້າມາດຕະການ ໃນການຈັດຕັ້ງປະຕິບັດເພື່ອຄຸ້ມຄອງພັນທະບັດ ໃຫ້ຮັດກຸມ, ມີຄຸນນະພາບ, ສ້າງໄດ້ຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊື້ ແລະ ຫຼຸດຜ່ອນຄວາມສ່ຽງຕ່າງໆ. ພາຍຫຼັງປັບປຸງສໍາເລັດ ແລ້ວໃຫ້ນຳສະເໜີ ນາຍົກລັດຖະມົນຕີ ເພື່ອພິຈາລະນາລົງລາຍເຊັນ ແລະ ປະກາດໃຊ້ເປັນທາງການ.
- ກອງປະຊຸມ ໄດ້ຮັບຮອງເອົາດ້ານຫຼັກການ ຮ່າງດຳລັດວ່າດ້ວຍ ກອງທຶນການທ່ອງທ່ຽວ ແລະ ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບກະຊວງຍຸຕິທຳ ແລະ ລັດຖະມົນຕີປະຈຳຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ປັບປຸງບາງເນື້ອໃນ ຕາມການປະກອບຄຳເຫັນຂອງກອງປະຊຸມ ໂດຍສະເພາະແມ່ນ ຫຼັກການຈັດເກັບ, ການຈັດແບ່ງ, ແຫຼ່ງທີ່ມາ ແລະ ເປົ້າໝາຍການນຳໃຊ້ຢ່າງຮັດກຸມ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ນໍາມາ ຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາຕື່ມຂັ້ນສຸດທ້າຍກ່ອນຮັບຮອງ ແລະ ປະກາດໃຊ້.
- ກອງປະຊຸມ ໄດ້ຕົກລົງເປັນເອກະພາບໃຫ້ປັບປຸງດຳລັດ ສະບັບເລກທີ 64/ນຍ, ລົງວັນທີ 14 ສິງຫາ 1995 ວ່າດ້ວຍການສຶກສາພາກເອກະຊົນ ແລະ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ, ກະຊວງຍຸຕິທຳ ແລະ ລັດຖະ ມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັນ ເພື່ອປັບປຸງເນື້ອໃນ, ໂຄງສ້າງ ແລະ ຄຳສັບ ໃນດຳລັດສະບັບດັ່ງກ່າວ ໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການສຶກສາ ແລະ ກົດໝາຍສົ່ງເສີມການລົງທຶນ ສະບັບປັບປຸງ. ແລ້ວຈຶ່ງ ນຳສະເໜີພິຈາລະນາ ໃນກອງປະຊຸມລັດຖະບານຄືນໃໝ່.
- ສໍາລັບການປັບປຸງດໍາລັດວ່າດ້ວຍ ຕໍາແໜ່ງບໍລິຫານ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການອຸດໜູນ ຕໍາແໜ່ງບໍລິຫານ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດ ໃຫ້ມີຄວາມໂປ່ງໃສ, ເປັນທໍາ ແລະ ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວ ຂ້ອງນໍາໄປປັບປຸງຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ແລ້ວນໍາມາຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ, ກົມການເມືອງ ແລະ ຄະນະປະຈໍາສະພາແຫ່ງຊາດຕື່ມ.
- ດໍາລັດວ່າດ້ວຍ ຕໍາແໜ່ງວິຊາການຂອງລັດຖະກອນ ເປັນດຳລັດໃໝ່. ຈຸດປະສົງເພື່ອເປັນບ່ອນ ອີງໃຫ້ແກ່ບັນດາອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການກໍານົດມາຕະຖານ ແລະ ປະຕິບັດອຸດໜູນວິຊາການ ແນໃສ່ຊຸກຍູ້ສົ່ງເສີມ ແລະ ພັດທະນາລັດຖະກອນ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄວາມຊໍານານງານ ແລະ ເປັນມືອາຊີບ ທີ່ມີປະສິດທິພາບ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ຄົ້ນຄວ້າຂຽນຄໍາເຫັນໃສ່ເອກະສານ ບໍ່ໃຫ້ກາຍ 2 ອາທິດ ແລ້ວສົ່ງໃຫ້ກະຊວງພາຍໃນ ປັບປຸງຄືນ ແລ້ວຈຶ່ງພິຈາລະນາຕື່ມ.

2. ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບ ການສ້າງຕັ້ງສູນການສຶກສາ ເພື່ອພັດທະນາຊຸມຊົນອົງການລັດຖະມົນຕີ ສຶກສາອາຊີຕາເວັນອອກສຽງໃຕ້ ພາກພື້ນຢູ່ ສປປ ລາວ (Southeast Asian Ministers of Education Organization (SEAMEO)).

3. ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາວ່າ: ເດືອນທັນວາ ເປັນເດືອນສຸດທ້າຍຂອງສາມເດືອນຂ້າມຜ່ານ ເພື່ອກ້າວເຂົ້າສູ່ປີປະຕິທິນ 2017 ເປັນເດືອນຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 41 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ, ຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ. ສະນັ້ນ, ໃນເດືອນທັນວາ 2016 ນີ້ ພວກເຮົາຕ້ອງສູມໃສ່:
3.1. ຕິດຕາມສະພາບ ແລະ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດເປັນໜໍ່ແໜງຂອງຄວາມບໍ່ສະຫງົບ ເປັນຕົ້ນແມ່ນ ການຄ້າ-ຂາຍຢາເສບຕິດ, ການປຸ້ນຈີ້ຊິງຊັບ ແລະ ບັນຫາອື່ນໆ ເພື່ອສະກັດກັ້ນບໍ່ໃຫ້ເກີດມີເຫດການ ທີ່ບໍ່ເພິງປາດຖະໜາເກີດຂຶ້ນ ໃນໄລຍະການສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 41 ປີ, ວັນຄ້າຍວັນເກີດຂອງປະທານໄກສອນພົບວິຫານ ຄົບຮອບ 96 ປີ ແລະ ການ ເຄື່ອນໄຫວສໍາຄັນອື່ນໆຂອງພັກ, ລັດຖະບານ ແລະ ປະຊາຊົນ.
3.2. ຊຸກຍູ້ການໂຄສະນາເຜີຍແຜ່ປະຫວັດ ແລະ ຄວາມໝາຍຄວາມສຳຄັນ ຂອງວັນຊາດທີ່ 2 ທັນວາ ເພື່ອສ້າງຈິດສຳນຶກ, ປຸກລະດົມນ້ຳໃຈຮັກຊາດ ແລະ ລະນຶກເຖິງຜົນງານ ແລະ ຄຸນງາມ ຄວາມດີຂອງບັນພະບູລຸດ, ວິລະຊົນ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ປະກອບສ່ວນອັນໃຫຍ່ຫລວງ ຕໍ່ການປະຕິວັດຊາດປະຊາທິປະໄຕ. ພ້ອມນີ້, ກໍກະກຽມຈັດພິທີວາງພວງມາລາ ຢູ່ ອານຸສາວະລີນັກ ຮົບນິລະນາມ ແລະ ວາງກະຕາດອກໄມ້ ຢູ່ຫໍພິທິຕະພັນ ໄກສອນ ພົມວິຫານ ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງ ຂອງພັກ ແລະ ລັດຖະບານ.
3.3. ດຳເນີນການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບ ການເຄື່ອນໄຫວວຽກງານຂອງລັດຖະບານ ຊຸດທີ 8 ເລີ່ມແຕ່ເຂົ້າມາປະຕິບັດໜ້າທີ່ໃນເດືອນ ເມສາ ເຖິງປະຈຸບັນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະບານເປີດກ້ວາງ ຮ່ວມກັບເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງ ທີ່ຄາດວ່າຈະຈັດຂຶ້ນ ໃນລະຫວ່າງວັນທີ 14-15 ທັນວາ ທີ່ຈະມາເຖິງນີ້.
3.4. ຜັນຂະຫຍາຍ ມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳສົກປີ 2015-2016 ແລະ ທິດທາງແຜນການປີ 2017 ໃຫ້ເປັນດຳລັດ ຂອງນາຍົກລັດຖະມົນຕີ ໂດຍໄວ. ພ້ອມນີ້, ກໍຜັນຂະຫຍາຍດຳລັດດັ່ງກ່າວ ໃຫ້ເປັນຂໍ້ຕົກລົງ (ຫລື ບົດແນະນຳ) ຂອງຂະແໜງການ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ສາມາດສະຫລຸບລາຍງານຜົນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ໃນເດືອນເມສາ 2017.
3.5. ຕິດຕາມສະພາບການເໜັງຕີງ ອັດຕາແລກປ່ຽນຢ່າງໃກ້ຊິດ ພ້ອມທັງຄົ້ນຄ້ວາ ແລະ ກຳນົດມາດຕະການທີ່ຊັດເຈນ ແລະ ເໝາະສົມ ທັງໃນສະເພາະໜ້າ ແລະ ຍາວນານ ເພື່ອຮັບມືກັບສະພາບ ການເໜັງຕີງຂອງອັດຕາແລກປ່ຽນ ແລະ ສະກັດກັ້ນ ຜົນກະທົບຕໍ່ອັດຕາເງິນເຟີ້ ກໍຄື ສະຖຽນລະພາບຂອງເສດຖະກິດມະຫາພາກ.
3.6. ຕິດຕາມສະພາບການເໜັງຕີງ ຂອງລາຄາສິນຄ້າໃນທ້ອງຕະຫຼາດ ພ້ອມທັງ ຄົ້ນຄ້ວາ ແລະ ກຳນົດມາດຕະການໃນການຄຸ້ມຄອງ ແລະ ແຊກແຊງລາຄາສິນຄ້າ ເພື່ອບໍ່ໃຫ້ກະທົບ ຕໍ່ການເຄື່ອນ ໄຫວຜະລິດທຸລະກິດ ກໍຄື ການດຳລົງ ຊີວິດຂອງປະຊາຊົນ, ພະນັກງານ ແລະ ຜູ້ມີລາຍໄດ້ຕໍ່າ.
3.7. ອຳນວຍຄວາມສະດວກ ແລະ ລົງຊຸກຍູ້ຊ່ວຍເຫລືອປະຊາຊົນ ໃນການກະກຽມການຜະລິດລະດູແລ້ງ ເພື່ອໃຫ້ທັນກັບສະພາບຄວາມຮຽກຮ້ອງຕ້ອງການ ຂອງລະດູການຜະລິດ ແລະ ເພື່ອຮັບປະ ກັນໝາກຜົນຂອງການຜະລິດທ້າຍລະດູ.
3.8. ປະສານ ແລະ ກະກຽມ ໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງຜູ້ແທນຂັ້ນສູງຂອງລັດຖະບານ ເປັນຕົ້ນແມ່ນ ການເຂົ້າຮ່ວມກອງປະຊຸມສາມຫຼ່ຽມພັດທະນາ (CLV) ກໍາປູເຈຍ; ການເຄື່ອນໄຫວຢ້ຽມ ສປ ຈີນ ຢ່າງເປັນທາງການ ແລະ ການເຄື່ອນໄຫວວຽກງານຕ່າງປະເທດ ທີ່ສຳຄັນອື່ນໆຂອງຄະນະຜູ້ແທນຂັ້ນສູງ ຂອງແຕ່ລະຂະແໜງການ.
3.9. ຕິດຕາມສະພາບຫາງສຽງສັງຄົມ, ກວດກາຫາສາຍເຫດ ແລະ ຄວາມເປັນຈິງຂອງບັນຫາພ້ອມທັງຄົ້ນຄ້ວາຫາວິທີແກ້ໄຂໃຫ້ທັນການ. ໃນເດືອນທັນວານີ້ ຕ້ອງເອົາໃຈໃສ່ກວດກາຄືນສະພາບ ການເກັບເງິນຄ່າຝາກລົດຢູ່ຕາມຈຸດຕ່າງໆ ທີ່ມີຫາງສຽງຈົ່ມວ່າ ກ່ຽວກັບຄວາມໂປ່ງໃສ ໃນນະຄອນຫຼວງວຽງຈັນ, ຄົ້ນຄວ້າທິດທາງສະເພາະໜ້າ ແລະ ຍາວນານ ໃນການແກ້ໄຂບັນຫາການສັນຈອນແອອັດ ທີ່ນັບມື້ນັບເພີ່ມຂຶ້ນ ໃນປະຈຸບັນ ແລະ ບັນນຫາອື່ນໆ.
3.10. ຕິດຕາມ ແລະ ກວດກາ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ, ຄຳສັ່ງ, ດໍາລັດ, ຂໍ້ຕົກລົງ ແລະ ແຈ້ງການຂອງລັດຖະບານ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ພ້ອມກັນນີ້, ກໍ່ຈັດ ຕັ້ງການສະຫຼຸບຖອດຖອນບົດຮຽນ ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງກົດໝາຍ ແລະ ນິຕິກຳທີ່ຖືກຮັບຮອງ.

No comments

Powered by Blogger.