ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ພະຈິກ 2016 ຢ່າງເປັນທາງການ - ອິດສະຫຼະ

ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ພະຈິກ 2016 ຢ່າງເປັນທາງການ



ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ພະຈິກ 2016 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ຢູ່ທີ່ສໍານັກງານນາຍົກລັດຖະມົນຕີ. ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງຄົບຖ້ວນ.
ກອງປະຊຸມລັດຖະບານໃນຄັ້ງນີ້ ຈະໄດ້ພ້ອມກັນສຸມໃສ່ພິຈາລະນາ ແລະ ຜ່ານບັນດາເນື້ອໃນສໍາຄັນຮີບດ່ວນຈໍານວນໜຶ່ງ ດັ່ງນີ້:

1. ດໍາລັດ ວ່າດ້ວຍພັນທະບັດລັດຖະບານ;
2. ດໍາລັດ ວ່າດ້ວຍກອງທຶນການທ່ອງທ່ຽວ;
3. ບົດລາຍງານກ່ຽວກັບ ການສ້າງຕັ້ງສູນການສຶກສາ ເພື່ອພັດທະນາຊຸມຊົນອົງການລັດຖະມົນຕີສຶກສາ ອາຊີຕາເວັນອອກສຽງໃຕ້ ພາກພື້ນຢູ່ ສປປ ລາວ (Southeast Asian Ministers of Education Organization (SEAMEO))
4. ດໍາລັດ ວ່າດ້ວຍການສົ່ງເສີມສະຖານະການສຶກສາພາກເອກະຊົນ;
5. ດໍາລັດ ວ່າດ້ວຍຕໍາແໜ່ງບໍລິຫານ (ປັບປຸງ) ແລະ ດໍາລັດ ວ່າດ້ວຍຕໍາແໜ່ງວິຊາການຂອງລັດ ຖະກອນ.

ກອງປະຊຸມໃນຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາໜຶ່ງວັນເຕັມ.

ຈາກ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກົມປະຊາສຳພັນ. 

No comments

Powered by Blogger.