ກິດຈະກຳຮັກ ເຮັດໃຫ້ທ່ານອ່ອນກວ່າໄວໄດ້ຫຼືບໍ່ - ອິດສະຫຼະ

ກິດຈະກຳຮັກ ເຮັດໃຫ້ທ່ານອ່ອນກວ່າໄວໄດ້ຫຼືບໍ່



ໄວໜຸ່ມສາວຫຼາຍຄົນຢາກມີຜິວພັນທີ່ເຄັ່ງຕຶງໄປຕະຫຼອດ ຈົນຄົນພາຍນອກບອກອາຍຸຈິ່ງບໍ່ຖືກ ແລະ ກະດູກຍັງແຂງແຮງ "ກິດຈະກຳຮັກ" ປ່ຽນແປງໃຫ້ທ່ານດູດີໄດ້ແທ້ບໍ່

ໃນປະເທດອັງກິດ ມີການສຶກສາທ່ານຊາຍໃນຈຳນວນ 1,000 ຄົນ ທີ່ມີກິດຈະກຳຮັກຢ່າງໜ້ອຍອາທິດລະ 2 ຄັ້ງພົບວ່າ ເຂົາເຈົ້າມີອັດຕາເສຍຊີວິດໜ້ອຍກວ່າເຄິ່ງໜຶ່ງ ເມື່ອທຽບກັບໝູ່ຮ່ວມເພດທີ່ມີກິດຈະກຳຮັກພຽງເດືອນລະຄັ້ງ

ປັດໄຈສຳຄັນມາຈາກຮໍໂມນທີ່ມີຊື່ວ່າ DHEA (Dehydropiandrosterone) ທີ່ຜະລິດຈາກຕ່ອມໝວກໄຕ DHEA ຖືເປັນຮໍໂມນທີ່ຊ່ວຍຫຼຸດຜ່ອນການແກ່ເຖົ້າ ເຊິ່ງເຮັດໃຫ້ເກີດຄວາມຕື່ນຕົວທາງເພດ ແລະ ເພີ່ມຫຼາຍຂຶ້ນຕາມຄວາມຕື່ນເພດ ມັນຊ່ວຍສ້າງສົມດຸນໃຫ້ລະບົບພູມຄຸ້ມກັນ, ຮັກສານ້ຳໜັກຕົວໃຫ້ຄົງທີ່, ຄວາມຜ່ອນຄວາມຄຽດ, ເຮັດໃຫ້ມີຄວາມຈຳດີຂຶ້ນ, ຊ່ວຍຮັກສາເນື້ອເຍື່ອ ເຮັດໃຫ້ຜິວພັນມີສຸຂະພາບດີ ລວມທັງຍັງມີຜົນຕໍ່ສຸຂະພາບຫຼອດເລືອດຂອງຫົວໃຈອີກດ້ວຍ ແຕ່ທັງນີ້ທັງນັ້ນ ທ່ານກໍ່ຕ້ອງບໍ່ທຳລາຍສຸຂະພາບຕົນເອງໃນທາງອື່ນໆເຊັ່ນ: ການສູບຢາ ແລະ ດື່ມສິ່ງມຶນເມົາຫຼາຍເກີນຄວນ ນອກເດິກຈົນພັກຜ່ອຍບໍ່ພຽງພໍ ຫຼື ຂາດສານອາຫານທີ່ຈຳເປັນຕໍ່ຮ່າງກາຍ ຯລຯ

No comments

Powered by Blogger.