ໃບເຕີຍ ຫຼຸດນ້ຳຕານໃນເລືອດ - ອິດສະຫຼະ

ໃບເຕີຍ ຫຼຸດນ້ຳຕານໃນເລືອດ



ປັດຈຸບັນມີການສຶກສາທາງການຢາພົບວ່າ ໃບເຕີຍມີລິດຫຼຸດນ້ຳຕານໃນເລືອດ, ລົດຄວາມດັນເລືອດ, ຫຼຸດອັດຕາການເຕັ້ນຂອງຫົວໃຈ, ຂັບຍ່ຽວ

ວິທີໃຊ້
1. ຢາຂັບຍ່ຽວ ໃຊ້ຕົນ 1 ຕົ້ນ ຫຼື ຮາກເຄິ່ງກຳມືຕົ້ມກັບນ້ຳດື່ມ
2. ຢາບຳລຸງຫົວໃຈ ໃຊ້ໃບສົດບໍ່ຈຳກັດປະສົມໃນອາຫານ ເຮັດໃຫ້ອາຫານມີລົດເຢັນຫອມ ຮັບປະທານແລ້ວເຮັດໃຫ້ຫົວໃຈຊຸ່ມຊື່ນ ຫຼື ເອົາໃບສົດມາຄັ້ນນ້ຳດື່ມຄັ້ງລະ 2-4 ບ່ວງ
3. ຮັກສາໂລກບາວຫວານ, ຫຼຸດນ້ຳຕານໃນເລືອດ ນຳຮາກໃບເຕີຍຫອມປະມານ 1 ຂີດ ສອຍໃຫ້ເປັນທ່ອນນ້ອຍໆຕົ້ມກັບນ້ຳ 1 ລິດ ຈົນຟົດ ຈາກນັ້ນຂ້ຽວຕໍ່ປະມານ 15-20 ນາທີ ນຳຢາທີ່ໄດ້ດື່ມຄັ້ງລະຈອກ ມື້ລະ 3 ຄັ້ງ ຫຼື ໃຊ້ໃບເຕີຍຮ່ວມກັບຢາພື້ນເມືອງອື່ນໆ ໂດຍນຳໃບເຕີຍປະມານ 32 ໃບ, ໃບສັກ 9 ໃບ ນຳມາສອຍຕາກແດດ ແລ້ວໃຊ້ແທນຊາ ຫຼື ໃສ່ໝໍ້ຕົ້ມນ້ຳກິ່ນ ກິນເປັນຢາຕ່າງນ້ຳທຸກມື້

ຂໍ້ແນະນຳ ຄວນກິນຕໍ່ເນື່ອງຢ່າງໜ້ອຍ 1 ເດືອນ

No comments

Powered by Blogger.