ໂລກຢ້ານຄວາມຮັກ - ອິດສະຫຼະ

ໂລກຢ້ານຄວາມຮັກ



Philophobia ຄືໂລກຢ້ານຄວາມຮັກ ໂດຍຈາກສະຖິຕິໃນບັນດາໂລກຢ້ານຊະນິດຕ່າງໆຖືວ່າໂລກດັ່ງກ່າວມີຜູ້ເປັນຫຼາຍທີ່ສຸດ

ສາເຫດຂອງໂລກ ແລະ ອາການ ອາດມາຈາກປັດໄຈເຊັ່ນ: ເຫດການໃນດ້ານລົບທີ່ຝັງໃຈມາຕັ້ງແຕ່ຕອນຍັງນ້ອຍ ໂດຍສະເພາະຫາກເຕີບໃຫຍ່ມາໃນຄອບຄົວທີ່ມີບັນຫາຢ່າຮ້າງ, ພໍ່ແມ່ຄົນໃກ້ຕົວມີຊີວິດໃນດ້ານລົບເຊັ່ນ: ຜິດຖຽງກັນຕີກັນເປັນປະຈຳ ຫຼື ສະແດງຄວາມຮຸນແຮງຕໍ່ກັນຢູ່ເລື້ອຍໆ ລວມທັງວັດທະນະທຳປະເພນີ ຫຼື ສາສະໜາທີ່ມີກົດຂໍ້ຫ້າມກ່ຽວກັບເລື່ອງຄວາມຮັກຢ່າງເຂັ້ມງວດ ເຊິ່ງອາດຈະສ້າງຄວາມຮູ້ສຶກຢ້ານຝັງຮາກເລິກໃນໃຈບາງຄົນໄດ້ ສົ່ງຜົນໃຫ້ບໍ່ຢາກສ່ຽງກັບການມີຄວາມຮັກນັ້ນເອງ ຫຼື ປະສົບການຄວາມຮັກທີ່ບໍ່ສົມຫວັງຫຼາຍຄັ້ງຫຼາຍຄາວ ໂດຍສະເພາະຄົນທີ່ມີປະສົບການອົກຫັກແລ້ວອົກຫັກອີກ ຄວາມຮູ້ສຶກຜິດຫວັງ, ຄວາມເຈັບປວດທີ່ເກີດຈາກການກະທຳຂອງຄົນເຄີຍຮັກ ອະດີດເຫຼົ່ານັ້ນຈະຕາມຫຼອກຕາມຫຼອນໃຫ້ຮູ້ສຶກເຈັບປວດຈົນກໍ່ກ້າຈະເອົາຫົວໃຈຕົວເອງໄປລອງສ່ຽງອີກຄັ້ງ ເຊິ່ງອາດເຮັດໃຫ້ເກີດຄວາມລະແວງ ແລະ ລະວັງຈົນເກີນໄປ ບໍ່ກ້າທີ່ຈະມີຮັກອີກຄັ້ງໃໝ່

ອາການທີ່ບົ່ງບອກໃຫ້ເຫັນໄດ້ຢ່າງຊັດເຈນ
- ຢ້ານການເລີ່ມຕົ້ນຄວາມຮັກຄັ້ງໃໝ່ ທຸກຄັ້ງທີ່ພົບກັບຄົນທີ່ຖືກໃຈ ແລະ ຮູ້ສຶກວ່າຄວາມສຳພັນກຳລັງໄປໄດ້ດີ ຈະມີຄວາມຮູ້ສຶກກັງວົນ ແລະ ພະຍາຍາມຈົບຄວາມສຳພັນນັ້ນໃຫ້ໄວທີ່ສຸດ ເພື່ອທີ່ຈະບໍ່ໃຫ້ຕົວເອງພົບພໍ້ກັບພາວະເສຍໃຈອີກ
- ມັກຢູ່ຄົນດຽວ ຫຼົງຮັກການໄດ້ເຮັດໄດ້ທຳສິ່ງຕ່າງໆດ້ວຍຕົວຂອງຕົວເອງ, ຫງຸດຫງິດກັບການຕ້ອງຮ່ວມກິດຈະກຳກັບຄົນອື່ນ ເບື່ອໜ່າຍທີ່ຈະຕ້ອງລໍຖ້າຜູ້ໃດຜູູ້ໜຶ່ງ, ເສບຕິດການຢູ່ຄົນດຽວ ແລະ ບໍ່ຕ້ອງການໃຊ້ຊີວິດຮ່ວມກັບໃຜ
- ມຶນມືມຶນຕືນ ໃບໜ້າເຄັງມຶນ ຫາຍໃນໄວ ແລະ ແຮງ ເມື່ອມີຄົນເຂົ້າມາພົບມາລົມ ບາງສະຖານະການທີ່ບໍ່ອາດຄາດເດົາໄດ້ ທ່ານອາດໄປພົບພໍ້ກັບຄົນທີ່ມັກເປັນຝ່າຍເລີ່ມ ຢ່າງເຂົ້າມາໂອ້ລົມແບບກົງໄປກົງມາ ເຮັດໃຫ້ທ່ານເກີດພາວະກົດດັນ ວາງໂຕບໍ່ຖືກ ແລະ ມີອາການແຊກຊ້ອນຕ່າງໆຄືຄົນຕື່ນເຕັ້ນເຊັ່ນ: ເຫື່ອອອກມື, ໃຈເຕັ້ນໄວ, ປວດຮາກ, ເປັນລົມ...

ຫາກພົບວ່າຕົວເອງ ຫຼື ຄົນຮອບຂ້າງທີ່ຮູ້ຈັກມີອາການແບບນີ້ ຄວນເວົ້າຄວນຈາກັບໝູ່ເພື່ອພາໄປພົບກັບໝໍທາງຈິດ ບໍ່ໄດ້ໝາຍຄວາມວ່າມີອາກາດທາງປະສາດພຽງຢ່າງດຽວ ການພົບໝໍທາງຈິດເພື່ອໂອ້ລົມເຖິງບັນຫາ ແລະ ຫາທາງອອກຮ່ວມກັນ, ການປິ່ນປົວຈະມີຕັ້ງແຕ່ການພົບປະເປີດໃຈໃນເລື່ອງຄວາມຮັກ ໄປຈົນເຖິງການກິນຢາ ເຊິ່ງຖືເປັນການແກ້ບັນຫາທີ່ດີທີ່ສຸດທີ່ຄວນຈະເຮັດ.

No comments

Powered by Blogger.