ຄຸນປະໂຫຍດຂອງໝາກອຶ - ອິດສະຫຼະ

ຄຸນປະໂຫຍດຂອງໝາກອຶ


ໝາກອຶໂດຍທົ່ວໄປແລ້ວເຮົາມັກຈະນຳມາປຸງແຕ່ງ ແລະ ນຳເອົາມາປະສົມໃນອາຫານໄດ້ຫລາຍໆຊະນິດບໍ່ວ່າຈະເປັນອາຫານຫວານຫລືອາຫານຄາວລ້ວນແລ້ວແຕ່ມີລົດຊາດທີ່ເປນຕາແຊບນອກຈາກນັ້ນໝາກອຶຍັງມີສານອາຫານ ຫລາຍຊະນິດແລະຍັງມີຄຸນປະໂຫຍດຫລາຍຢ່າງຕໍ່ຣ່າງກາຍເຣົາເຊັ່ນ:

1/ ສີເຫລືອງຂອງໝາກອຶຄືສານທີ່ຊ່ວຍປ້ອງກັນພະຍາດຜິວໜັງ, ປ້ອງກັນມະເຣັງໃນພົກຍ່ຽວແລະບັນເທົາອາການປວດເມື່ອຍຕາມຂໍ່ຫົວເຂົ່າແລະແອວ.

2/ ມີຄຸນປະໂຫຍດເປັນຢາບຳລຸງໝາກໄຂ່ຫລັງ, ຕັບແລະສາຍຕາ ນອກຈາກນີ້ຍັງຊ່ວຍປ້ອງກັນການເປັນພະຍາດເບົາຫວານໄດ້ອີກ

3/ ໝາກອຶໃຫ້້ພະລັງງານຕໍ່າ ໄຂມັນໜ້ອຍເໝາະສົມກັບຜູ້ທີ່ຕ້ອງການຢາກຫລຸດນ້ຳໜັກ.

4/ ໝາກອຶເປັນຢາແກ້ພະຍາດກະເພາະອາຫານໄດ້ຍ້ອນມີສານຄາໂບໄຣເດຼດທີ່ຊ່ວຍປົວແຜໃນກະເພາະລຳໄສ້ເທິງໄດ້ນອກຈາກນີ້ການກິນໝາກອຶໜຶ້ງກໍສາມາດຊ່ວຍຫລຸດຜ່ອນອາການເຈັບທ້ອງໄດ້ອີກ

5/ ຜູ້ສູງອາຍຸເໝາະແກ່ການບັນເທົາອາການຫືດທີ່ເກີດຈາກພະຍາດຫລອດລົມອັກເສບຊໍ້າເຮື້ອໃນຜູ້ສູງອາຍຸ.

6/ ການກິນແກ່ນໝາກອຶແຫ້ງເປັນປະຈຳ ຊ່ວຍປ້ອງກັນການເປັນໜິ້ວໃນໝາກໄຂ່ຫລັງ.

No comments

Powered by Blogger.