ໃບຂີ້ຫູດສາມາດກຳຈັດແມງໄມ້ຢູ່ເຂົ້າສານໄດ້ - ອິດສະຫຼະ

ໃບຂີ້ຫູດສາມາດກຳຈັດແມງໄມ້ຢູ່ເຂົ້າສານໄດ້



ການທີ່ເຮົາຊື້ເຂົ້າສານມາປະໄວ້ເປັນຈຳນວນຫຼາຍບໍ່ວ່າຈະໃສ່ຊາມ ຫຼື ເປົາກໍ່ອາດມີແມງໄມ້ມາອາໄສຢູ່ໄດ້ເຊັ່ນ: ມົດ, ແມງໄມ້ຊະນິດຕ່າງໆ ແລະ ການອານະໄມໃຫ້ມັນສະອາດດີນັ້ນຕ້ອງເສຍເວລາເກັບເອົາແມງໄມ້ອອກ ຫຼື ບໍ່ກໍຕ້ອງໄດ້ລ້າງຫຼາຍນ້ຳເຊິ່ງການລ້າງຫຼາຍນ້ຳຈະເຮັດໃຫ້ເສຍຄຸນຄ່າທາງອາຫານ.

ດັ່ງນັ້ນພວກເຮົາຈິ່ງມີວິທີແກ້ໄຂບັນຫາດັ່ງກ່າວມາແນະນຳຄື:  ເອົາໝາກຂີ້ຫູດສົດທີ່ລ້າງສະອາດດີແລ້ວ, ເຊັດໃຫ້ແຫ້ງດີ ຈຶ່ງເອົາມາໃສ່ລົງໄປໃນຖັງເຂົ້າສານ ຫຼື ເປົາເຂົ້າ ຫຼັງຈາກນັ້ນບໍ່ດົນທ່ານຈະສັງເກດເຫັນວ່າ: ແມງໄມ້ທີ່ອາໃສຢູ່ໃນນັ້ນຈະຕາຍ ແລະ ແມງທີ່ຈະພວມຍ້າຍເຂົ້າໄປອາໃສຢູ່ພໍແຕ່ໄດ້ກິ່ນໃບຂີ້ຫູດກໍຈະບໍ່ມາໃກ້.

ຖ້າໃບຂີ້ຫູດຫ່ຽວຈົນບໍ່ມີກິ່ນແລ້ວກໍ່ໃຫ້ປ່ຽນໃບໃໝ່ຕະຫຼອດ ແລະ ປະລິ ມານໃບຂີ້ຫູດໃຫ້ໃສ່ 4 – 5 ໃບຂື້ນໄປ ຫຼື ຈະໃສ່ເປັນງ່າເລີຍກໍ່ໄດ້ເພື່ອຄວາມສະດວກໃນການເກັບອອກ.

No comments

Powered by Blogger.