ກິນເຜັດດີ ຫຼື ບໍ່ດີ - ອິດສະຫຼະ

ກິນເຜັດດີ ຫຼື ບໍ່ດີ




ປົກກະຕິແລ້ວອາຫານລົດເຜັດຈະມີໝາກເຜັດເປັນສ່ວນປະກອບ ແລ້ວໃນໝາກເຜັດມີສານແຄບໄຊຊິນ ເຊິ່ງຈະມີຢູ່ຫຼາຍທີ່ສຸດບໍລິເວນແກນກາງຂອງໝາກເຜັດ ເຊິ່ງເຮັດໃຫ້ອາຫານມີທັງປະໂຫຍດ ແລະ ໂທດຕໍ່ຮ່າງກາຍ

ຂໍ້ເສຍຂອງການກິນເຜັດ
- ຄວາມສ່ຽງຕໍ່ໂລກຫົວໃຈ ອັນເປັນຜົນມາຈາກການເຮັດວຽກໜັກຂອງຫົວໃຈ ເພາະລົດເຜັດຈະຊ່ວຍເພີ່ມການໝູນວຽນຂອງຮ່າງກາຍຫຼາຍຂຶ້ນ ເຊິ່ງຈຸດນີ້ຄົນທີ່ເປັນໂລກຫົວໃຈຈະຂ້ອນຂ້າງສ່ຽງກັບການກິນເຜັດ
- ນ້ຳໜັກອາດເພີ່ມ ເພາະການກິນເຜັດເຮັດໃຫ້ຈະເລີນອາຫານ
- ໂລກກະເພາະອາຫານ ອາຫານລົດເຜັດຈະກະຕຸ້ນໃຫ້ກະເພາະມີການສ້າງກົດອອກມາຫຼາຍຂຶ້ນເຮັດໃຫ້ທ້ອງອືດ, ແສບທ້ອງ, ເຈັບທ້ອງ ເວລາຂັບຖ່າຍກໍ່ແສບ

ສ່ວນປະໂຫຍດຂອງການກິນເຜັດນັ້ນກໍ່ມີເຊັ່ນກັນ
- ຫຼຸດຄວາມສ່ຽງການເປັນມະເຮັງ ເພາະໃນໝາກເຜັດມີວິຕາມິນຊີຫຼາຍ ເຊິ່ງວິຕາມິນຊີມີຜົນໂດຍກົງໃນການຊ່ວຍປ້ອງກັນການເກີດມະເຮັງ ເພາະມີສ່ວນໃນການຢຸດການສ້າງໄຕຣຊາມີນ ເຊິ່ງເປັນສານກໍ່ມະເຮັງ
- ຫຼຸດການອຸດຕັ້ນຂອງເສັ້ນເລືອດ ເມື່ອຫົວໃນເຮັດວຽກຫຼາຍຂຶ້ນເນື່ອງຈາກການໄຫຼວຽນທີ່ດີກໍ່ຈະຫຼຸດຄວາມສ່ຽງຂອງໄຂມັນອຸດຕັນໃນເສັ້ນເລືອດໄປໃນຕົວ
- ສົດຊື່ນ ຜົນຈາກສານແຄບໄຊຊິນ ເຮັດໃຫ້ຮ່າງກາຍຫຼັ່ງເຫື່ອ ແລະ ຊ່ວຍໃຫ້ຮ່າງກາຍຜະລິດສານເອນດໍຟິນ ຫຼື ສານແຫ່ງຄວາມສຸກ
- ຊ່ວຍຫຼຸດຜ່ອນອາການຕັນດັງ ເພາະສານແຄບໄຊຊິນ ມີຄຸນສົມບັດຊ່ວຍຫຼຸດຂີ້ມູກ ແລະ ສານທີ່ຂວາງລະບົບທາງເດີນຫາຍໃຈຂອງເຮົາ ແລະ ສານຕົວນີ້ຍັງເປັນສ່ວນປະກອບທີ່ສຳຄັນໃນຢາຫຼາຍຊະນິດ
- ຊ່ວຍລະບົບເຜົາຜານໃຫ້ເຮັດວຽກໄດ້ຢ່າງມີປະສິດທິພາບ
- ປະໂຫຍດຈາກວິຕາມິນຊີທີ່ມີຫຼາຍໃນໝາກເຜັດ ເຮັດໃຫ້ຊ່ວຍເສີມສ້າງຄໍລະເຈນໃນຮ່າງກາຍ ຊ່ວຍຮັກສາເລືອດອອກຕາມວ່າງແຂ້ວ ແລະ ຊ່ວຍບຳລຸງສາຍຕາ

No comments

Powered by Blogger.